ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊີເຣຍ ເພີ້ມການໂຈມຕີ ທາງອາກາດ ຕໍ່ເຂດ ພວກຕໍ່ຕ້ານຄວບຄຸມ ໃນເມືອງ Aleppo


ຮູບພາບຂອງກຸ່ມປົກປ້ອງພົນລະເຮືອນ ໝວກເຫຼັກຂາວ ສະແດງໃຫ້ເຫັນວ່າ ລົດໂຮງໝໍ ຖືກລະເບີດ ຢູ່ຕໍ່ໜ້າ ສຳນັກງານຂອງອົງານດັ່ງກ່າວ ໃນເມືອງ Aleppo. (23 ກັນຍາ 2016.
ຮູບພາບຂອງກຸ່ມປົກປ້ອງພົນລະເຮືອນ ໝວກເຫຼັກຂາວ ສະແດງໃຫ້ເຫັນວ່າ ລົດໂຮງໝໍ ຖືກລະເບີດ ຢູ່ຕໍ່ໜ້າ ສຳນັກງານຂອງອົງານດັ່ງກ່າວ ໃນເມືອງ Aleppo. (23 ກັນຍາ 2016.

ການ​ໂຈມ​ຕີທາງ​ອາກາດ​ຢ່າງ​ບໍ່​ຂາດ​ໄລຍະຕໍ່​ເຂດ​ຄວບ​ຄຸມ​ຂອງ​ພວກ​ຕໍ່ຕ້ານ​ລັດຖະບານ ​ໃນ​ເມືອງ Aleppo ທີ່​ມີ​ການ​ແບ່ງ​ແຍກ ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ​ຊີ​ເຣຍ ຍັງ​ດຳ​ເນີນ​ຢູ່​ຕໍ່​ມາໃນ​ຕອນ​ເຊົ້າຂອງ​ວັນ​ເສົາ​ມື້ນີ້ໂດຍ​ທີ່​ຕຶກ​ອາຄານ​ຈຳນວນ​ນຶ່ງ​ໄດ້​ຖືກ​ທຳລາຍລົງ​ໄປ​ຈົນ​ເຖິງ​ຊັ້ນ​ໃຕ້​ພື້ນດິນ.

ກຸ່ມ​ສິ້ງຊອມສິດທິ​ມະນຸດ​ ໃນ​ຊີ​ເຣຍ ທີ່​ມີ​ສຳນັກງານ​ຢູ່​ອັງກິດ ​ກ່າວ​ວ່າ ມີ​ຜູ້​ເສຍ​ຊີວິດ ​ຢ່າງ​ ໜ້ອຍ 25 ຄົນ​ໃນ​ວັນ​ເສົາ​ມື້ນີ້. ​ໃນ​ມື້ກ່ອນ​ນັ້ນມີ​ບໍ່​ຕ່ຳ​ກວ່າ 30 ຄົນຮວມທັງ​ພວກ​ເດັກນ້ອຍ​ຫຼາຍຄົນ ມີ​ລາຍ​ງານ​ວ່າ​ ໄດ້​ຖືກ​ຂ້າ​ຕາຍ​ໂດຍ​ການ​ໂຈມ​ຕີ​ທາງ​ອາກາດ​ຂອງຣັດ​ເຊຍແລະ ​ລັດຖະບານ​ຊີ​ເຣຍ.

ພວກ​ທີ່​ເຫັນ​ເຫດການ ​ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ ​ທີ່​ໄດ້​ເພີ້ມທະວີ​ຂຶ້ນເລີ້ມມາ​ແຕ່ ຕອນ​ແລງ​ຂອງ​ມື້ວັນພຸດ ຫລັງ​ຈາກ​ລັດຖະບານ​ຊີ​ເຣຍ​ໄດ້​ປະກາດ​ກ່ຽວ​ກັບການ​ບຸກ​ໂຈມ​ຕີຄັ້ງ​ໃໝ່ເພື່ອ​ຍຶດ​ເອົ​າ​ເມືອງ​ດັ່ງກ່າວ​ທັງ​ໝົດ​ຄືນ. ການ​ໂຈມ​ຕີ​ໄດ້ມີຂຶ້ນຫຼັງ​ຈາກ​ສະຫະລັດ ລະ​ຣັດ​ເຊຍ​ບໍ່​ສາມາດ​ກອບ​ກູ້​ການ​ຢຸດ​ຍິງທີ່ເຮັດ​ໃຫ້​ການສູ້​ລົບ​ກັນ​ໄດ້​ຍຸຕິ​ເປັນ​ເວລາ​ເກືອບ​ນຶ່ງ​ອາທິດ.

ການ​ໂຈມ​ຕີ​ທາງ​ອາກາດ​ຢ່າງ​ໜັກ​ແມ່ນ​ແນ​ເປົ້າໝາຍ​ໃສ່​ຄຸ້ມ​ທີ່​ປະຊາຊົນ​ອາ​ໄສ​ຢູ່ແລະ​ຕຶກ​ອາຄານ​ທີ່​ໃຊ້​ໂດຍ​ກຸ່ມ​ອາສາ​ສະໝັກ​ທີ່​ຮູ້ກັນ​ໃນ​ຊື່​ພວກ​ໝວກ​ເຫລັກ​ຂາວ.

​ເມືອງ Aleppo ຊຶ່ງ​ເປັນ​ເມືອງ​ໃຫຍ່​ສຸດ ​ອັນ​ດັບ​ສອງ​ຂອງ​ປະ​ເທດ ໄດ້​ຖືກ​ແບ່ງອອກຈາກ ກັນ ໂດຍ​ທະຫານ​ຝ່າຍ​ລັດຖະບານ ​ກຳລັງ​ຂອງພວກ​ຕໍ່ຕ້ານ ພວກ​ອິສລາມ​ຫົວ​ຮຸນ​ແຮງ ​ແລະ​ພວກນັກລົບ​ຊາວ​ເຄີ​ດ ນັບ​ແຕ່​ປີ 2012 ​ເປັນຕົ້ນມາ.

ສະມາຊິກ​ຄົນ​ນຶ່ງ​ຂອງ​ກຸ່ມ​ປ້ອງ​ກັນ​ພົນລະ​ເຮືອນ​ຊີ​ເຣຍ ກ່າວ​ຕໍ່​ອົງການ​ຂ່າວ​ເອພີວ່າ ການ ຖິ້ມລະ​ເບີດ​ຮອບ​ໃໝ່​ນີ້ ​ແມ່ນ​ຮ້າຍ​ແຮງ​ທີ່​ສຸດ​ນັບ​ແຕ່​ສົງ​ຄາມ​ໄດ້​ເລີ້ມຂຶ້ນ.

ລາວ​ກ່າວ​ວ່າ ການ​ໂຈມ​ຕີນີ້ ​ແມ່ນ​ເພື່ອ​ເປັນ​ການ​ຕອບ​ໂຕ້ ​ຕໍ່​ກຸ່ມ ທີ່​ຮູ້​ກັນ​ໃນ​ຊື່ ພວກ​ໝວກ​ເຫລັກ​ຂາວ​ ທີ່​ຫາ​ກໍ​ໄດ້​ຮັບ​ລາງວັນ​ນາໆ​ຊາດ​ “Right Livelihood Award” ​ເມື່ອ​ວັນ​ພະ ຫັດ​ຜ່ານ​ມາ ​ເພື່ອ​ເປັນ​ການ​ຮັບ​ຮູ້​ຕໍ່​ຄວາມ​ພະຍາຍາມ​ຂອງພວກ​ເຂົາ​ເຈົ້າ ​ໃນ​ການ​ຊ່ອຍ​ກູ້​ແລະ​ສະໜອງ​ການ​ປິ່ນປົວ​ພະຍາບານ ​ຕໍ່​ພວກ​ທີ່​ໄດ້ຮັບ​ບາດ​ເຈັບ​ ຈາກ​ການ​ໂຈມ​ຕີ​ທາງ​ອາກາດ.

ກຸ່ມ​ດັ່ງກ່າວ​ເວົ້າວ່າ ການ​ບາດ​ເຈັບ​ລົ້ມຕາຍ​ໂດຍ​ເຕັມ​ນັ້ນຍັງ​ບໍ່​ສາມາດ​ຊັ່ງຊາ​ເບິ່ງໄດ້ຍ້​ອນ ການຖິ້ມລະ​ເບີດ​ຢ່າງ​ໜັກ ​ໄດ້​ຂັດຂວາງ​ ບໍ່​ໃຫ້​ພະນັກງານ ​ເຂົ້າ​ໄປ​ເຖິງ​ຜູ້ທີ່​ເຄາະ​ຮ້າຍ ​ໃນ​ການ​ໂຈມ​ຕີ​ທາງ​ອາກາດ​ເທື່ອ​ຫລ້າ​ສຸດ​ນີ້.

Relentless air strikes against the rebel-held section of the divided Syrian city of Aleppo continued Saturday, with many buildings destroyed down to the basements.

The Britain-based Syrian Observatory for Human Rights says at least 25 people have been killed Saturday. The previous day, at least 30 people, including several children were reported to have been killed by Russian and Syrian airstrikes.

Witnesses say the surge in airstrikes began late Wednesday after the Syrian government announced a renewed offensive to recapture the entire city. That follows the failure by the U.S. and Russia to salvage a cease-fire that had defused hostilities for nearly a week.

The intense air strikes are targeting residential areas and buildings used by the volunteer group known as the "White Helmets."

Aleppo, the country's second biggest city, has been divided among government troops, rebel militias, Islamic extremists and Kurdish fighters since 2012.

One member of the Syria Civil Defense group told the Associated Press that the renewed bombardment is the most intense of the war.

He claimed the attacks were in retaliation for the group, also known as the White Helmets, winning the international "Right Livelihood Award" Thursday in recognition of their efforts to rescue and provide medical care for those wounded in the strikes.

The group says the full extent of the casualties remains unclear because the intensity of the bombing has prevented workers from reaching victims of the latest strikes.

XS
SM
MD
LG