ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດເຊຍຕໍາໜິ ສັນນິບາດຊາດອາຫຣັບ (ເບິ່ງວີດີໂອ)


ທ່ານ Sergei Lavrov ລັດຖະມົນຕີຕ່າງປະເທດຣັດເຊຍ.
ທ່ານ Sergei Lavrov ລັດຖະມົນຕີຕ່າງປະເທດຣັດເຊຍ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ຣັດ​ເຊຍ​ໄດ້​ກ່າວຕໍາ​ໜິການ​ຕັດສິນ​ໃຈ​ຂອງສັນນິຊາດ​ຊາດ​ອາ ຫຣັບ ທີ່ງົດ​ການ​ປະກອບ​ພາ​ກິດ​ຂອງ​ພວກ​ນັກ​ສັງ​ເກດການ​ອາຫຣັບ​ໃນ​ຊີ​ເຣຍ​ໄວ້​ຊົ່ວ​ຄາວ​ໃນ​ວັນ​ເສົາ​ວານ​ນີ້ ​ເນື່ອງ​ຈາກ​ຄວາມຮຸນ​ແຮງໄດ້ເພີ່ມ​ທະວີຂຶ້ນ​ ຊຶ່ງອິງ​ຕາມ​ພວກ​ນັກ​ເຄື່ອນ​ໄຫວ​ດ້ານ​ສິດທິ​ມະນຸດ​ນັ້ນ​ກໍ​ແມ່ນ​ວ່າ ປະຊາຊົນ​ຢ່າງ​ໜ້ອຍ 36 ຄົນ​ເສຍ​ຊີວິດ ​ໃນ​ທົ່ວ​ປະ​ເທດ.

ສື່​ຂອງຣັດ​ເຊຍ​ໄດ້​ອ້າງ​ຄໍາ​ເວົ້າຂອງ​ລັດຖະມົນ Sergei Lavrov ທີ່​ກ່າວ​ວ່າ ທ່ານ​ຈະ​ສະໜັບ​ສະ​ໜຸນ ​ແທນ​ທີ່​ຈະ​ເພີ່ມ​ຈໍານວນ​ພວກ​ນັກ​ສັງ​ເກດ​ການ​ຂຶ້ນ​ຢູ່​ທີ່​ນັ້ນ.

ກ່ອນ​ໜ້າ​ນີ້​ມື້​ນຶ່ງ ​ທ່ານ Nabil Elaraby ​ເລຂາທິການ​ໃຫຍ່​ສັນນິບາດ​ຊາດ​ອາຫຣັບ ກ່າວ​ວ່າ ສັນນິບາດ​ໄດ້​ເລືອກ​ເອົາ​ການ​ຢຸດ​ການ​ປະກອບ​ພາລະກິດ​ຂອງ​ພວກ​ນັກ​ສັງ​ເກດ​ການ​ຂອງ​ຕົນ​ໄວ້​ຊົ່ວຄາວ ຫລັງ​ຈາກ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັບ​ພວກ​ລັດຖະມົນຕີ​ຕ່າງປະ​ເທດ​ຂອງ​ພວກ​ປະ​ເທດ​ອາຫຣັບ​ແລ້ວ. ທ່ານ Elaraby ​ໄດ້​ຖິ້ມ​ໂທດ​ເລື້ອງ​ຄວາມ​ຮຸນ​ແຮງ​ເພີ່ມ​ທະວີ​ຂຶ້ນນີ້​ໃສ່​ລັດຖະບານ​ຊີ​ເຣຍ ​ແລະ​ກ່າວ​ຕື່ມ​ວ່າ ພວກ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ນີ້​ແມ່ນ​ພວກ​ພົນລະ​ເຮືອນ​ທີ່​ບໍ່​ມີ​ຄວາມ​ຜິດ​ຫຍັງ.

ການ​ຕັດສິນ​ໃຈ​ຢຸດ​ການ​ປະກອບ​ພາລະກິດ​ນີ້ ມີ​ຂຶ້ນ​ທ່າມກາງ​ການ​ບຸກລຸກ​ຢ່າງ​ກວ້າງຂວາງ​ຂອງ​ຝ່າຍ​ລັດຖະບານ​ໃນ​ເຂດ​ຕ່າງໆ​ອ້​ອມ​ແອ້ມນະຄອນຫລວງ​ດາ​ມັສກັສ ​ແລະ​ໃນ​ຫົວ​ເມືອງໃຫຍ່ອື່ນໆ ຮວມທັງ​ເມືອງ Homs, ​ເມືອງ​ຮາ​ມາ, ​ເມືອງ Idlib ​ແລະ​ເມືອງ Deir ez Zor.

ເຍິ່ງວີດີໂອລາຍງານກ່ຽວກັບສະຫະລັດສະໜັບສະໜຸນສັນນິບາດອາຫຣັບ
ກ່ຽວກັບຊີເຣຍ:

ຮູບ​ວີ​ດີ​ໂດ​ຊອງ​ພວກ​ຝ່າຍ​ຄ້ານ ສະ​ແດງ​ໃຫ້​ເຫັນ​ຮູບ​ພາບ​ຂອງ​ການ​ລະດົມ​ຍິງ​ປືນ​ໃຫຍ່​ຂອງ​ຝ່າຍ​ລັດຖະບານ​ໃສ່​ຢ່າງ​ໜ້ອຍ 6 ຫົວ​ເມືອງ​ນ້ອຍ​ແລະ​ໃຫຍ່ ຂະນະ​ທີ່​ລັດຖະບານ​ແລະ​ຝ່າຍ​ຄ້ານ​ຕ່າງ​ຝ່າຍ​ຕ່າງກ່າວ​ຫາກັນ​ ກ່ຽວ​ກັບ​ການລະ​ເບີດ​ຂອງ​ທໍ່​ລໍາລຽງ​ນໍ້າມັນ​ນັ້ນ.

ທ່ານ Mohammed al-Shaar ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຂອງ​ຊີ​ເຣຍ ​ໃຫ້​ຄໍາ​ໜັ້ນສັນ
ຍາ​ໃນ​ວັນ​ເສົາ​ວານ​ນີ້ ວ່າ ການ​ປາບ​ປາມ​ຈະ​ດໍາ​ເນີນສືບ​ຕໍ່​ໄປຈົນ​ກວ່າ ປະ​ເທດ​ຈະປອດ​
ຈາກ​ພວກທໍລະ​ຍົດ​ແລະ​ພວກກະທໍາ​ຜິ​ດກົດໝາຍ.

ພວກ​ເອກ​ອັກຄະ​ລັດຖະທູດ​ສັນນິບາດ​ຊາດ​ອາຫຣັບ ກໍານົດ​ຈະ​ພົບ​ປະກັນໃນ​ທ້າຍ​ສັບປະ
ດາ​ນີ້ ​ເພື່ອ​ທໍາ​ການ​ຕັດສິນ​ໃຈ​ບັ້ນ​ສຸດ​ທ້າຍ​ກ່ຽວ​ກັບການ​ປະກອບ​ພາລະກິດ​ດັ່ງກ່າວ.

ເຍິ່ງວີດີໂອລາຍງານ ກ່ຽວກັບຊາວຊີເຣຍທີ່ໄດ້ຮັບບາດເຈັບ ໄປຮັບການປິ່ນປົວຢູ່
ໂຮງໝໍລັບແຫ່ງນຶ່ງໃນເລບານອນ:

XS
SM
MD
LG