ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທະຫານຊີເຣຍ ສືບຕໍ່ໂຈມຕີ ພວກກະບົດ ທີ່ເມືອງ Aleppo (ສະໄລດ໌)


ພວກນັກລົບຂອງກຸ່ມກອງທັບຊີເຣຍເສລີພວມລໍຖ້າຍິງຈະຫຼວດໝາກປີ ໃສ່ລົດຖັງທະຫານຊີເຣຍທີ່ຄຸ້ມ Salaheddine ໃນເມືອງ Aleppo (10 ສິງຫາ 2012)
ພວກນັກລົບຂອງກຸ່ມກອງທັບຊີເຣຍເສລີພວມລໍຖ້າຍິງຈະຫຼວດໝາກປີ ໃສ່ລົດຖັງທະຫານຊີເຣຍທີ່ຄຸ້ມ Salaheddine ໃນເມືອງ Aleppo (10 ສິງຫາ 2012)

ພວກ​ນັກ​ເຄື່ອນ​ໄຫວ​ໃນ​ຊີ​ເຣຍກ່າວ​ວ່າ ກຳລັງ​ທະຫານ​ລັດຖະບານ​ໄດ້​ທຳ​ການລະດົມ​ຍິງຮອບ
​ໃໝ່ໃສ່ເມືອງ Aleppo ​ໃນ​ວັນ​ສຸກ​ມື້ນີ້ ​ໃນ​ການ​ສືບ​ຕໍ່​ບຸກ​ໂຈມ​ຕີ​ເຂດຄວບ​ຄຸມ​ຂອງ​ພວກ​ກະບົດ
ຢູ່​ໃນ​ຫົວ​ເມືອງ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ປະ​ເທດ.

ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ​ທີ່​ມີ​ສຳນັກງານ​ຢູ່​ອັງກິດ ລາຍ​ງານ​ໃຫ້​ຊາບ​ກ່ຽວ​ກັບກາ​ນຍິງ​ປືນ​ໃຫຍ່
​ໂຈມ​ຕີ​ຮອບ​ໃໝ່ ໃສ່​ເມືອງ Aleppo ຊຶ່ງ​ເປັນ​ເມືອງ​ຫຼວງທາງ​ການ​ຄ້າ ຂອງ​ຊີ​ເຣຍ ຕະຫຼອດທັງ​
ການ​ປະ​ທະ​ກັນ​ລະຫວ່າງ​ທະຫານ​ລັດຖະບານ​ແລະ​ພວກ ກະບົດ.

ພວກ​ນັກ​ຂ່າວ​ຢູ່​ໃນ​ເມືອງ Aleppo ​ແຈ້ງວ່າ ທະຫານ​ລັດຖະບານ​ສາມາດ​ບຸກ​ເຂົ້າຢຶດ​ເອົາ​ບາງ
​ເຂດ​ໃນ​ວັນ​ພະຫັດ​ວານ​ນີ້ ຂະນະ​ທີ່​ພວກ​ກະບົດ ​ພາກັນ​ຖອນ​ກຳລັງ​ອອກ​ໄປ​ ທາງ​ທິດ​ເໜືອ.
ພວກ​ກະບົດ​ປະກາດ​ວ່າ ຕົນ​ຈະ​ສືບ​ຕໍ່​ທຳ​ການ​ສູ້​ລົບ ທັງໆ​ທີ່​ມີ​ການ​ຈົ່ມ​ວ່າ ພວກ​ເຂົາ​ເຈົ້າບໍ່​ໄດ້
​ຮັບ​ການ​ສະໜັບສະໜຸນ​ຢ່າງ​ພຽງພໍ​ໃນດ້ານອາວຸດ​ແລະ​ລູກປືນ​.

ທ່ານ Malek al-Kurdi ຜູ້​ບັນຊາ​ການ​ສະໜາມ​ຂອງ​ພວກ​ກະບົດ​ກ່າວ​ຕໍ່​ວີ​ໂອ​ເອ​ພາສາ​ເປີ​ເຊຍ​
ໃນ​ບໍລິ​ເວນ​ຊາຍ​ແດນ​ເທີ​ກີ​ຕິດ​ກັບ​ຊີ​ເຣຍວ່າ ພວກ​ກະບົດ​ຕ້ອງການ​ຄວາມ​ຊ່ອຍ​ເຫຼືອຈາກ​ນາໆ
​ຊາດ​ຢ່າງ​ເຕັມທີ່.

​ໃນ​ວັນ​ສຸກ​ມື້ນີ້ ອັງກິດ​ກ່າວ​ວ່າ ຕົນ​ຈະ​ໃຫ້ການ​ຊ່ອຍ​ເຫຼືອ​ອຸບປະກອນດ້ານ​ສື່ສານ ​ແລະຢຸກຢາ​
ຕ່າງໆ​ໃນ​ມູນ​ຄ່າ​ເກືອບ 8 ລ້ານ​ໂດ​ລາ​ແກ່​ພວກ​ກະບົດ. ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ​
ອັງກິດ ທ່ານ William Hague ກ່າວຢູ່​ໃນ​ບົດ​ຄວາມບົດ​ນຶ່ງ​ຂອງ​ໜັງສືພິມ Times ວ່າ ​ເວລາ
​ນີ້ຕ້ອງ​ໄດ້​ມີ​ການ​ສ້າງ​ຕັ້ງຄວາມ​ສຳພັນ​ກັບພວກ​ທີ່​ອາດ​ຈະ​ປົກຄອງ​ປະ​ເທດ​ຊີ​ເຣຍ​ໃນ​ອະນາຄົດ. ​
ເງິນ​ຈຳນວນ​ນີ້ຈະ​ບໍ່​ຖືກ ​ນຳ​ໃຊ້​ໃນ​ການ​ຊື້ອາວຸດ.

XS
SM
MD
LG