ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຣັດເຊຍ ຈະສະໜັບສະໜຸນ ຮ່າງຍັດຕິ ຂອງສະພາ ຄວາມໝັ້ນຄົງ ກ່ຽວກັບຊີເຣຍ (ເບິ່ງສະໄລດ໌ກັບວີດີໂອ)


















ຣັດ​ເຊຍ​ກ່າວ​ວ່າ ຕົນ​ຈະ​ສະໜັບສະໜຸນ​ຮ່າງ​ຍັດຕິສະບັບ​ນຶ່ງ​ຂອງ​ສະພາ​ຄວາມໝັ້ນຄົງ​ສະ
ຫະ​ປະຊາ​ຊາດ​ທີ່ໃຫ້ການໜຸນ​ຫຼັງຕໍ່​ແຜນການສ້າງ​ສັນຕິພາບ​ໃນ​ຊີ​ເຣຍຂອງ​ທ່ານ​ໂກ​ຟີ ອັນ
ນັນ ທູດ​ພິ​ເສດຂອງ​ສະຫະ​ປະຊາ​ຊາດ​ນັ້ນ.

ແຕ່​ລັດຖະມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ກ່າວ​ໃນ​ວັນ​ອັງຄານ​ມື້
ນີ້​ວ່າ ສະພາ​ຄວາມໝັ້ນຄົງ​ຄວນ​ຈະ​ພິຈາລະນາຂໍ້​ສະ​ເໜີ​ຕ່າງໆ​ໃນ​ຖານະ​ເປັນ​ພື້ນຖານ​ອັນ
ນຶ່ງ​ສໍາລັບ​ການ​ດໍາ​ເນີນ​ງານຕໍ່​ໄປ​ຂອງ​ທ່ານ​ອັນ​ນັນ ສໍາລັບ​ການ​ແກ້​ໄຂ​ວິ​ກິດ​ການ ​ແລະ​ບໍ່​
ແມ່ນ​ຄໍາຂາດ​ບັ້ນ​ສຸດ​ທ້າຍ.

ສະພາ​ຄວາມ​ໝັ້ນຄົງ​ຈະ​ພົບ​ປະກັນ​ໃນ​ຕອນ​ແລງ​ວັນ​ອັງຄານ​ມື້​ນີ້ ທີ່​ນະຄອນ​ນີວຢອກ ​ເພື່ອ
ທໍາ​ການ​ອະພິປາຍ​ກັນ​ເລື້ອງ​ຮ່າງ​ຍັດຕິ​ຂອງຝຣັ່ງສະບັບ​ນຶ່ງ​ ທີ່​ຮຽກຮ້ອງ​ໃຫ້​ເອົາ​ມາດ​ຕະ
ການ​ຕ່າງໆ​ຕື່ມ​ອີກທີ່​ເປັນ​ໄປ​ໄດ້ໃນ​ອະນາຄົດ ຖ້າ​ຫາກ​ລັດຖະບານ​ຊີ​ເຣຍບໍ່​ຍອມຮັບ​ເອົາ
ແຜນການ​ສັນຕິພາບ​ຂອງ​ອະດີດ​ຫົວໜ້າ​ອົງການ​ສະຫະ​ປະຊາ​ຊາດ​ນັ້ນ. ທ່ານ​ອັນ​ນັນ​
ຮຽກຮ້ອງ​ໃຫ້​ມີ​ການ​ຢຸດ​ຍິງ​ກັນ ​ແລະ​ການ​ພົບ​ປະ​ເຈລະຈາ​ກັນ​ລະຫວ່າງ​ພວກ​ກະບົດ​ຊີ​ເຣຍ
ແລະ​ລັດຖະບານ​.

ຈີນ​ແລະຣັດ​ເຊຍ​ ເຄີຍ​ໃຊ້​ສິດ​ຍັບ​ຍັ້ງ​ມາ​ກ່ອນ​ແລ້ວ 2 ຄັ້ງ ຕໍ່​ຂໍ້​ສະ​ເໜີ​ຕ່າງໆຂອງ​ສະພາ​
ຄວາມ​ໝັ້ນຄົງ​ກ່ຽວ​ກັບ​ຊີ​ເຣຍ​ໂດຍ​ກ່າວ​ວ່າ ຂໍ້​ສະ​ເໜີ​ເຫລົ່ານັ້ນ​ແມ່ນ​ເຂົ້າ​ແຊກ​ແຊງໃນ​ກິດ
ຈະການ​ພາຍ​ໃນ​ຂອງ​ຊີ​ເຣຍນັ້ນ.

ໃນ​ຂະນະ​ດຽວ​ກັນ ທ່ານ​ພັນກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ກ່າວ​ວ່າ ສະຖາ
ນະການ​ໃນ​ຊີ​ເຣຍ​ໄດ້​ກາຍ​ມາ​ເປັນ​ເລື້ອງ​ທີ່​ຮັບເອົາ​ບໍ່​ໄດ້ ​ແລະ​ໂຍະຍານ​ໃຫ້​ບໍ່​ໄດ້.

ໃນ​ການ​ກ່າວ​ຖ້ອຍ​ຖະ​ແຫລ​ງຕໍ່​ກໍາລັງ​ຮັກສາ​ສັນຕິພາບ​ກຸ່ມ​ນຶ່ງ​ທີ່​ອິນ​ໂດ​ເນ​ເຊຍ​ໃນ​ວັນ​ອັງຄານ​
ມື້​ນີ້ ທ່ານ​ພັນ​ກິ​ມູນ​ໄດ້​ຮຽກຮ້ອງ​ໃຫ້​ສະພາ​ຄວາມໝັ້ນຄົງ​ຮ່ວມ​ສາມັກຄີ​ກັນ​ກ່ຽວ​ກັບ​ເລື້ອງ​ຊີ
ເຣຍ ​ໂດຍ​ກ່າວ​ວ່າ ພວກ​ເຮົາ​ຈະບໍ່​ໃຊ້ເວລາ​ຕື່ມ​ແລະ​ເສຍ​ເວລາຕື່ມ​ອີກບໍ່​ໄດ້. ກາ​ນຊັກ​ຊ້າ​
ເວລາຕື່ມ​ອີກ 1 ນາທີ ຫລື​ຕື່ມ​ອີກ​ຊົ່ວ​ໂມງ​ນຶ່ງ ຈະ​ໝາຍຄວາມ​ວ່າ ປະຊາຊົນ​ຈະ​ເສຍ​ຊີວິດ​
ໄປ​ຕື່ມ​ອີກ . ອັນນີ້​ມັນ​ແມ່ນ​ຄວາມ​ຮັບຜິດຊອບ​ດ້ານ​ສິນລະ​ທໍາ​ແລະ​ມີ​ຄວາມ​ຫຼໍ່​ແຫຼມສຳຄັນ
ສຸດ​ສໍາລັບ​ປະຊາ​ຄົມນາໆ​ຊາດ.

XS
SM
MD
LG