ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫົວໜ້າຝ່າຍມະນຸດສະທໍາ ຂອງ ສປຊ ຈະເດີນທາງ​ໄປ ຊີ​ເຣຍ ​ແລະ​ເລ​ບາ​ນອນ


ຫົວໜ້າ​ຝ່າຍ​ມະນຸດ​ສະ​ທໍາຂອງອົງການ​ສະຫະ​ປະຊາ​ຊາດທ່ານນາງ Valerie Amos (September 2011)
ຫົວໜ້າ​ຝ່າຍ​ມະນຸດ​ສະ​ທໍາຂອງອົງການ​ສະຫະ​ປະຊາ​ຊາດທ່ານນາງ Valerie Amos (September 2011)

ຫົວໜ້າ​ຝ່າຍ​ມະນຸດ​ສະ​ທໍາຂອງອົງການ​ສະຫະ​ປະຊາ​ຊາດ ກ່າວ​ວ່າ ທ່ານ​ນາງ​ຈະເດີນທາງ
​ໄປຊີ​ເຣຍ ​ແລະ​ເລ​ບາ​ນອນ ​ໃນ​ອາທິດ​ນີ້ ​ເພື່ອ​ໂອ້​ລົມ​ສົນທະນາ ຊອກ​ຫາ​ຊ່ອງທາງເພີ່ມ​ທະວີ
​ການ​ຊ່ອຍ​ເຫຼືອ ​ໃຫ້​ແກ່ພວກ​ພົນລະ​ເຮືອ​ ທີ່ຕົກ​ຢູ່​ໃນ​ທ່າມກາງ​ບັນຫາ​ຂັດ​ແຍ້​ງ​ໃນຊີ​ເຣຍນີ້.

ທ່ານ​ນາງ Valerie Amos ​ໄດ້​ປະກາດ​ໃນ​ວັນ​ຈັນ​ມື້​ນີ້ ຂ່າວ​ແຜນການ​ເດີນທາງໄປ​ຊີ​ເຣຍ
ເປັນ​ເວລາ 3 ວັນ ທີ່​ຈະ​ເລີ່​ມຂຶ້ນ​ໃນ​ວັນ​ອັງຄານ​ມື້​ອື່ນ​ນີ້​ ທີ່​ແນ​ໃສ່​ເພື່ອ​ດຶງ​ຄວາມ​ສົນ​ໃຈ​ໄປ​ໃສ່​
ສະພາບ​ການ​ດ້ານມະນຸດ​ສະ​ທໍາທີ່​ເຊື່ອມ​ໂຊມ​ລົງ​ໄປ​ນັບ​ມື້ໃນ​ຊິເຣຍນັ້ນ ​ແລະ​ຜົນ​ກະທົບຕໍ່
ປະຊາຊົນ​ທີ່​ຍັງຕົກ​ຄ້າງ​ຢູ່​ໃນ​ປະ​ເທດ ​ແລະພວກ​ທີ່​ໄດ້​ໜີ​ອອກ​ນອກ​ໄປ​ສູ່​ປະ​ເທດ​ອື່ນໆ​ນັ້ນ
ອັນ​ຮວມທັງ ​ເລ​ບາ​ນອນ ນໍາ​ນັ້ນ.

ສັນນິບາດຊາດອາຣັບ ໄດ້ເລື່ອນກອງປະຊຸມ ຂອງບັນດາລັດຖະມົນຕີການຕ່າງປະເທດ
ຂອງຕົນ ທີ່ໄດ້ກໍາໜົດວ່າ ຈະຈັດຂຶ້ນໃນວັນອາທິດວານນີ້ ຢູ່ນະຄອນ Jeddah ຂອງ
Saudi Arabia ເພື່ອປຶກສາຫາລືກ່ຽວກັບສະຖານະການຂອງ ຊີເຣຍ ແລະການປ່ຽນຜູ້
​ໄປເປັນທູດສັນຕິພາບ ແທນທ່ານ Kofi Annan ທີ່ໄດ້ ລາອອກໃນຕົ້ນເດືອນນີ້. ​ເຈົ້າ​ໜ້າ
​ທີ່​ຂອງສັນນິບາດຊາດອາຣັບ ບໍ່ໄດ້​ໃຫ້​ເຫດຜົນ​ໃດໆ​ ໃນ​ການເລື່ອກອງປະຊຸມດັ່ງກ່າວ​ນີ້​
ແລະ​ກໍ​ບໍ່​ໄດ້ບອກວ່າ ​ເມື່ອ​ໃດກອງປະຊຸມຈະ​ມີຂຶ້ນ.

XS
SM
MD
LG