ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

20 ຄົນເສຍຊີວິດ ຍ້ອນລະເບີດ ໃນຊີເຣຍ (ເບິ່ງສະໄລດ໌)


ບັນດາ​ນັກ​ເຄື່ອນ​ໄຫວ​ຊີ​ເຣຍກ່າວ​ວ່າ ລະ​ເບີດ​ທີ່ແຕກ​ຂຶ້ນ​ໃນ​ເມືອງ Idlib ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ໄດ້​ສັງຫານ​ປະຊາຊົນ​ຢ່າງ​ໜ້ອຍ 20 ຄົນ.

ກຸ່ມ​ປົກ​ປ້ອງ​ສິດທິມະນຸດ Observatory for Human Rights ທີ່​ມີ​ຫ້ອງການຢູ່​ໃນ​ອັງກິດ
ກ່າວ​ວ່າ ລະ​ເບີດ​ດັ່ງກ່າວວາງ​ເປົ້າ​ໝາຍ​ໃສ່​ພວກ​ຕຶກຫ້ອງການ​ຂອງ​ໜ່ວຍ​ຮັກສາ​ຄວາມ
ປອດໄພ ​ແລະ​ໄດ້ສັງຫານ​ພວກ​ ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ເປັນ​ສ່ວນ​ໃຫຍ່.

ອົ​ງກາ​ນຂ່າວ​ແຫ່ງ​ລັດ​ຊີ​ເຣຍ SANA ກ່າວ​ວ່າ ​ເຫດ​ລະ​ເບີດ​ສອງ​ຄັ້ງ​ໄດ້​ເອົາ​ຊີວິດ 8 ຄົນ
ແລະຖິ້ມ​ໂທດ​ໃສ່​ “ພວກ​ກໍ່​ການ​ຮ້າຍ.”

ຈໍານວນຜູ້ເສຍຊີວິດ ໃນເມືອງຕ່າງໆຂອງຊີເຣຍ ມາຮອດວັນທີ 26 ເມສາ 2012.
ຈໍານວນຜູ້ເສຍຊີວິດ ໃນເມືອງຕ່າງໆຂອງຊີເຣຍ ມາຮອດວັນທີ 26 ເມສາ 2012.

ພ້ອມ​ດຽວ​ກັນ​ ອົງການ​ຂ່າວ
SANA ​ເວົ້າ​ວ່າ ພວກຄົນ​ຮ້າຍທີ່
​ປະກອບ​ອາວຸດ​ ໄດ້​ຍິງ​ລະ​ເບີດ​
ທີ່​ໃຊ້​ຈະ​ຫຼວດຍິງນັ້ນ​ ​ເຂົ້າໃສ່​
ທະນາຄານ​ແຫ່ງ​ຊາດ​ຊີ​ເຣຍ
​ແລະ​ວ່າ ຕຶກ​ທະນາຄານໄດ້​ຮັບ
ຄວາມ​ເສຍຫາຍ​ໃນການ​ໂຈມ​ຕີ
​ໃນ​ວັນ​ຈັນ​ມື້​ນີ້ ຢູ່​ນະຄອນຫຼວງ​
ດາ​ມັສກັສແຕ່​ບໍ່​ມີ​ຜູ້​ໃດ​ໄດ້​ຮັບ
ບາດ​ເຈັບ. SANA ລາຍ​ງານ
ເຊ່ນ​ກັນ​ ພວກ​ທີ່​ຕົນບັນ​ລະ
​ຍາຍ​ວ່າ ​ເປັນພວກ​ກໍ່​ການ​ຮ້າຍ
​ປະກອບ​ອາວຸດ​ໄດ້​ຍິງ​ລະເບີດ​
ໃສ່​ໜ່ວຍຕໍາຫຼວດ​ລາດ​ຕ​ເວນ​
ໃນ​ນະຄອນຫຼວງເຮັດ​ໃຫ້​ຕໍາ
ຫຼວດ​ຢ່າງ​ໜ້ອຍ 4 ຄົນ​ໄດ້​ຮັບ
​ບາດ​ເຈັບ.

ການ​ໂຈມ​ຕີ​ໃນ​ວັນ​ຈັນ​ມື້​ນີ້ ມີ​ຂຶ້ນ​ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງ​ຈາກຫົວໜ້າ​ໜ່ວຍ​ສັງ​ເກດການ
ສະຫະ​ປະຊາ​ຊາດ​ທີ່​ຫາ​ກໍ​ຖືກ​ແຕ່ງ​ຕັ້ງໃໝ່ໆໃຫ້ໄປ​ປະຈໍາການ​ໃນ​ຊີ​ເຣຍ ຮຽກຮ້ອງໃຫ້ພວກ
​ທະຫານ​ຂອງປະທານາທິບໍດີ Bashar al-Assad ​ແລະ​ພວກ​ຝ່າຍ​ຄ້ານ​ຢຸດ​ການສູ້​ລົບກັນ
​ເພື່ອໃຫ້​ຂໍ້​ຕົກລົງ​ຢຸດ​ຍິງ​ທີ່​ອ່ອນ​ແອ​ສາມາດ​ມີ​ຜົນ​ບັງຄັບ​ໃຊ້​.

ພົນ​ຕີ Robert Mood ​ເດີນທາງ​ໄປ​ຮອດ​ກຸງ​ດາ​ມັສກັສ​ໃນ​ວັນອາທິດ​ວານ​ນີ້ ​ເພື່ອ​ເປັນຫົວ
ໜ້າ​ທີ​ມ​ສັງ​ເກດ​ການ​ກອງ​ໜ້າຂອງ​ຢູແອັນຈໍານວນ 30 ຄົນ​ທີ່​ບໍ່​ປະກອບ​ອາວຸດ​ ເພື່ອຕິດ
ຕາມ​ເບິ່ງ​ຂໍ້​ຕົກລົງ​ຢຸດຍິງ​ທີ່ໄດ້​ລົງ​ນາມ​ກັນ​ໃນ​ວັນ​ທີ 12 ​ເມສາ ແຕ່​ການ​ສູ້​ລົບ​ກັນ​ກໍ​ຍັງ​ດໍາ
ເນີນ​ຢູ່​ຕໍ່​ມານັ້ນ.

ພົນ​ຕີ Robert Mood ຈາກນໍເວ

ນາຍ​ພົນ​ຈາກ​ນໍ​ເວ​ທ່ານ​ນີ້​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ຍຸດຕິ​ຄວາມ​ຮຸນ​ແຮງ ດ້ວຍ​ການ​ໃຊ້​ອາວຸດ
​ຕໍ່ສູ້​ກັນ​ນີ້​ທັງ​ໝົດ ​ແຕ່​ກໍກ່າວ​ວ່າ ພວກ​ສັງ​ເກດ​ການຂອງ​ຢູແອັນ ​ບໍ່​ສາມາດ​ທີ່​ຈະ​ແກ້​ໄຂ​ບັນ
ຫາ​ທັງ​ໝົດ​ໃນ​ຊີ​ເຣຍ​ໄດ້ ແລະ ​ທ່ານຮຽກຮ້ອງ​ໃຫ້​ມີ​ການ​ຮ່ວມ​ໄມ້​ຮ່ວມ​ມື​ກັນ​ຈາກພວກ​ກໍາ
ລັງ​ທີ່​ຈົງ​ຮັກ ພັກດີ​ຕໍ່​ທ່ານ​ອັສສັດ ຕະຫຼອດ​ທັງ​ພວກ​ຝ່າຍ​ກະບົດ​ທີ່​ພະຍາຍາມ​ຍຸດຕິ​ການ
​ປົກຄອງຂອງ​ທ່ານ​ອັສສັດນັ້ນ.

ແມ່ນ​ແຕ່​ໃນ​ຂະນະ​ທີ່​ທ່ານ​ກ່າວ​ຖ້ອຍ​ຖະ​ແຫຼ​ງດັ່ງກ່າວ​ໃນ​ວັນ​ອາທິດ​ວານ​ນີ້ ພວກນັກ​ເຄື່ອນ
​ໄຫວກໍ​ແຈ້ງ​ໃຫ້​ຊາບ​ວ່າ ຢ່າງ​ໜ້ອຍປະຊາຊົນ​ 25 ຄົນ​ເສຍຊີວິດ ຍ້ອນ​ຄວາມ​ຮຸນ​ແຮງ​ໃນ​ທົ່ວ
​ປະ​ເທດ ຮວມທັງ​ພົນລະ​ເຮືອນ 14 ຄົນ​ທີ່​ຖືກ​ພວກ​ທະຫານ​ຍິງ​ຕາຍ​ໃນບ້ານ Hamadi
Omar​ໃນແຂວງ​ຮາ​ມາ ທາງ​ພາກ​ກາງຂອງ​ຊີ​ເຣຍ.

XS
SM
MD
LG