ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະພາ ຄວາມໝັ້ນຄົງ ສປຊ ປະຊຸມສຸກເສີນ ກ່ຽວກັບ ຄວາມຮຸນແຮງ ຢູ່ ອາເລັບໂປ


ຢູ່ໃຕ້ທຸງຊາດຂອງຊີເຣຍ ທະຫານລັດຖະບານຄົນນຶ່ງ ຍົກມືຂຶ້ນ ເປັນຮູບຕົວວີ ໃນຂະນະທີ່ເບິ່ງໄປທາງກ້ຳຕາເວັນອອກ ຂອງເມືອງອາເລັບໂປ.
ຢູ່ໃຕ້ທຸງຊາດຂອງຊີເຣຍ ທະຫານລັດຖະບານຄົນນຶ່ງ ຍົກມືຂຶ້ນ ເປັນຮູບຕົວວີ ໃນຂະນະທີ່ເບິ່ງໄປທາງກ້ຳຕາເວັນອອກ ຂອງເມືອງອາເລັບໂປ.

ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ມີ​ກຳນົດ​ທີ່​ຈະ​ເປີດກອງ​ປະຊຸມ​ສຸກ​ເ​ສີນ​ໃນ​ວັນ​ພຸດ​ມື້ນີ້ ກ່ຽວ​ກັບ​ການ​ສູ້​ລົບ ທີ່​ເພີ້ມທະວີ​ຂຶ້ນ​ເມື່ອ​ໄວ​ໆ​ມານີ້ ຢູ່​ທີ່ເມືອງ Aleppo ​ໃນພາກ​ເໜືອ​ຂອງ​ປະ​ເທດ​ຊີ​ເຣຍ.

ອັງກິດ​ແລະ​ຝຣັ່ງ ຮຽກຮ້ອງ​ໃຫ້​ເປີດ​ກອງ​ປະຊຸມ​ດັ່ງກ່າວຊຶ່ງ​ເອກ​ອັກຄະ​ລັດຖະທູດຣັດ​ເຊຍ ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດ ທ່ານ Vitaly Churkin ຕ້ອງ​ຕິ​ວ່າ ​ເປັນ​ “ການ​ປຸກລະ ດົມເພື່ອ​ໂຄສະນາ​ຊວນ​ເຊື່ອ”.

ກອງ​ປະຊຸມ​ນີ້ ມີ​ຂຶ້ນຫຼັງ​ຈາກ​ໄດ້​ມີ​ການ​ທຳນາຍ​ ທີ່​ໜ້າ​ຢ້ານ​ກົວ​ໃນ​ວັນ​ອັງຄານ​ວານ​ນີ້​ໂດຍ​ທູດ​ພິ​ເສດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ທ່ານ Steffan de Mistura ໃນ​ຂະນະ​ທີ່​ການ​ສູ້​ລົບ​ກັນ​ທີ່​ເມືອງ Aleppo ຍັງ​ສືບ​ຕໍ່​ເພີ້ມທະວີ​ຄວາມ​ຮ້າຍ​ແຮງ​ຂຶ້ນແລະ​ມີ​ພົນລະ​ເຮືອນຫາ​ທາງ​ຫລົບໜີ​ຕື່ມ​ຂຶ້ນ.

Syria Aleppo
please wait
Embed

No media source currently available

0:00 0:01:31 0:00

ທ່ານ de Mistura ​ໃຫ້​ຄວາມ​ເຫັນ ​ຕໍ່​ສະພາ​ຢູ​ໂຣບວ່າ “​ເປັນ​ທີ່​ຈະ​ແຈ້ງ ຂ້າພະເຈົ້າບໍ່​ສາ ມາດ​ປະຕິ​ເສດ​ໄດ້​ ນີ້​ແມ່ນ​ການເລັ່ງລັດການ​ປະ​ຕິ​ບັດ​ງານ​ທາງ​ທະຫານ​ແລະ​ຂ້າພະ​ເຈົ້າ ບໍ່ສາມາດ ​ບອກ​ພວກ​ທ່ານ​ໄດ້​ວ່າ ພາກ​ຕາ​ເວັນ​ອອກ​ຂອງ​ເມືອງ Aleppo ຈະ​ຍັງ​ເຫລືອ ​ຢູ່ອີກ​ດົນ​ປານ​ໃດ. ມີ​ການ​ເພີ້ມທະວີ​ການ​ເຄື່ອນ​ໄຫວ​ທາງ ດ້ານ​ທະຫານ​ຕື່ມ​ຂຶ້ນ.”

ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍ ທີ່​ມີ​ຫ້ອງ​ການຢູ່​ອັງກິດ ​ລາຍ​ງານ​ວ່າ ​ເກືອບ 50 ພັນ ຄົນ​ໄດ້​ພາກັນ​ຫລົບໜີ​ຈາກ​ກ້ຳ​ຕາ​ເວັນ​ອອກ​ຂອງ​ເມືອງ Aleppo ​ແລ້ວ.

ການ​ສູ້​ລົບ​ທີ່​ເພີ້ມທະວີ​ຂຶ້ນ​ໄດ້​ບັງຄັບ​ໃຫ້​ພົນລະ​ເຮືອນ​ຫລາຍໆ​ຄົນ​ຕ້ອງ​ໄດ້​ພາກັນ​ຫລົ​ບໜີ​ໄປ​ຈາກ​ບ້ານ​ເຮືອນ​ຂອງ​ພວກ​ເຂົາ​ເຈົ້າມື​ເປົ່າຊຶ່ງ​ເປັນ​ສະຖານະ​ການ ​ທີ່​ຫົວໜ້າມະນຸດ​ສະ​ທຳ​ ຂອງ​ອົງການ​ສະຫະ​ປະຊາ​ຊາດ ທ່ານ Stephen O’Brien ​ເອີ້ນວ່າ “​ເປັນ​ທີ່​ໜ້າຕົກ​ໃຈ​ແລະຂົນ​ຫົວ​ລຸກ.”

ພວກ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ການ​ຍິງປືນ​ໃຫຍ່ໂຈມ​ຕີ​ຮອບ​ໃໝ່​ໃນ​ວັນ​ພຸດ​ມື້ນີ້ ​ໃສ່​ພາກ​ ຕາເວັນ​ອອກ​ຂອງ​ເມືອງ Aleppo ​ໄດ້​ສັງຫານ​ຢ່າງ​ໜ້ອຍ 21 ຄົນ ​ຢູ່​ໃນ​ບໍລິ​ເວນ​ທີ່​ຜູ້​ຄົນ ​ຫລົບໜີ​ຈາກ​ເຂດ​ອື່ນໆ ​ໄປ​ອາ​ໄສ​ຢູ່​ນັ້ນ. ສ່ວນ​ຢູ່​ໃນ​ເຂດ​ຄວບ​ຄຸມ​ ຂອງລັດ​ຖະບານໃນ​ເມືອງ​ດັ່ງກ່າວນັ້ນ ອົງການ​ຂ່າວ SANA ຂອງ​ທາງ​ການ​ຊີ​ເຣຍລາຍ​ງານ​ວ່າ ການ​ຍິງປືນ​ໃຫຍ່​ໂຈມ​ຕີ​ໄດ້​ສັງຫານ 8 ຄົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG