ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະພາ ຄວາມໝັ້ນຄົງ ສປຊ ສົ່ງຄຳເຕືອນ ທີ່ຈະແຈ້ງ ໄປຍັງຊີເຣຍ (ເບິ່ງສະໄລດ໌)

Participants of the Conference of European Rabbis carry candles as they commemorate the 75th anniversary of Kristallnacht in front of Brandenburg Gate in Berlin, Germany. The 'Kristallnacht'  or 'crystal night' - also referred to as 'night of broken glass' -  when Nazis conducted a wave of violent anti-Jewish pograms on the streets of Berlin and other cities in 1938.

ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ສະພາ​ຄວາມ​ໝັ້ນຄົງ​ໄດ້​ສົ່ງ​ຄຳ​ເຕືອນ​ອັນ​ຈະ​ແຈ້ງ ໃນ​ການ​ຮັບຮອງ​ເອົາ​ເອກະສາ​ນສະບັບ​ນຶ່ງ​ທີ່​ບໍ່​ມີ​ຂໍ້​ຜູກ​ມັດ ຮຽກຮ້ອງ​ໃຫ້​ລັດຖະບານ​ຊີ​ເຣຍແລະ​ພວກຝ່າຍ​ຄ້ານ​ຈັດ​ຕັ້ງ​ປະຕິບັດແຜນການຍຸດຕິ​ບັນຫາ​ຂັດແຍ່ງ​ທີ່​ນອງ​ ເລືອດ​ກັນ​ໃນ​ປະ​ເທດ​ນັ້ນ.

ໃນ​ການຖະ​ແຫຼ​ງ ຢູ່​ທີ່​ມາ​ເລ​ເຊຍນັ້ນ ທ່ານ​ພັນ​ກິ​ມູນ​ກ່າວ​ວ່າ ສະພາ​ຄວາມ​ໝັ້ນຄົງ​ຮຽກຮ້ອງ​ໃຫ້​ຕັ້ງ​ເງື່ອນ​ໄຂ​ທີ່​ບໍ່​ມີ​ຄວາມ​ຜິດພາດ​ຂຶ້ນເພື່ອ ​ໃຫ້​ຍຸດຕິ​ຄວາມ​ຮຸນ​ແຮງແລະ​ການລະ​ເມີດ​ສິດທິ​ມະນຸດທຸກ​ຢ່າງໃນ​ຊີ​ເຣຍນັ້ນ.

ສະພາ​ຄວາມ​ໝັ້ນຄົງ​ໄດ້​ຮັບຮອງ​ເອົາອັນ​ທີ່​ເອີ້ນ​ວ່າ ຖະ​ແຫຼ​ງການ​ປະທາ​ນາ​ທິບໍດີ​ສະບັບ​ນຶ່ງ ຂົ່ມຂູ່​ຊີ​ເຣຍດ້ວຍ​ບາດກ້າວ​ຕ່າງໆ​ທີ່​ບໍ່​ແຈ້ງ​ໃຫ້ຮູ້​ຢ່າງ​ເຈາະ​ຈົງ​ຕື່ມ​ອີກ​ໃນ​ອະນາຄົດ ຖ້າ​ຊີ​ເຣຍບໍ່​ຍອມຮັບ​ເອົາຂໍ້​ສະເໜີສັນຕິພາບ 6 ຂໍ້​ຂອງ​ທ່ານ​ໂກ​ຟີ​ອັນ​ນັນ ທູດ​ພິ​ເສດຂອງ​ນາໆ​ຊາດ​ນັ້ນ. ​ແຜນການ​ດັ່ງກ່າວ​ຮຽກຮ້ອງ​ໃຫ້​ມີ​ການ​ຢຸດ​ຍິງ​ ​ເປີດການ​ໂອ້​ລົມ​ສົນທະນາ​ດ້ານການ​ເມືອງ​ລະຫວ່າງ​ລັດຖະບານ​ແລະພວກ​ຝ່າຍ​ຄ້ານ ​ແລະ​ອະນຸຍາດໃຫ້ພວກ​ອົງການ​ຊ່ອຍ​ເຫຼືອ​ດ້ານ​ມະນຸດສະ​ທໍາ​ເຂົ້າ​ໄປ​ໃນ​ປະ​ເທດ​ໄດ້.

ເນື້ອ​ໄນ​ໃຈຄວາມ​ຂອງ​ຮ່າງ​ເອກະສານ​ທີ່​ຝຣັ່ງ​ເປັນ​ຜູ້​ສະ​ເໜີ​ຂຶ້ນ ທີ່​ທາງວີ​ໂອ​ເອ​ໄດ້​ຮັບ​ມາ​
ກ່ອນ​ນັ້ນ ​ໃຫ້ການ​ສະໜັບສະໜຸນ​ຢ່າງ​ເຕັມ​ສ່ວນ​ຕໍ່ຄວາມ​ພະຍາຍາມ​ຕ່າງໆ​ຂອງ​ທ່ານ​
ອັນ​ນັນເພື່ອ​ໃຫ້​ມີ​ການ​ຍຸດຕິ​ໃນ​ທັນທີຄວາມ​ຮຸນ​ແຮງ​ແລະ​ການລະ​ເມີດ​ສິດທິ​ມະນຸດ​ທຸກ
ຢ່າງ​ໃນ​ຊີເຣຍນັ້ນ.

ທີ່​ກຸງ​ວໍ​ຊິງ​ຕັນ​ ໃນ​ວັນ​ພຸດ​ວານ​ນີ້ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ​ຮີນ​ລາຣີ
ຄລິນ​ຕັນ ​ໄດ້​ກ່າວ​ຊົມ​ເຊີຍ​ສະພາ​ຄວາມ​ໜັ້ນຄົງທີ່ໄດ້​ອອກ​ຖະ​ແຫຼງການທີ່​ແຂງ​ແຮງ​ຕໍ່​ຊີ​
ເຣຍແລະ​ເຕືອນລັດຖະບານ​ຂອງ​ປະທາ​ນາ​ທິບໍດີ Bashar al-Assad ​ໃຫ້​ຈັດ​ຕັ້ງ​ປະຕິ
ບັດ​ຕາມ​ແຜນການດັ່ງກ່າວ.

XS
SM
MD
LG