ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ແລະ ພັນທະມິດ ຢູໂຣບ ກ່າວວ່າ ການຢຸດຍິງໃນ ຊີເຣຍ ແມ່ນຂຶ້ນກັບ ຣັດເຊຍ


ພວກຜູ້ຊາຍ ກວດກາຄວາມເສຍຫາຍ ຫຼັງຈາກການໂຈມຕີ
ທາງອາກາດໃສ່ ຊຸມຊົນ al-Qaterji ຂອງເມືອງ Aleppo ທີ່ຖືກຄວບຄຸມໂດຍພວກກະບົດ. ຊີເຣຍ, 25 ກັນຍາ, 2016.
ພວກຜູ້ຊາຍ ກວດກາຄວາມເສຍຫາຍ ຫຼັງຈາກການໂຈມຕີ ທາງອາກາດໃສ່ ຊຸມຊົນ al-Qaterji ຂອງເມືອງ Aleppo ທີ່ຖືກຄວບຄຸມໂດຍພວກກະບົດ. ຊີເຣຍ, 25 ກັນຍາ, 2016.

ສະຫະລັດ ແລະ ພັນທະມິດຈາກ ຢູໂຣບ ຂອງພວກເຂົາເຈົ້າໄດ້ຮຽກຮ້ອງ ຣັດເຊຍ ໃຫ້ດຳ ເນີນການໃຊ້ມາດຕະການ “ພິເສດ” ເພື່ອສະໜັບສະໜູນການຢຸດຍິງໃນ ຊີເຣຍ.

ໃນຖະແຫຼງການຮ່ວມທີ່ຖືກເປີດເຜີຍໃນຕອນແລງຂອງວັນເສົາວານນີ້, ບັນດາລັດຖະມົນ ຕີຈາກ ສະຫະລັດ, ຝຣັ່ງ, ອິຕາລີ, ເຢຍລະມັນ, ອັງກິດ ແລະ ບັນດາຜູ້ແທນລະດັບສູງ ຂອງ ສະຫະພາບ ຢູໂຣບ ໄດ້ຜັກດັນ ມົສກູ ໃຫ້ສະໜັບສະໜູນການຊ່ວຍເຫຼືອດ້ານມະນຸດ ສະທຳ, ຢຸດການຖິ້ມລະເບີດໃສ່ ຊີເຣຍ ແລະ ຟື້ນຟູຄວາມພະຍາຍາມເຮັດສັນຍາສະ ຫງົບເສິກ.

ຖະແຫຼງການນີ້ກ່າວວ່າ “ພາລະແມ່ນຂຶ້ນກັບ ຣັດເຊຍ ທີ່ຈະພິສູດໃຫ້ເຫັນເຖິງຄວາມ ເຕັມໃຈຂອງພວກເຂົາເຈົ້າ ແລະ ສາມາດທີ່ຈະດຳເນີນມາດຕະການພິເສດ ເພື່ອຊ່ວຍ ຄວາມພະຍາຍາມທາງການທູດ ເພື່ອຟື້ນຟູສັນຍາສະຫງົບເສິກ, ອະນຸຍາດການຊ່ວຍ ເຫຼືອດ້ານມະນຸດສະທຳໃຫ້ເປັນອິດສະຫຼະເສລີ ແລະ ສ້າງສະຖານະພາບທີ່ມີຄວາມ ຈຳເປັນສຳລັບການດຳເນີນການເຈລະຈາ ນຳໜ້າໂດຍອົງການ ສະຫະປະຊາຊາດ ກ່ຽວກັບ ການປ່ຽນແປງທາງດ້ານການເມືອງ.”

ບັນດາພັນທະມິດໄດ້ຮັກສາຄຳໝັ້ນສັນຍາຂອງພວກເຂົາເຈົ້າເພື່ອທຳລາຍກຸ່ມລັດອິສລາມ ແລະ ໄດ້ຂໍໃຫ້ ຣັດເຊຍ ເພັ່ງເລັງໃສ່ກຸ່ມ al-Qaida ທີ່ເປັນພັນທະມິດກັນໃນ ຊີເຣຍ.

ອັງກິດ, ຝຣັ່ງ ແລະ ສະຫະລັດ ໄດ້ຈັດກອງປະຊຸມສຸກເສີນ ສະພາຄວາມໝັ້ນຄົງ ອົງການ ສະຫະປະຊາຊາດໃນຕອນເຊົ້າຂອງວັນອາທິດມື້ນີ້ ເພື່ອຈັດການກັບວິກິດການດັ່ງກ່າວ.

ເລຂາທິການໃຫຍ່ອົງການ ສະຫະປະຊາຊາດ ທ່ານ Ban Ki-moon ໄດ້ກ່າວໃນວັນເສົາ ວານນີ້ວ່າ ທ່ານຮູ້ສຶກ “ຕົກໃຈຍ້ອນຄວາມຮຸນແຮງທາງທະຫານທີ່ເພີ່ມຂຶ້ນ” ໃນເມືອງ Aleppo ຂອງປະເທດ ຊີເຣຍ ທີ່ຖືກທຳລາຍໂດຍສົງຄາມ ທີ່ພວກຜູ້ເຫັນເຫດການກ່າວວ່າ ໄດ້ຖືກນຳພາໂດຍກອງກຳລັງ ຊີເຣຍ ແລະ ພັນທະມິດ ຣັດເຊຍ ຂອງພວກເຂົາເຈົ້າ.

ທ່ານ Ban ໄດ້ກ່າວປະນາມປະຊາຄົມນານາຊາດ ໂດຍເອີ້ນມັນວ່າ “ວັນທີ່ມືດມົນສຳລັບ ຄຳໝັ້ນສັນຍາຂອງໂລກ ເພື່ອປົກປ້ອງພົນລະເຮືອນ” ຢູ່ໃນປະເທດດັ່ງກ່າວ.

ນອກນັ້ນ ທ່ານ Ban ຍັງໄດ້ຮຽກຮ້ອງບັນດາປະເທດມະຫາອຳນາດໂລກໃຫ້ “ສົ່ງຂໍ້ຄວາມ ທີ່ມີຄວາມກະຈ່າງແຈ້ງ” ວ່າ “ການໃຊ້ລະບົບທີ່ເຫັນໄດ້ຊັດ” ກ່ຽວກັບ ລະເບີດກໍ່ຄວາມ ບໍ່ສະຫງົບ ແລະ ຖິ້ມລະເບີດທີ່ເອີ້ນວ່າ bunker buster “ຈະບໍ່ໄດ້ຮັບການຍອມໃຫ້ເກີດ ຂຶ້ນໄດ້."

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG