ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

13 ຄົນ ເສຍຊີວິດ ໃນຄວາມວຸ້ນວາຍ ທີ່ຊີເຣຍ


ທ່ານ Burhan Ghalioun, ປະທານສະພາປົກຄອງແຫ່ງຊາດຊົ່ວຄາວ ຊີເຣຍ ກ່າວຕໍ່ສື່ມວນຊົນທີ່ກອງປະຊຸມຕໍ່ນັກຂ່າວ ຫລັງຈາກພົບປະກັບ ທ່ານ Michael Spindelegger ລັດຖະມົນຕີຕ່າງປະເທດອອສ-
ເຕຣຍ ທີ່ກຸງວຽນນາ.
ວັນທີ 26 ທັນວາ 2011
ທ່ານ Burhan Ghalioun, ປະທານສະພາປົກຄອງແຫ່ງຊາດຊົ່ວຄາວ ຊີເຣຍ ກ່າວຕໍ່ສື່ມວນຊົນທີ່ກອງປະຊຸມຕໍ່ນັກຂ່າວ ຫລັງຈາກພົບປະກັບ ທ່ານ Michael Spindelegger ລັດຖະມົນຕີຕ່າງປະເທດອອສ- ເຕຣຍ ທີ່ກຸງວຽນນາ. ວັນທີ 26 ທັນວາ 2011





















ບັນດາ​ນັກ​ເຄື່ອນ​ໄຫວ​ດ້ານ​ສິດທິ​ມະນຸດ​ກ່າວ​ວ່າ ການ​ກໍ່​ຄວາມ​ຮຸນ​ແຮງຂຶ້ນ​ໃໝ່ໆ​ໂດຍ​ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ຊີ​ເຣຍ ​ໄດ້​ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປ​ຢ່າງ​ໜ້ອຍ 13 ຄົນ​ໃນ​ເມືອງ Homs.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ຊີ​ເຣຍ ຫລື Syrian Observatory ທີ່​ມີ​ຖານ​ປະຕິບັດ​ງານ​ໃນ​
ປະເທດ​ອັງກິດ ກ່າວ​ວ່າ ການ​ເສຍ​ຊີວິດ​ຂອງ​ປະຊາຊົນເຫລົ່າ​ນີ້​ມີ​ຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້ ​ເວ
ລາ​ກໍາລັງຂອງ​ຝ່າຍ​ລັດຖະບານ​ລະດົມ​ຍິງ​ປືນ​ໃຫຍ່​ໃສ່​ຄຸ້ມ Baba Amr.

ຄວາມ​ວຸ້ນວາຍ​ດັ່ງກ່າວ​ມີ​ຂຶ້ນ​ນຶ່ງ​ມື້ ກ່ອນ​ພວກ​ນັກ​ສັງ​ເກດ​ການ​ຂອງ​ສັນນິບາດ​ຊາດ​ອາ
ຣັບກໍານົດ​ຈະ​ໄປ​ຢ້ຽມຢາມ​ເມືອງ​ດັ່ງກ່າວ.

ພວກ​ນັກ​ສັງ​ເກດ​ການ​ກຸ່ມ​ນຶ່ງ​ປະມານ 50 ທ່ານ ກໍານົດ​ຈະ​ເດີນທາງ​ໄປຮອດ​ປະ​ເທດ​
ຊີ​ເຣຍໃນ​ວັນ​ຈັນ​ມື້​ນີ້ ​ເພື່ອ​ໄປ​ຕິດຕາມ​ເບິ່ງ​ການ​ປະຕິບັດ​ໄປ​ຕາມ​ແຜນການ​ຂອງ​ສັນນິ
ບາດ​ຊາດ​ອາຣັບທີ່​ບັງຄັບ​ໃຫ້​ລັດຖະບານຢຸ​ດທໍາ​ການ​ປາ​ປາມ​ປະຊາຊົນ​ທີ່ທໍາ​ການ​ລຸກ
ຮື​ຂຶ້ນ​ຕໍ່ຕ້ານ​ລັດຖະບານ​ເພື່ອ​ຮຽກຮ້ອງ​ໃຫ້​ມີ​ປະຊາທິປະ​ໄຕ​ໃນ​ປະ​ເທດ​ມາ​ໄດ້ 9 ​ເດືອນ
ແລ້ວ​ນັ້ນ.

ຊີ​ເຣຍ​ໄດ້​ຕົກລົງ​ນໍາ​ການ​ປະກອບ​ພາລະກິດ​ຂອງ​ພວກ​ນັກ​ສັງ​ເກດ​ການນີ້ ພາຍ​ໃຕ້​
ຄວາມ​ກົດດັນ​ຂອງ​ສັນນິບາດ​ຊາດ​ອາຣັບ.

ໃນ​ວັນ​ອາທິດ​ວານ​ນີ້ ຜູ້​ນໍາ​ສູງ​ສຸດ​ຂອງ​ຝ່າຍ​ຄ້ານ​ໃນ​ຊີ​ເຣຍຮຽກຮ້ອງ​ໃຫ້ສັນ​ນິບາດ​ຊາດ
ອາຣັບພະຍາຍາມ​ຊອກ​ຫາ​ການ​ສະໜັບສະໜຸນ​ຈາກ​ສະຫະປະຊາ​ຊາດ. ທ່ານ Burhan
Ghalioun ຜູ້​ນໍາ​ສະພາ​ແຫ່ງ​ຊາດ​ຊີເຣຍທີ່​ມີ​ຖານ​ປະຕິບັດ​ງານ​ໃນ​ກຸງ​ປາຣີ ກ່າວ​ວ່າ ສັນ
ນິບາດ​ຊາດ​ອາຣັບຄວນ​ຈະ​ເພີ່ມ​ຄວາມ​ກົດດັນ​ຂອງ​ຕົນ​ຂຶ້ນ​ອີກ​ຕໍ່​ປະທານາທິບໍດີ Bashar
Al-Assad ​ແຫ່ງ​ຊີ​ເຣຍນັ້ນ ​ໂດຍ​ຮຽກຮ້ອງ​ໃຫ້​ສະພາ​ຄວາມ​ໜັ້ນ​ຄົງ​ສະຫະປະຊາ​ຊາດຮັບ
ເອົາ​ແຜນການ​ຂອງ​ສັນນິບາດ​ຊາດ​ອາຣັບນັ້ນ.

ຣັດ​ເຊຍ​ແລະ​ຈີນ ມາ​ຮອດ​ປັດຈຸບັນ​ນີ້​ຄັດຄ້ານ​ຕໍ່​ຄວາມ​ພະ​ຍາ​ຍາມ​ທີ່ຢາກ​ໃຫ້​ສະພາ​ຄວາມ
ໜັ້ນຄົງ​ປະນາມ​ລັດຖະບານ​ຊີ​ເຣຍ​ແລະ​ວາງ​ການ​ລົງ​ໂທດ​ຕໍ່​ຊີ​ເຣຍທີ່​ຍັງ​ສືບ​ຕໍ່​ທໍາ​ການ​ປາບ
ປາມ​ພວກ​ປະ​ທ້ວງ​ຢູ່​ນັ້ນ.

XS
SM
MD
LG