ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກເຄື່ອນໄຫວກຸ່ມນຶ່ງ ຂົ່ມຂູ່ ຈະຖອນອອກຈາກ ສະພາ SNC ຊີເຣຍ (ສະໄລດ໌)


ປະທານາທິບໍດີ Bashar al-Assad ແຫ່ງຊີເຣຍ.
ວັນທີ 17 ພຶດສະພາ 2012.
ປະທານາທິບໍດີ Bashar al-Assad ແຫ່ງຊີເຣຍ. ວັນທີ 17 ພຶດສະພາ 2012.

ພວກ​ນັກ​ເຄື່ອນ​ໄຫວ​ຊີ​ເຣຍທີ່​ສໍາຄັນກຸ່ມ​ນຶ່ງ ​ໄດ້​ຂົ່ມຂູ່​ທີ່​ຈະ​ຖອນ​ໂຕ​ອອກ ຈາກ​ກຸ່ມ​ຝ່າຍ​ຄ້ານ​ທີ່​ແຕກ​ແຍກ​ກັນຢູ່​ແລ້ວ​ໃນ​ຊີ​ເຣຍ​ນັ້ນຍ້ອນ​ການ​ຈົ່ມ​ວ່າ ​ຕ່າງໆ​ທີ່​ວ່າ ກຸ່ມ​ດັ່ງກ່າວໄດ້​ຫັນ​ເຫ​ອອກ​ຈາກ​ຈິດ​ໃຈ​ແຫ່ງ​ການ​ລຸກ​ຮື​ຂຶ້ນ ຕໍ່ຕ້ານ​ປະທານາທິບໍດີ Bashar al-Assad ນັ້ນ.

ກຸ່ມຄະນະ​ກຳມະການປະສານ​ງານ​ໃນ​ທ້ອງ​ຖິ່ນຫຼື LCC ກ່າວຢູ່​ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ສະພາ​ປົກຄອງ​ແຫ່ງ​ຊາດ​ຊົ່ວ ຄາວ​ຊີ​ເຣຍ​ໄດ້​ດໍາ​ເນີນ​ການໄປ​ດ້ວຍ​ການ​ຂາດ​ສະມັດຖະພາບ​ດ້ານການ​ເມືອງ. ກຸ່ມ LCC ຊຶ່ງ​ເປັນ​ເຄືອ​ຂ່າຍ​ນຶ່ງ​ຂອງ​ພວກ​ນັກ​ເຄື່ອນ​ໄຫວໃນ​ຊີ​ເຣຍກ່າວ​ຫາ​ຄະນະ​ນໍາພາ​ຂອງ​ສະພາ​ປົກຄອງແຫ່ງ​ຊາດຊີເຣຍຊົ່ວຄາວ ວ່າ ບໍ່​ໃຫ້​ຄວາມ​ສໍາຄັນ​ແກ່​ພວກ​ສະມາຊິກ​ຂອງ​ສະພາພ້ອມທັງຜູກຂາດ ​ອໍານາ​ດ ​ແລະ​ບໍ່​ປະສານ​ງານ​ກັນ​ໃກ້ຊິດ​ພໍ​ກັບ​ພວກນັກ​ເຄື່ອນ​ໄຫວ​ໃນ​ພາກ​ພື້ນ​ນັ້ນ.

ມາ​ຮອດ​ປັດຈຸບັນ​ນີ້ ສະພາ​ປົກຄອງ​ແຫ່ງ​ຊາດ​ຊົ່ວຄາວ​ຊີ​ເຣຍບໍ່ໄດ້​ບັນລຸ​ຄວາມ​ສໍາ​ເລັດ​ໃດໆ​ເລີຍ​ໃນ​ການ​ທ້ອນ​ໂຮມ​ພວກ​ກຸ່ມ​ຕ່າງໆ ​ແລະ​ບັນດາ​ກຸ່ມ​ຊົນ​ກຸ່ມ​ນ້ອຍ​ໃຫ້​ເຂົ້າກັນ ​ແລະ​ພວກ​ນັກ​ເຄື່ອນ​ໄຫວ​ທີ່​ສໍາຄັນ​ຫຼາຍ​ຄົນ​ໄດ້​ພາກັນ​ຖອກ​ອອກ​ຈາກ​ກຸ່ມ​ດັ່ງກ່າວນີ້​ແລ້ວ.

ບັນຫາ​ຂັດ​ແຍ່ງ​ກັນ​ຄັ້ງ​ຫຼ້າ​ສຸດ​ແມ່ນ​ມີ​ຂຶ້ນ​ໃນ​ຕົ້ນ​ສັບປະດາ​ນີ້ເວລາສະພາ ​ປົກຄອງ​ແຫ່ງ​ຊາດ​ຊົ່ວຄາວ​ຊີ​ເຣຍຫຼື SNC ​ໄດ້​ລົງມະຕິ​ກັນກ່ຽວ​ກັບ​ສະ​ໄໝດໍາລົງ​ຕໍາ​ແໜ່​ງ ຂອງ​ທ່ານ Burhan Ghalloun ຜູ້​ນໍາ​ສະພາ​ດັ່ງ ກ່າວ​ອອກ​ໄປ​ຕື່ມອີກ 3 ​ເດືອນ ​ເຖິງ​ແມ່ນ​ມີ​ຄວາມ​ເປັນ​ຫ່ວງ​ເປັນໃຍໃນ​ບັນດາ​ສະມາຊິກ​ບາງ​ທ່ານ​ທີ່​ວ່າ ທ່ານ Ghalloun ມີ​ສາຍ​ພົວພັນທີ່​ໃກ້ ຊິດ​ກັນ​ໂພດ​ກັບ​ກຸ່ມ​ພະລາດອນພາບ​ມຸສລິ​ມຊີ​ເຣຍນັ້ນ.

ສະພາ​ປົກຄອງ​ແຫ່ງ​ຊາດ​ຊົ່ວຄາວ​ຊີ​ເຣຍ​ແມ່ນ​ຖືກ​ຈັດ​ຕັ້ງ​ຂຶ້ນ​ມາ​ໃນເດືອນ​ມິ​ນາ​ແລ້ວ​ນີ້ ​ໂດຍ​ມີ​ວັດຖຸ​ປະສົງ​ເພື່ອ​ໃຫ້​ເປັນ​ຕົວ​ແທນ​ທາງ​ການ​ຂອງ​ຝ່າຍ​ຄ້ານ​ຊີ​ເຣຍ​ເພື່ອສະໜອງ​ຕອບ​ຕໍ່​ຄໍາ​ຮຽກຮ້ອງ​ຕ່າງໆ​ຂອງ​ນາໆ​ຊາດ ສຳ​ຫຼັບໃຫ້​ມີ​ການ​ຮ່ວມ​ສາມັກຄີ​ກັນ​ຂອງ​ພວກ​ກຸ່ມ​ຝ່າຍ​ຄ້ານ​ໃນ​ປະ​ເທດ​ນັ້ນ.

​ໃນ​ຂະນະ​ດຽວ​ກັນ ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Syrian Observatory ທີ່​ມີ​ຫ້ອງການ​ຕັ້ງ​ຢູ່​ໃນ​ກຸງ​ລອນ​ດອນ​ແຈ້ງ​ໃຫ້​ຊາບ​ວ່າ ມີ​ການ​ໂຈມ​ຕີ​ໃໝ່ໆ​ໂດຍ​ກໍາລັງ​ຂອງ​ຝ່າຍ​ລັດຖະບານ​ໃນ​ວັນ​ພະຫັດ​ມື້​ນີ້. ກຸ່ມ​ປົກປ້ອງ​ສິດທິ​ມະນຸດ​ດັ່ງກ່າວ ​ກ່າວ​ຕໍ່​ວີ​ໂອ​ເອວ່າ ກໍາລັງ​ຂອງ​ລັດຖະບານ ຢ່າງ​ໜ້ອຍ​ໄດ້​ຍິງ​ປືນ​ໃຫຍ່ 30 ລູກ​ໃສ່​ເມືອງ Rastan ທີ່​ຄວບ​ຄຸມໂດຍ​ພວກ​ກະບົດ ​ຢູ່​ທາງ​ທິດ​ເໜືອ​ຂອງ​ເມືອງ Homs ​ໃນ​ລະຫວ່າງການ​ໂຈມ​ຕີ​ເປັນ​ເວລາ 10 ນາທີ​ ຫຼັງ​ຈາກເວລາທ່ຽງຄືນ​ນ້ອຍ​ນຶ່ງ.

​ໃນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ກ່ອນ​ໜ້າ​ນັ້ນປະທານາທິບໍດີ Bashar al-Assad ​ແຫ່ງ​ຊີ​ເຣຍ ກ່າວ​ຢູ່​ໃນ​ການ​ໃຫ້ສໍາພາດທີ່​ບໍ່​ສູ້​ມີ​ຂຶ້ນ​ຕໍ່​ຕາໜ່າງ​ໂທລະພາບ​ວ່າ ທ່ານ​ບໍ່​ມີ​ເຈດ​ຕະນາ​ເລີຍ​ທີ່​ຈະ​ຍຸດຕິ​ການ​ປາບ​ປາມ​ຢ່າງ​ນອງ​ເລືອດ​ຂອງ​ທ່ານ​ຕໍ່​ພວກ​ຄັດຄ້ານ​ລັດ​ຖະບານ ​ເຖິງ​ແມ່ນ​ມີ​ການ​ປະນາມ​ຈາກ​ນາໆ​ຊາດ ​ແລະ​ແຜນການ​ສັນຕິພາບ​ທີ່​ຮຽກຮ້ອງ​ໃຫ້​ມີ​ການ​ຢຸດ​ຍິງ​ກັນ​ກໍ​ຕາມ. ​

​ ​

XS
SM
MD
LG