ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະປະຊາຊາດ ຕ້ອງການ ນັກສັງເກດການສັນຕິພາບ ຕື່ມອີກ ທີ່ຊີເຣຍ. (ເບິ່ງວີດີໂອ)


ນັກສັງເກດການສັນຕິພາບສະຫະປະຊາຊາດ ທີ່ຊີເຣຍ.
ວັນທີ 29 ເມສາ 2012
ນັກສັງເກດການສັນຕິພາບສະຫະປະຊາຊາດ ທີ່ຊີເຣຍ. ວັນທີ 29 ເມສາ 2012

ສະຫະ​ປະຊາ​ຊາດ​ກ່າວ​ວ່າ ຕົນ​ຕ້ອງການ​ພວກ​ນັກ​ສັງ​ເກດ​ການ​ສັນຕິພາບ​ຕື່ມ​ອີກຢ່າງ​ຮີບ
ດ່ວນທີ່​ສຸດ ​ເພື່ອ​ຈະ​ສົ່ງ​ໄປປະ​ຈໍາ​ການ​ຢູ່ໃນ​ຊີ​ເຣຍໂດຍໄວ​ນັ້ນ.

ມາ​ຮອດ​ປັດຈຸບັນ​ນີ້ ອົງການ​ສະຫະ​ປະຊາ​ຊາດ​ໄດ້​ສົ່ງ​ພວກ​ນັກ​ສັງ​ເກດການຖາວອນ​ 10
ປາຍ​ຄົນ​ໄປ​ຍັງ​ຫຼາຍຫົວ​ເມືອງ​ໃນ​ທົ່ວ​ປະ​ເທດ ຊຶ່ງເປັນ​ຈໍານວນທີ່​ໜ້ອຍກວ່າ​ 300 ຄົນທີ່​
ທາງ​ສະພາ​ຄວາມ​ໜັ້ນຄົງສະຫະປະຊາ​ຊາດ​ໄດ້​ອະນຸມັດ​ໃຫ້​ນັ້ນຫຼາຍ.

ທ່ານ Neeraj Singh ​ໂຄສົກ​ປະ​ຈໍາ​ໜ່ວຍ​ຮັກສາ​ສັນຕິພາບ​ຂອງ​ສະຫະປະຊາ​ຊາດ​ກ່າວ
ຢູ່​ທີ່​ກຸງ​ດາ​ມັສກັສໃນ​ວັນ​ອາທິດ​ມື້​ນີ້​ວ່າ ມັນ​ເປັນເລື້ອງ​ຮີບ​ດ່ວນ​ທີ່​ສຸດ​ສໍາລັບ​ສະຫະ​ປະຊາ​
ຊາດ ​ແລະ​ຈະ​ຕ້ອງ​ມີ​ການທໍາ​ຄວາມ​ພະຍາຍາມ​ທຸກ​ຢ່າງ​ເພື່ອ​ຮັບ​ປະກັນໃຫ້​ມີພວກ​ນັກ​ສັງ​
ເກດ​ການ​ໄປ​ປະ​ຈໍາ​ການ​ຢູ່​ໃນ​ຊີ​ເຣຍ​ໃນ​ເວລາ​ອັນໄວ​ທີ່​ສຸດເທົ່າ​ທີ່​ຈະ​ໄວ​ໄດ້. ທ່ານ ສິງ​ໄດ້
ຖະ​ແຫຼ​ງ​ເຊ່ນ​ນີ້​ ໃນ​ເວລາ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ກ່ອນ​ນາຍ​ພົນ​ຕີ Robert Mood ​ແຫ່ງ​ນໍ​ເວ ​ຈະ
ເດີນທາງ​ໄປ​ຮອດ​ຊີ​ເຣຍ ​ເພື່ອ​ນໍາພາ​ໃນ​ການປະກອບພາລະກິດ​ຂອງ​ໜ່ວຍ​ຮັກສາ​ສັນຕິ
ພາບ​ຂອງ​ສະຫະ​ປະຊາ​ຊາດ​ທີ່ຊີ​ເຣຍນັ້ນ.

ປັດຈຸບັນ​ນີ້ ສະຫະ​ປະຊາ​ຊາດ​ມີ​ ​ນັກ​ສັງ​ເກດ​ການ​ຢູ່​ໃນ​ເມືອງ Homs, ​ເມືອງ​ດາຣາອາ ​
ແລະ​ເມືອງ Idlib. ພວກ​ນັກ​ສັງ​ເກດ​ການ​ກໍາລັງພາກັນ ​ຂຸ້ນຂ້ຽວ​ ເພື່ອ​ສົ່ງ​ເສີມ​ແຜນການ
ສັນຕິພາບ ທີ່​ບັງຄັບ​ໃຫ້​ມີ​ຂໍ້​ຕົກລົງ​ຢຸດ​ຍິງ​ທີ່ນໍາ​ໄປ​ສູ່​ການ​ໂອ້​ລົມ​ເຈລະຈາ​ກັນ​ໂດຍ​ທຸກ​
ພັກ​ຝ່າຍກ່ຽວກັບ​ການ​ແກ້​ໄຂບັນຫາດ້ານ​ການ​ເມືອງ​ ເພື່ອ​ຍຸດຕິ​ສົງຄາມ​ໃນ​ປະ​ເທດ​ທີ່
ດໍາ​ເນີນມາ​ໄດ້ 13 ​ເດືອນ​ແລ້ວ​ນັ້ນ.

ລັດຖະບານ​ຊີ​ເຣຍ​ແລະ​ພວກ​ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ​ຕ່າງກໍ​ໄດ້ກ່າວຫາ​ຊຶ່ງ​ແລະ​ກັນ​ວ່າ​
ເປັນ​ຜູ້ກະ​ທໍາ​ຄວາມ​ຮຸນ​ແຮງ​ທີ່​ອັນຕະລາຍ​ເຖິງ​ຕາຍ​ນີ້.

ການ​ປະ​ທະ​ກັນ​ລະຫວ່າງ​ທະຫານ​ຂອງ​ຝ່າຍ​ລັດຖະບານ​ ແລະ​ກໍາລັງ​ຝ່າຍ​ກະບົດ​ຍັງ
ດໍາ​ເນີນ​ສືບ​ຕໍ່​ມາ​ໃນ​ຂົງ​ເຂດ Latakia ແລະ​ໃນ​ເຂດ​ຊານ​ເມືອງ​ຫລວງ​ດາ​ມັສກັສ​ໃນ​ວັນ
ເສົາ​ວານ​ນີ້ ທ່າມກາງ​ທີ່​ມີ​ລາຍ​ງານ​ຂ່າວ​ວ່າ ມີ​ທະຫານ​ໂຕນ​ໜີ​ໃໝ່ໆ​ຈາກ​ຝ່າຍ​ລັດຖະ
ບານໄປ​ເຂົ້າ​ຮ່ວມ​ກັບ ​ຝ່າຍ​ຄ້ານ​ນັ້ນ. ພວກ​ທີ່​ເຫັນ​ເຫດການ​ກ່າວ​ວ່າ ​ມີ​ປະຊາຊົນຢ່າງ
ໜ້ອຍ 10 ຄົນ​ເສຍ​ຊີວິດ.

XS
SM
MD
LG