ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທີມສັງເກດການ ສປຊ ຢ້ຽມຢາມ ເຂດຊານເມືອງ ຂອງດາມັສກັສ (ເບິ່ງວີດີໂອ)


ພວກນັກສັງເກດການສະຫະປະຊາຊາດຈຸນຶ່ງໃນຊີເຣຍ.
ວັນທີ 23 ເມສາ 2012.
ພວກນັກສັງເກດການສະຫະປະຊາຊາດຈຸນຶ່ງໃນຊີເຣຍ. ວັນທີ 23 ເມສາ 2012.

ພວກ​ນັກ​ສັງ​ເກດ​ການ​ສະຫະ​ປະຊາ​ຊາດ​ຈຸ​ນຶ່ງ​ນ້ອຍໆ​ໃນ​ຊີ​ເຣຍ ກໍາລັງ​ທໍາ​ການ​ຢ້ຽມຢາມ​
ຄຸ້ມ Zabadani ​ໃນ​ເຂດ​ຊານເມືອງຫລວງດາ​ມັສກັສໃນ​ຄວາມ​ຫວັງ​ເພື່ອ​ສ້າງ​ຄວາມແຂງ
​ແຮງໃຫ້​ແກ່​ຂໍ້​ຕົກລົງ​ຢຸດ​ຍິງ​ ​ທີ່​ບໍ່​ສາມາດ​ຈະ​ຍຸດຕິ​ການ​ສູ້​ລົບ​ກັນ​ມາ ເປັນ​ເວລາ 13 ​ເດືອນ​
ແລ້ວ​ນັ້ນ.

ທ່ານ Neeraj Singh ​ໂຄສົກ​ປະ​ຈໍາ​ກຸ່ມກອງ​ໜ້າ 8 ຄົນຂອງຄະນະນັກ​ສັງ​ເກດ​ການ​ສະຫະ
​ປະຊາດ​ ກ່າວ​ວ່າ ຈະ​ມີ​ນັກ​ສັງ​ເກດ​ການ​ອີກ 2 ຄົນ​ ​ໄປ​ສົມທົບ​ກັບກຸ່ມ​ຂອງ​ທ່ານ​ໃນ​ວັນ​ຈັນ​ມື້​ນີ້.

ໃນ​ຂະນະ​ດຽວ​ກັນ ສະຫະພາບ​ຢູ​ໂຣບມີກໍານົດ​ຈະປະກາດ​ຫ້າມ​ຂາຍ​ພວກ​ສິນຄ້າ​ຫລູຫລາ​
ໃຫ້​ຊີ​ເຣຍ​ ແລະອຸບປະກອນ​ຕ່າງໆ​ທີ່ໃຊ້​ໄດ້​ສອງ​ທາງ ​ທີ່​ສາມາດ​ໃຊ້ໃນ​ການ​ປາບ​ປາມ​ປະ
ຊາຊົນ​ນັ້ນ. ​ແຫຼ່ງຂ່າວ​ທາງ​ການ​ທູດ ກ່າວ​ວ່າ ຈະ​ມີ​ການ​ລົງມະຕິ​ຮັບ​ເອົາມາດ​ຕະການ​ດ້ານ
ເສດຖະກິດ​ເຫລົ່າ​ນີ້​ ໃນ​ກອງ​ປະຊຸມ​ຂອງ​ບັນດາ​ລັດຖະມົນຕີ​ຕ່າງປະ​ເທດ​ຂອງ​ສະຫະພາບ
ຢູ​ໂຣບທີ່​ປະ​ເທດ Luxembourg ​ໃນ​ວັນ​ຈັນ​ມື້​ນີ້.

ຂອບ​ເຂດ​ຂອງ​ການ​ຫ້າມ​ຂາຍ​ເຄື່ອງ​ຫລູຫລາ​ນີ້ ​ຍັງ​ບໍ່​ທັນ​ໄດ້​ມີ​ການ​ກໍານົດ​ເທື່ອ ​ແຕ່​ວັດຖຸ​ປະ
ສົງ​ແມ່ນ​ເພື່ອ​ສົ່ງ​ຂໍ້ຄວາມ​ທີ່​ເປັນ​ສັນຍະລັກ​ຕໍ່ວິຖີ​ດໍາ​ເນີນ​ຊີວິດ​ທີ່​ຫລູຫລາ​ຂອງ​ປະທານາທິບໍດີ
Bashar al-Assad ​ແລະ​ພັນ​ລະ​ຍາ​ຄື​ທ່ານ​ນາງ Asma ທີ່​ເປັນ​ຄົນ​ອັງກິດນັ້ນ.

ສິນຄ້າ​ທີ່​ໃຊ້​ໄດ້​ທັງ​ສອງ​ຢ່າງ ສາມາດ​ຮວມທັງ​ສິ່ງ​ຕ່າງໆ ນັບ​ແຕ່​ຍານພາຫະນະ​ແລະ​ຝຸ່ນ
ປຸ໋ຍ​ແລະ​ເຄື່ອງ​ເຄມີ​ອື່ນໆ.

XS
SM
MD
LG