ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມີຄວາມກົດດັນ ເພີ່ມຂຶ້ນ ເພື່ອລົງໂທດຊີເຣຍ ຕື່ມອີກ


ພວກຜູ້ນໍາກຸ່ມສັນນິບາດຊາດອາຫຣັບກໍາລັງພົບປະກັນທີ່ກຸງໄຄໂຣ, ເອຈິບ ເພື່ອພະຍາຍາມປົດຊີເຣຍ ອອກເປັນສະມາຊິກຂອງກຸ່ມ.
ວັນທີ 16 ພະຈິກ 2011.
ພວກຜູ້ນໍາກຸ່ມສັນນິບາດຊາດອາຫຣັບກໍາລັງພົບປະກັນທີ່ກຸງໄຄໂຣ, ເອຈິບ ເພື່ອພະຍາຍາມປົດຊີເຣຍ ອອກເປັນສະມາຊິກຂອງກຸ່ມ. ວັນທີ 16 ພະຈິກ 2011.

ເຢຍຣະມັນ ອັງກິດ​ແລະ​ຝຣັ່ງ ກໍາລັງ​ຊຸກຍູ້​ໃຫ້​ສະຫະ​ປະຊາ​ຊາດ ​ຮັບຜ່ານຮ່າງ​ຍັດຕິ​ສະ
ບັບ​ນຶ່ງ​ ​ປະນາມ​ຊີ​ເຣຍ​ທີ່​ທໍາ​ການ​ປາບ​ປາມ​ຢ່າງ​ນອງ​ເລືອດ​ຕໍ່​ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະ
ບານ​ນັ້ນ.

ທ່ານ Peter Wittig ​ເອກ​ອັກຄະ​ລັດຖະທູດ​ເຢຍຣະມັນ​ປະ​ຈໍາ​ສະຫະ​ປະຊາ​ຊາດ​ກ່າວ​ໃນ
ວັນ​ພຸດ​ມື້ວານ​ນີ້​ວ່າ ຮ່າງ​ຍັດຕິ​ທີ່​ໃຊ້​ຖ້ອຍ​ຄໍາຮຸນແຮງ​ທີ່​ພວກ​ຕົນ​ກໍາລັງ​ຮ່າງ​ຂຶ້ນ​ນັ້ນ ແມ່ນ
ແນ​ໃສ່​ເພື່ອ​ສະ​ແດງ​ໃຫ້​ປະທານາທິ ບໍດີ Bashar Assad ​ເຫັນ​ວ່າຕົນ​ກໍາລັງຖືກໂດດ
ດ່ຽວຫລາຍ​ປານ​ໃດ.

ໂຄສົກ​ຄົນ​ນຶ່ງ​ຂອງເຢຍຣະມັນ ທີ່ກ່າວ​ໂດຍ​ມີ​ເງື່ອນ​ໄຂ​ບໍ່ໃຫ້ບອກ​ຊື່ນັ້ນ ກ່າວ​ວ່າ ຫລາຍ
ປະ​ເທດ​ອາຫຣັບ​ໄດ້​ສະ​ແດງ​ຄວາມ​ສົນ​ໃຈ​ຢາກ​ເປັນ​ຄູ່​ຮ່ວມສະ​ເໜີ​ຮ່າງ​ຍັດຕິ​ດັ່ງກ່າວ.

ໃນ​ຂະນະ​ດຽວ​ກັບ ຈີນ​ແລະຣັດ​ເຊຍ​ຊໍ້າພັດສະ​ແດງ​ຄວາມ​ເປັນ​ຫ່ວງ​. ສອງ​ປະ​ເທດ​ນີ້
ໄດ້​ໃຊ້​ສິດ​ຍັບ​ຍັ້ງ​ຮ່າງ​ຍັດຕິ​ສະບັບ​ນຶ່ງ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໃນ
ເດືອນ​ແລ້ວ​ນີ້ ທີ່​ປະນາມ​ການ​ປາບ​ປາມ​ພວກ​ປະທ້ວງ​ຂອງ​ລັດຖະບານ​ຊີ​ເຣຍນັ້ນ. ​ແຕ່
ທ່ານ Liu Weimin ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຮຽກຮ້ອງ​ໃນ​ວັນ​ພະຫັດ​ມື້​ນີ້
ໃຫ້​ມີ​ການ​ແກ້​ໄຂ​ວິ​ກິດ​ການ​ດັ່ງກ່າວ​ ໂດຍ​ຜ່ານ​ທາງ​ການ​ເມືອງ​. ລັດຖະມົນຕີ​ການ​ຕ່າງ
ປະ​ເທດຣັດ​ເຊຍ ທ່ານ Sergei Lavrov ກໍ​ໄດ້ຮຽກຮ້ອງ​ໃຫ້​ຍຸດຕິ​ການ​ສູ້​ລົບ​ກັນລະ
ຫວ່າງ​ຝ່າ​ຍລັດຖະບານ​ແລະ​ບັນດາ​ກຸ່ມ​ຝ່າຍ​ຄ້ານ ​ໂດຍ​ຮຽກຮ້ອງ​ໃຫ້​ທຸກ​ພັກ​ຝ່າຍ​ແກ້
ໄຂ​ຄວາມ​ແຕກ​ຕ່າງ​ກັນ​ຂອງ​ພວກ​ເຂົາ​ເຈົ້າ​ໂດຍ​ສັນຕິ​ວິທີ.

ທ່ານ Alain Juppe ລັດຖະມົນຕີ​ຕ່າງປະ​ເທດ​ຝຣັ່ງ ກໍ​ໄດ້ປະຕິ​ເສດເຊ່ນ​ກັນຕໍ່​ການ​ໃຊ້
ກໍາລັງ​ໃນ​ຊີ​ເຣຍນັ້ນ ​ແຕ່​ທ່ານ​ກ່າວ​ຕໍ່​ວິທະຍຸ​ຝຣັ່ງ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ພວກ​ກຸ່ມ​ຝ່າຍ
ຄ້ານ​ຊີ​ເຣຍຈະ​ຕ້ອງ​ມີ​ການຈັດ​ຕັ້ງ​ກັນ​ໃຫ້​ດີ​ຂຶ້ນ ​ແລະ​ທ່ານ Juppe ກ່າວ​ວ່າ ທ່ານ​ໄດ້
ທໍາ​ການ​ຕິດ​ຕໍ່​ພົວພັນ​ກັບ​ສະພາ​ປົກຄອງ​ແຫ່ງ​ຊາດ​ຊົ່ວຄາວ​ຂອງ​ຝ່າຍ​ຄ້ານຊີ​ເຣຍ ທີ່​ຕັ້ງ
ຢູ່​ໃນ​ກຸງ​ປາຣີ ​ແລະ​ວ່າ​ ຝຣັ່ງກໍາລັງ​ພະຍາຍາມ​ຊຸກຍູ້ ​ໃຫ້​ກໍາລັງ​ໃຈ ​ແລະ​ໃຫ້ການ​ຊ່ອຍ
ເຫລືອ​ ແກ່​ສະພາ​ປົກຄອງ​ດັ່ງກ່າວ.

XS
SM
MD
LG