ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກກະບົດ ຊີເຣຍ ໄດ້ຮັບຂໍ້ສະເໜີ ໃຫ້ປະຖິ້ມເມືອງ ອາເລັບໂປ


ຄວັນໄຟ ແລະ ແປວໄຟ ພວມປິວຂຶ້ນສູ່ທ້ອງຟ້າ ຫຼັງຈາກການ
ໂຈມຕີທາງອາກາດໃສ່ເຂດທີ່ຖືກປິດລ້ອມໂດຍພວກກະບົດ
ໃນເມືອງ ອາເລັບໂປ, ຊີເຣຍ. 11 ທັນວາ, 2016.
ຄວັນໄຟ ແລະ ແປວໄຟ ພວມປິວຂຶ້ນສູ່ທ້ອງຟ້າ ຫຼັງຈາກການ ໂຈມຕີທາງອາກາດໃສ່ເຂດທີ່ຖືກປິດລ້ອມໂດຍພວກກະບົດ ໃນເມືອງ ອາເລັບໂປ, ຊີເຣຍ. 11 ທັນວາ, 2016.

ເຈົ້າໜ້າທີ່ຝ່າຍຄ້ານ ຊີເຣຍ 3 ຄົນກ່າວວ່າ ພວກກະບົດທີ່ປະລາໄຊໃນ ການຕໍ່ສູ້ກັບກອງ ກຳລັງລັດຖະບານທີ່ໄດ້ຮັບການໜູນຫຼັງຈາກ ຣັດເຊຍ ໃນພາກຕາເວັນອອກຂອງເມືອງ Aleppo ໄດ້ຮັບຂໍ້ສະເໜີທີ່ໜູນຫຼັງໂດຍ ສະຫະລັດ ເພື່ອເຂົ້າຮ່ວມກັບພວກພົນລະເຮືອນ ໃນການເດີນທາງອອກ ຈາກເມືອງ ທີ່ມີຄວາມປອດໄພ ຮັບປະກັນໂດຍ ຣັດເຊຍ.

ອົງການຂ່າວ Reuters ໄດ້ລາຍງານ ກ່ຽວກັບ ຂໍ້ສະເໜີໃນຕອນແລງ ວັນອາທິດວານນີ້ວ່າ ກຸ່ມກະບົດຍັງບໍ່ທັນໄດ້ໃຫ້ຄຳຕອບເທື່ອ. ລາຍງານໄດ້ ກ່າວເພີ່ມເຕີມວ່າ ຣັດເຊຍ ໄດ້ຢືນ ຢັນວ່າບໍ່ໄດ້ມີການບັນລຸຂໍ້ຕົກລົງຂັ້ນສຸດທ້າຍເທື່ອ.

ຖ້າຂໍ້ສະເໜີຖືກຮັບຮອງໂດຍທັງສອງຝ່າຍ, ຂໍ້ຕົກລົງນັ້ນອາດຈະເປີດຊ່ອງ ທາງສຳລັບ ການສິ້ນສຸດການຕໍ່ສູ້ທີ່ມີມາໄດ້ 4 ປີ ໃນເມືອງເຊິ່ງຄັ້ງໜຶ່ງເຄີຍ ມີຊີວິດຊີວາ, ແລະ ສິ້ນສຸດ ການໂຈມຕີທາງອາກາດ ແລະ ການຍິງໂຈມຕີດ້ວຍປືນໃຫຍ່ເກືອບ 3 ເດືອນໂດຍກອງ ກຳລັງ ຣັດເຊຍ ແລະ ຊີເຣຍ.

ນອກນັ້ນຂໍ້ຕົກລົງດັ່ງກ່າວ ຍັງອາດຈະຮັບປະກັນຄວາມປອດໄພຂອງພົນລະເຮືອນທີ່ຕິດ ຄ້າງຢູ່ໃນເມືອງ Aleppo ນຳ ຍ້ອນການຕໍ່ສູ້ກັນມາ ນັບຕັ້ງແຕ່ເດືອນກັນຍາ. ໃນຈຸດສູງ ສຸດຂອງການໂຈມຕີນັ້ນ, ບັນດານັກການທູດຄາດຄະເນວ່າ ພົນລະເຮືອນທີ່ຖືກປິດລ້ອມ ໂດຍ ການຕໍ່ສູ້ ໄດ້ຖືກຕັດຈາກການຊ່ວຍເຫຼືອດ້ານມະນຸດສະທຳ ທີ່ມີ ຄວາມຕ້ອງການ ຢ່າງສູງ ພ້ອມກັບຫຼາຍຄົນແມ່ນຢ້ານວ່າຈະເດີນທາງ ໜີອອກໄປຈາກເມືອງຫຼາຍໂພດ.

ປະຊາຊົນ ຊີເຣຍ ທີ່ພາກັນຫຼົບໜີຈາກຫຼາຍເມືອງທາງພາກຕາເວັນອອກຂອງ ເມືອງ ອາເລັບໂປ, ລຽນແຖວຂຶ້ນລົດເມລັດຖະບານ. 29 ພະຈິກ, 2016
ປະຊາຊົນ ຊີເຣຍ ທີ່ພາກັນຫຼົບໜີຈາກຫຼາຍເມືອງທາງພາກຕາເວັນອອກຂອງ ເມືອງ ອາເລັບໂປ, ລຽນແຖວຂຶ້ນລົດເມລັດຖະບານ. 29 ພະຈິກ, 2016

ບໍ່ມີຄຳເຫັນຈາກ ສະຫະລັດ ແລະ ການລາຍງານຈາກອົງການຂ່າວ Reuters ກ່ຽວກັບ ການເຄື່ອນໄຫວທາງການທູດທີ່ເກີດຂຶ້ນຄັ້ງຫຼ້າສຸດນີ້, ເຊິ່ງທັງສອງໄດ້ເກີດຂຶ້ນພ້ອມກັບ ໄຊຊະນະຄັ້ງໃຫຍ່ ຂອງລັດຖະບານທະຫານຢູ່ພາກຕາເວັນອອກຂອງເມືອງ ນັບຕັ້ງແຕ່ ການປ້ອງກັນຂອງພວກກະບົດໄດ້ແຕກຫັກເປັນຄັ້ງທຳອິດ ໃນສອງສັບປະດາ ທີ່ຜ່ານມາ.

ບໍ່ເທົ່າໃດມື້ ຫຼັງຈາກການໂຈມຕີໄດ້ເລີ່ມຂຶ້ນນັ້ນ, ທູດພິເສດອົງການສະ ຫະປະຊາຊາດ ທ່ານ Stefan de Mistura ກໍໄດ້ກ່າວຕໍ່ສະມັດຊາ ໃຫຍ່ອົງການສະຫະປະຊາຊາດວ່າ ພວກກະບົດໄດ້ປະເຊີນໜ້າກັບ ການໃກ້ຈະປະລາໄຊຢ່າງແນ່ນອນໃນເມືອງ Aleppo ໃນທ້າຍເດືອນ ທັນວານີ້ ຈົນກວ່າວ່າຈະມີການບັນລຸຂໍ້ຕົກລົງໃໝ່ນຳກັນ.

ໃນຂະນະດຽວກັນ, ປະມານ 200 ກິໂລແມັດລົງໄປທາງພາກຕາເວັນ ອອກສຽງໃຕ້ນັ້ນ, ພວກ ຈີຮາດ ລັດອິສລາມ ຖືກລາຍງານວ່າ ໄດ້ເຂົ້າຄວບຄຸມເມືອງ Palmira ແລະ ຊາກ ຫັກພັງທີ່ເກົ່າແກ່ຂອງເມືອງ ຢ່າງເຕັມທີ່ ໃນຕອນແລງວັນອາທິດວານນີ້, ຫຼັງຈາກການຕໍ່ ສູ້ກັນ 4 ມື້ຢູ່ນອກເມືອງດັ່ງກ່າວ.

Three Syrian opposition officials say overmatched rebels battling Russia-backed government forces in eastern Aleppo have received a U.S.-backed proposal to join with civilians in leaving the city, under safe passage guaranteed by Russia.

Reuters news agency reported the proposal late Sunday, saying rebel groups had not yet responded.The report further stated that Russia insisted no final deal had been reached.

If endorsed by all sides, the agreement would open the way for an end to four years of fighting in the once-vibrant northern city, and end nearly three months of devastating aerial and artillery bombardments by Russian and Syrian forces.

Such an agreement would also guarantee the safety of a vast Aleppo civilian population trapped since September by the fighting.At the height of the offensive, diplomats estimated 250,000 civilians under siege were cut off from critical humanitarian supplies, with many of them too afraid to flee.

There has been no U.S. comment on the recent surge in diplomatic activity or the Reuters report, both of which coincide with huge government military gains in the city's eastern sector since rebel defenses were first breached two weeks ago.

Days after the offensive began, United Nations special envoy Stefan de Mistura told the U.N. General Assembly that rebels faced near-certain defeat in the city by the end of December unless a deal was reached.

Palmyra under IS control

Meanwhile, about 200 kilometers to the southeast, Islamic State jihadists were reported in full control of Palmyra and the city's ancient ruins late Sunday, after four days of fighting outside the city.

XS
SM
MD
LG