ຊີເຣຍກ່າວວ່າ ເຈົ້າໜ້າທີ່ຂອງຕົນຍຶດອາວຸດໄດ້ຈໍານວນນຶ່ງທີ່ລັກລອບເອົາເຂົ້າມາຈາກເທີກີ ປະເທດເພື່ອນບ້ານຂອງຊີເຣຍນັ້ນ.
ອົງການຂ່າວ Sana ຂອງທາງການຊີເຣຍກ່າວໃນວັນຈັນມື້ນີ້ວ່າ ພວກອາວຸດເຫລົ່ານີ້ແມ່ນຮວມທັງປືນລ່າສັດ ແລະປືນເລັກຍາວ Kalashnikov ຫລາຍກວ່າ 150 ກະບອກ ພ້ອມທັງພວກປືນຍິງລະເບີດທີ່ຕິດຫົວຈະຫລວດຫລາຍກະບອກ.
ລາຍງານຂ່າວນີ້ມີຂຶ້ນ 1 ມື້ຫລັງຈາກອົງການຂ່າວ SANA ກ່າວວ່າ ພວກມືປືນຈຸນຶ່ງໃນພາກຕາເວັນຕົກສຽງເໜືອ ທີ່ປະສົບກັບບັນຫາຫຍຸ້ງ ຍາກນັ້ນ ໄດ້ສັງຫານລູກຊາຍ ໄວ 21 ປີຂອງນັກບວດມຸສລິມນິກາຍຊຸນນີຂັ້ນສູງສຸດຂອງປະເທດ ໃນການດັກໂຈມຕີບັ້ນນຶ່ງ. ນັກບວດ Grand Mufti Ahmad Badreddine ຖືວ່າເປັນຜູ້ສະໜັບສະໜຸນ ທີ່ໃກ້ຊິດຂອງລັດຖະບານປະທານາທິບໍດີ Bashar al-Assad ແລະໄດ້ສະແດງ ຄວາມເຫັນພ້ອມກັບລັດຖະບານວ່າ ຄວາມວຸ້ນວາຍໃນຊີເຣຍແມ່ນເປັນ ຜົນມາຈາກການຮວມຫົວກັນຄົບຄິດວາງແຜນຂອງຕ່າງຊາດ.
ຊີເຣຍໄດ້ໃຊ້ກໍາລັງທະຫານມາໄດ້ເກືອບ 7 ເດືອນ ເພື່ອປາບປາມພວກເດີນຂະບວນປະທ້ວງຝ່າຍຄ້ານ ທີ່ໄດ້ດໍາເນີນໄປຢ່າງສັນຕິເປັນສ່ວນໃຫຍ່ ຮຽກຮ້ອງໃຫ້ທ່ານ Assad ທີ່ປົກຄອງປະເທດແບບຜະເດັດການມາເປັນເວລາ 11 ປີນັ້ນ ລາອອກຈາກອໍານາດ.
ພວກກຸ່ມຝ່າຍຄ້ານໃຫຍ່ໆໃນຊີເຣຍກ່າວໃນວັນອາທິດວານນີ້ວ່າ ພວກເຂົາເຈົ້າໄດ້ຮ່ວມກັນຈັດຕັ້ງສະພາແຫ່ງຊາດ ທີ່ມີພື້ນຖານອັນກວ້າງຂວາງຂຶ້ນ ເພື່ອເຕົ້າໂຮມຄວາມພະຍາຍາມຢ່າງເປັນເອກະພາບກັນເພື່ອໂຄ່ນລົ້ມລັດຖະບານທ່ານ Assad ທີ່ພວກເຂົາເຈົ້າກ່າວຫາວ່າ ຜັກດັນ ປະເທດໃຫ້ຕົກຍູ່ໃນສະພາບໃກ້ຈະເກີດສົງຄາມກາງເມືອງແລ້ວນັ້ນ.