ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຊາຊົນ 2 ລ້ານຄົນ ໃນນະຄອນຫຼວງ ຂອງ ຊີເຣຍ ຂາດນ້ຳສະອາດ ແລະ ໄຟຟ້າ


ປະຊາຊົນຖືຄຸ ໃນຂະນະທີ່ພວກເຂົາເຈົ້າຍ່າງຜ່ານຖະໜົນທີ່ໄດ້ຮັບຄວາມເສຍຫາຍ ໃກ້ກັບຜ້າສີຟ້າທີ່ຖືກໃຊ້ເປັນບ່ອນລີ້ຈາກດັກຍິງ ຫຼື snipers ໃນເມືອງ Manbij, ບໍລິເວນຂອງນະຄອນຫຼວງ Aleppo ທີ່ຄວບຄຸມໂດຍລັດຖະບານ. ຊີເຣຍ. 7 ສິງຫາ, 2016.
ປະຊາຊົນຖືຄຸ ໃນຂະນະທີ່ພວກເຂົາເຈົ້າຍ່າງຜ່ານຖະໜົນທີ່ໄດ້ຮັບຄວາມເສຍຫາຍ ໃກ້ກັບຜ້າສີຟ້າທີ່ຖືກໃຊ້ເປັນບ່ອນລີ້ຈາກດັກຍິງ ຫຼື snipers ໃນເມືອງ Manbij, ບໍລິເວນຂອງນະຄອນຫຼວງ Aleppo ທີ່ຄວບຄຸມໂດຍລັດຖະບານ. ຊີເຣຍ. 7 ສິງຫາ, 2016.

ອົງການ​ສະຫະ​ປະຊາ​ຊາດ​ໄດ້​ເຕືອນ​ໃນ​ວັນ​ອັງຄານ​ວານ​ນີ້ວ່າ ມີ​ປະຊາຊົນ​ຫຼາຍ ກວ່າ 2 ລ້ານ​ຄົນ​ໃນ​ເມືອງ Aleppo ຂອງ​ຊີ​ເຣຍ ບໍ່​ມີ​ນ້ຳ​ສະອາດ​ຫຼື​ໄຟ​ຟ້າ​ໃຊ້ ​ແລະ​ຮຽກຮ້ອງ​ໃຫ້​ຍຸຕິ​ການ​ສູ້​ລົບ​ກັນ​ ເພື່ອ​ສ້ອມ​ແປງ​ພື້ນຖານ​ໂຄງ​ລ່າງ​ທີ່​ໄດ້​ຮັບ ຄວາມ​ເສຍ​ຫາຍ ​ແລະ​ ຈັດ​ສົ່ງ​ການ​ຊ່ວຍ​ເຫລືອ​ທາງ​ດ້ານ​ມະນຸດ​ສະ​ທຳ​ໄປ​ໃຫ້.

ທ່່ານ Stephen O’Brien ຫົວໜ້າ​ອົງການ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ທາງດ້ານ​ມະ ນຸດ​ສະທຳ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ທີ່​ນະຄອນ​ນິວຢອກ​ວ່າ ພວກ​ເຮົາ​ມີ​ເຄື່ອງ​ຊ່ວຍ ​ເຫລືອ​ພ້ອມແລ້ວ​ທີ່​ຈະ​ຈັດ​ສົ່ງ​ໄປ​ໃຫ້ ​ເຄື່ອງ​ໃຊ້​ໃນ​ໂຮງໝໍ ລັດ​ໂຮງໝໍ ນ້ຳມັນ​ເຊື້ອ​ໄຟ​ສຳ​ລັບ​ແລ່ນ​ຈັກ​ໄຟຟ້າ ອຸບປະກອນ​ກ່ຽວ​ກັບ​ການ​ກອງ​ນ້ຳ​ແລະ​ອື່ນໆ. ພວກ​ເຮົາ​ສາມາດ​ຈັດ​ສົ່ງ​ການ​ຊ່ວຍ​ເຫລືອ​ເຫຼົ່ານີ້​ໄປ​ໃຫ້​ພາຍ​ໃນ​ເວລາ 24 ຫາ 48 ຊົ່ວ​ໂມງ ​ຖ້າ​ຫາກ​ໄດ້​ຮັບ​ການ​ຄ້ຳປະ​ກັນ​ດ້ານ​ຄວາມ​ປອດ​ໄພ.

ພາບຄວັນກຳລັງປິວຂຶ້ນສູ່ທ້ອງຟ້າ ຈາກໂຮງງານຊີມັງ ທີ່ຖືກຄວບຄຸມໂດຍລະບອບການເມືອງ ຊີເຣຍ. ເມືອງ Aleppo. ຊີເຣຍ. 9 ສິງຫາ 2016.
ພາບຄວັນກຳລັງປິວຂຶ້ນສູ່ທ້ອງຟ້າ ຈາກໂຮງງານຊີມັງ ທີ່ຖືກຄວບຄຸມໂດຍລະບອບການເມືອງ ຊີເຣຍ. ເມືອງ Aleppo. ຊີເຣຍ. 9 ສິງຫາ 2016.

ອົງການ​ດັ່ງກ່າວ​ຂອງ​ສະຫະ​ປະຊາ​ຊາດ​ໄດ້​ຮຽກຮ້ອງ​ອີກ​ຄັ້ງນຶ່ງ​ ​ໃຫ້ມີ​ການ​ຢຸດ​ຍິງ​ເປັນ​ເວ ລາ 48 ຊົ່ວ​ໂມງ​ສຳລັບ​ຈັດ​ສົ່ງ​ການ​ຊ່ວຍ​ເຫລືອ ​ທີ່​ປະຊາຊົນ​ໃນ​ເມືອງ ​ Aleppo ຕ້ອງການ​ເປັນທີ່​ສຸດ​ໄປ​ໃຫ້​ ​ແລະ​ຍົກຍ້າຍ​ພວກ​ເຂົາ​ເຈົ້າອອກ​ໜີ ​ແຕ່ ສິ່ງ​ເຫລົ່ານີ້ບໍ່​ໄດ້​ເກີດ​ຂຶ້ນ. ທ່ານ O’Brien ຮຽກຮ້ອງໃຫ້​ສະພາ​ຄວາມ​ໝັ້ນຄົງ​ອົງ ການ​ສະຫະ​ປະຊາ​ຊາດ ​ໃຊ້​ອິດ​ທິພົນ​ຂອງ​ຕົນ ​ເພື່ອ​ເຮັດ​ໃຫ້ການ​ຢຸດ​ຍິງ​ກາຍ​ເປັນ ຄວາ​ມຈິງ​ຂຶ້ນມາ.

ການ​ໂຈມ​ຕີ​ໃນອາທິດ​ນີ້ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໃຫ້​ແກ່​ໂຮງ​ໄຟຟ້າ​ແລະພື້ນຖານ​ໂຄງ​ລ່າງ​ໃນ​ການ​ສະໜອງ​ນ້ຳ​ໃຊ້ໃນເມື​ອງ Aleppo ​ແລະ​ທາງ​ຫລວງ ສາຍ​ສຳຄັນ​ໃນ​ການ​ຕິດ​ຕໍ່​ກັບ​ກ້ຳ​ຕາ​ເວັນ​ອອກ​ແລະ​ກ້ຳ​ຕາ​ເວັນ​ຕົກ​ຂອງ​ເມືອງ​ດັ່ງ ກ່າວ​ໄດ້​ຖືກ​ຕັດຂາດ ​ໃນ​ໄລ ຍະ​ສອງ​ສາມ​ອາທິດ​ທີ່​ຜ່ານ​ມານີ້ ​ເຮັດ​ໃຫ້​ສະຖານະ ການ​ດ້ານ​ມະນຸດສະທຳ​ທີ່​ຮ້າຍ​ແຮງ​ຢູ່​ແລ້ວນັ້ນ ຊຸດ​ໂຊມ​ລົງ​ຕື່ມ.

ພວກ​ນັກ​ການ​ທູດ​ທີ່​ສະພາ​ຄວາມ​ໝັ້ນຄົງ ​ໃຫ້ການ​ສະໜັບສະໜຸນ​ຕໍ່​ການ​ຢຸດ​ຍິງ ​ເພື່ອ​ມະ ນຸດສະທຳ ​ແຕ່​ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ກ່ຽວ​ກັບບາດ​ກ້າວ​ໃນ​ຂັ້ນທຳ​ອິດ ທີ່​ພວກ​ທ່ານ​ຈະ​ເອົາ​ ​ເພື່ອ​ເຮັດ​ໃຫ້ການ​ຢຸດ​ຍິງ​ກາຍ​ເປັນຄວາມ​ຈິງ​ຂຶ້ນມາ.

ທ່ານ O’Brien ​ເຕືອນວ່າ ສະຖານະ​ການ​ດ້ານ​ມະນຸດສະທຳ​ຢູ່​ໃນ​ທົ່ວ​ປະ​ເທດ ​ຊີ​ເຣຍ​ແມ່ນຕົກ​ຢູ່​ໃນ​ສະພາ​ທີ່​ໜ້າ​ຢ້ານ​ກົວ ຊຶ່ງ​ທ່ານ​ກ່າວ​ວ່າ ​ສະພາບ​ການ​ໃນ​ທົ່ວ​ປະ​ເທດ​ຊີ​ເຣຍ​ແມ່ນ​ມີ​ຄວາມ​ຫຍຸ້ງຍາກ ​ແລະ​ພວມ​ຫຍຸ້ງຍາກ​ຂຶ້ນ​ເລື້ອຍໆ.

ອ່ານຂ່າວນີ້ຕື່ມເປັນຳພາສາອັງກິດ

Syria
please wait
Embed

No media source currently available

0:00 0:01:17 0:00

XS
SM
MD
LG