ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລະເບີດຫລາຍລູກ ຕົກໃສ່ອາຄານຂອງພັກ Baath ໃນກຸງດາມັສກັສ


ພວກປະທ້ວງຕໍ່ຕ້ານປະທານາທິບໍດີ Bashar al-Assad ທີ່ເມືອງ Kafranbe, ຊີເຣຍ, ວັນທີ 20 ພະຈິກ 2011.
ພວກປະທ້ວງຕໍ່ຕ້ານປະທານາທິບໍດີ Bashar al-Assad ທີ່ເມືອງ Kafranbe, ຊີເຣຍ, ວັນທີ 20 ພະຈິກ 2011.















ບັນດາ​ນັກ​ເຄື່ອນ​ໄຫວໃນ​ຊີ​ເຣຍ​ກ່າວ​ວ່າ ​ລະ​ເບີດ​ທີ່​ໃຊ້ຈະ​ຫລວດ​ຍິງ​ຫລາຍ​ລູກ​ ໄດ້​ຕົກ
​ຖືກ​ຕຶກ​ອາຄານ​ຫລັງ​ນຶ່ງຂອງ​ພັກ Baath ຂອງ​ລັດຖະບານ​ໃນ​ນະຄອນຫລວງດາ​ມັສກັສ
​ໃນ​ວັນ​ອາທິດ​ມື້​ນີ້ ຂະນະ​ທີ່ປະທານາທິບໍດີ Bashar al-Assad ​ໃຫ້​ຄໍາ​ໜັ້ນສັນຍາ​ວ່າ
ທ່ານ​ຈະ​ບໍ່​ກົ້ມ​ຫົວ​ຕໍ່​ຄວາມ​ກົດ​ດັນຂອງ​ນາໆ​ຊາດ​ ເພື່ອ​ໃຫ້​ຜ່ອນຄາຍ​ການ​ປາບປາມ
ຢ່າງ​ໂຫດ​ຫ້ຽມຂອງ​ທ່ານ​ ຕໍ່ພວກ​ຄັດຄ້ານ​ລັດຖະບານ​ນັ້ນ.

ເຄືອຂ່າຍ​ຂອງ​ນັກ​ເຄື່ອນ​ໄຫວ​ຂອງ​ຄະນະ​ກໍາມະການ​ປະສານ​ງານທ້ອງ​ຖິ່ນ ຫລື The Local Coordination Committees ແລະ​ຊາວ​ເມືອງຫລາຍ​ຄົນແຈ້ງ​ໃຫ້​ຊາບ​ໃນ​ວັນ​ອາທິດ​ມື້​ນີ້ວ່າມີ​ລະ​ເບີດ​ຫລາຍ​ລູກ​ແຕກ​ຂຶ້ນ​ໃນ​ໃຈກາງ​ນະຄອນຫລວງ​ຂອງ​ຊີ​ເຣຍ.

ພວກ​ປະຊາຊົນ​ເຫລົ່າ​ນີ້​ກ່າວ​ຕື່ມ​ວ່າ ມີລົດ​ດັບ​ເພີງ​ຫລາຍ​ຄັນ​ແລ່ນ​ມຸ້ງ​ໜ້າ​ໄປ​ຍັງ​ຂົງ​ເຂດ​ດັ່ງກ່າວ ທ່າມກາງ​ການມີໜ້າຢ່າງ​ຫລວງຫລາຍ​ຂອງພວກ​ເຈົ້າ​ໜ້າ​ທີ່​ຕໍາຫລວດ​. ຍັງ​ບໍ່​ທັນມີ​ຂ່າວອື່ນ​ໃດ​ຢືນຢັນ​ຄວາມ​ຈິງ​ຂອງລາຍ​ງານ​ດັ່ງກ່າວ​ໃນ​ເວລາ​ນີ້​ເທື່ອ ​ແລະ​ພວກອື່ນໆ​ທີ່​ເຫັນ​ເຫດການ​ເວົ້າ ວ່າ​ເຂົາ​ເຈົ້າບໍ່​ເຫັນ​ຮ່ອງຮອຍ​ຄວາມ​ເສຍ​ຫາຍໃດໆ.

ກອງທັບເສລີຊີ​ເຣຍ ຫລື FreeSyrian Army ຊຶ່ງ​ເປັນ​ກຸ່ມ​ພວກ​ທະຫານ​ທີ່​ຄັດຄ້ານ​ລັດຖະບານ​ທີ່​ມີ​ຖານ​ປະຕິບັດ​ງານ​ຢູ່​ໃນ​ເທີ​ກີ ປະ​ເທດເພື່ອ​ນບ້ານໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້.

ຖ້າ​ຫາກ​ມີ​ການ​ຢືນຢັນ​ ການ​ໂຈມ​ຕີ​ຄັ້ງ​ນີ້ກໍ​ຈະ​ເປັນ​ຄັ້ງ​ທໍາ​ອິດ​ທີ່​ມີ​ການ​ໂຈມ​ຕີ​ແບບ​ນີ້​ເກີດ​ຂຶ້ນ​ໃນ​ນະ​ຄອນ​ຫລວງ​ຂອງ​ຊີ​ເຣຍ ນັບ​ແຕ່​ການ​ລຸກຮື​ຂຶ້ນ​ຕໍ່ຕ້ານ​ລັດຖະບານ​ເລີ້ມ​ຂຶ້ນ​ ໃນ​ເດືອນ​ມີນາ​ຜ່ານ​ມາ. ການ​ໂຈມ​ຕີທີ່ ມີລາຍ​ງານ​ແຈ້ງ​ໃຫ້​ຊາບ​ນີ້ ​ເກີດ​ຂຶ້ນ​ໃນ​ເວລາ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫລັງຈາກ​ກໍານົດ​ເວລາ​ເສ້ນ​ຕາຍ​ຂອງສັນນິບາດ​ຊາດ​ອາຫຣັບ​ ໄດ້​ຜ່ານ​ພົ້ນ​ໄປ ສໍາລັບ​ໃຫ້​ລັດຖະບານ​ກຸງດາ​ມັສກັສ ຍຸດຕິ​ການ​ປາບ​ປາມ​ພວກ​ຄັດຄ້ານ​ລັດຖະບານ​ ຢ່າງ​ນອງ​ເລືອດ​ຂອງ​ຕົນ.

ໃນ​ວັນ​ອາທິດ​ວານ​ນີ້​ເຊ່ນ​ກັນ ປະທານາທິບໍດີອັສຊາດ ​ໄດ້ກ່າວ​ຕໍ່​ໜັງສືພິມ Sunday Time ຂອງ​ອັງກິດ​ວ່າ ປະຊາຊົນ​ຊີ​ເຣຍຈະ​ອອກ​ໄປ​ປ່ອນບັດ​ເລືອກ​ຕັ້ງເອົາ​ສະພາໃນ​ເດືອນ​ກຸມພາຫລື​ມີນາປີໜ້າ​ນີ້​ເພື່ອ​ຮ່າງ​ກົດ
ໝາຍລັດຖະທໍາ​ນະ​ນູນສະບັບ​ໃໝ່. ​ແຕ່​ທ່ານ​ໄດ້​ປະຕິຍານ​ທີ່​ຈະ​ສືບ​ຕໍ່ການ​ທັບ​ມ້າງ​ປາບ​ປາມ​ຂອງ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ທ່ານ​ຕໍ່​ໄປ ຕໍ່​ພວກ​ຫົວ​ຮຸນ​ແຮງທີ່ທ່ານ​ກ່າວ​ວ່າ ທໍາ​ການ​ສັງຫານ​ໝູ່ປະຊາຊົນຊີ​ເຣຍ​ ໃນ​ທຸກໆ​ມື້ນັ້ນ.

XS
SM
MD
LG