ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ຊີເຣຍ ກ່າວຫາ Israel ວ່າ ຮ່ວມມື ກັບປະເທດ ຕາເວັນຕົກ (ສະໄລດ໌/ວີດິໂອ)


ຄັວນລະເບີດກຸ້ມຂຶ້ນໃນໝູ່ບ້ານ al-Rafeed ໃນຊີເຣຍ
ຄັວນລະເບີດກຸ້ມຂຶ້ນໃນໝູ່ບ້ານ al-Rafeed ໃນຊີເຣຍ
ການ​ໂຈມ​ຕີ​ທາງ​ອາກາດຂອງ Israel ​ຢູ່ໃນ​ຊີເຣຍ ​ເມື່ອໄວ​ໆມານີ້​ ​ໄດ້​ພາ​ໃຫ້​ມີ​ປະຕິກິລິຍາ​ຕອບທີ່​ແຕກ​ຕ່າງ​ໄປ​ໃນ​ທົ່ວໂລກ​ ຂະນະ​ທີ່​ທາງ Israel ​ຢືນ​ຢັນ​ວ່າ ການ​ກະທໍາ​ໃດໆ​ກໍ​ຕາມ ​ແມ່ນ​ແນ​ໃສ່​ພວກ​ຫົວ​ຮຸນ​ແຮງ Hezbollah ​ໃນ​ຂະນະ​ທີ່ທາງ​ການ​ຂອງ​ຊິ​ເຣຍກ່າວ​ວ່າ ການ​ໂຈມ​ຕີເຫລົ່າ​ນັ້ນ ສະແດງໃຫ້ເຫັນວ່າ Israel ​ເປັນ​ພັນທະ​ມິດ​ ​ກັບ​ພວກ​ກໍ່​ການ​ຮ້າຍ​ໃນຊີ​ເຣຍ.

​ໃນ​ການ​ສົນທະນາ​ທາງ​ໂທລະສັບ​ໃນ​ວັນ​ຈັນ​ວານ​ນີ້ ກັບ​ລັດຖະມົນ​ຕີຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ນັ້ນ ລັດຖະມົນ​ຕີຕ່າງປະ​ເທດ​ຊີ​ເຣຍ ທ່ານ Walid- al Moallem ​ໄດ້​ກ່າວ​ຫາ Israel ວ່າ ທໍາ​ງານ​ຮ່ວມ​ກັບບັນດາປະ​ເທດຕາ​ເວັນຕົກ ​ເພື່ອ​ບ່ອນທໍາລາຍຊິ​ເຣຍ ​ແລະ​ໄດ້​ກ່າວ​ວ່າ ປະ​ເທດ​ຂອງ​ທ່ານ​ມີ​ສິດ​ທີ່​ຈະ​ໂຕ້​ຕອບ.

ຣັດ​ເຊຍ ຮວມທັງ ຈີນ ​ແລະ​ເລຂາ​ທິການ​ໃຫຍ່​ຂອງ​ອົງການ​ສະຫະ​ປະ​ຊາ​ຊາດ ທ່ານ Ban Ki-moon ​ໄດ້ສະ​ແດງ​ຄວາມ​ເປັນ​ຫ່ວງ​ ກ່ຽວ​ກັບ​ການ​ໂຈມ​ຕີ​ທາງ​ອາກາດ​ດັ່ງກ່າວ ແລະໄພ​ຂົ່ມຂູ່​ທີ່​ວ່າ ວິ​ກິດ​ການໃນ​ຊີ​ເຣຍ ອາດ​ສາມາດ​ແຜ່​ລາມ​ອອກ​ໄປ​ໄດ້​ນັ້ນ.

ການໂຈມຕີຂອງອິສຣາແອລ ສ້າງຄວາມລໍາບາກໃຈໃຫ້ເຫລົ່າປະເທດອາຣັບ:

Israeli Strikes in Syria Pose Dilemma for Arab States
please wait

No media source currently available

0:00 0:02:05 0:00
ລິງໂດຍກົງ

ຄາດກັນ​ວ່າ ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ຈະ​ໂອ້​ລົມ​ສົນທະນາກ່ຽວກັບ
​ບັນຫາ​ດັ່ງກ່າວ ​ໃນ​ວັນ​ອັງຄານ​ມື້​ນີ້​ ​ໃນ​ການ​ພົບ​ປະກັນ​ກັບລັດຖະມົນຕີ​ການ​ຕ່າງປະເທດ
​ສະຫະລັດ ທ່ານ John Kerry ​ໃນກຸງ Moscow.

ອົງການ​ສິ້ງ​ຊອມ​ສິດທິມະນຸດ​ຊີ​ເຣຍ ທີ່​ມີ​ສໍານັກງານ​ຢູ່​ໃນອັງກິດ ​ກ່າວ​ວ່າ​ ​ການ​ໂຈມ​ຕີ​ທາງ​ອາກາດ​ໃນວັນ​ອາທິດ​ແລ້ວ​ນີ້ ຕໍ່​ຄ້າຍ​ທະຫານແຫ່ງ​ນຶ່ງ ໃກ້ໆ​ກັບ​ນະຄອນຫລວງ Damascus ໄດ້ຍັງ​ຜົນ​ໃຫ້​ທະຫານເສຍ​ຊີວິດຢ່າງ​ນ້ອຍ 42 ​ຄົນ. ທາງລັດຖະບານ​ຊີເຣຍ ບໍ່​ໄດ້ແຈ້ງ​ຈໍານວນ​ຜູ້​ເສຍ​ຊີວິດ ​ແຕ່ວ່າ​ສື່​ຂອງ​ລັດ​ລາຍ​ງານ​ວ່າ​ ​ມີ​ຜູ້​ບາ​ດ​ເຈັບ​ແລະເສຍ​ຊີ​ວິດ.

ສະມາຊິກສະພາ​ແຫ່ງ​ຊາດ Israel ທ່ານ Tzach Hanegbi ທີ່ໃກ້ຊິດກັບນາຍົກລັດຖະ
ມົນຕີ Benjamin Netanyahu ບໍ່ຍອມໃຫ້ການຢືນຢັນວ່າ Israel ຢູ່ເບື້ອງຫຼັງຂອງການ​
ໂຈມ​ຕີ​ທາງ​ອາກາດ​ນັ້ນ ແຕ່ກໍໄດ້ກ່າວໃນວັນຈັນວານນີ້ ວ່າ ຖ້າແມ່ນການກະທໍາຂອງ Israel
ແລ້ວ ກໍແມ່ນວ່າ ມັນເປັນການ​ໂຈມ​ຕີຕໍ່ກຸ່ມ Hezbollah ໃນເລບານອນ ບໍ່ແມ່ນຕໍ່ຊີເຣຍ.


XS
SM
MD
LG