ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Syria_Not In Use


Syria

ທູດ​ພິ​ເສດຂອງ​ນາໆ​ຊາດ ​ທ່າ​ນ Kofi Annan ​ໄດ້​ພົບ​ປະກັບປະທານາທິບໍດີ ຊີ​ເຣຍ ທ່ານ Bashar al-Assad ໃນ​ການ​ໂອ້​ລົມ​ສົນທະນາ​ກັນ ທີ່​ທູດ​ສະຫະ​ປະຊາ​ຊາດ​ເອີ້ນ​ວ່າ “ສ້າງສັນ​ແລະ​ກົງ​ໄປ​ກົງ​ມາ”.

ທ່ານ​ອັນ​ນັນ​ໄດ້​ບອກ​ພວກ​ນັກຂ່າວ​ຢູ່​ນະຄອນຫລວງ​ດາ​ມັສກັສວ່າ ທ່ານ​ກັນ​ທ່ານ Assad ​ໄດ້​ສົນທະນາ​ກັນ​ເຖິງ​ຊ່ອງ​ທາງ​ໃນ​ການ​ຍຸດຕິ​ຄວາມ​ຮຸນ​ແຮ​ງ ລະຫວ່າງ

ກໍາລັງ​ຂອງ​ຝ່າຍ​ຄ້ານ​ກັບ​ຝ່າຍ​ລັດຖະບານ​ນັ້ນ ​ແລະ​ທ່ານ​ກ່າວ​ຕື່ມ​ວ່າ ພວກ​ທ່ານ​ໄດ້​ຕົກລົງ​ເຫັນ​ພ້ອມ​ນໍາ​ກັນ ກ່ຽວ​ກັບ​ວິທີ​ທາງ​ນຶ່ງ ຊຶ່ງ​ທ່ານ​ຈະ​ນໍາ​ເອົາ​ໄປ​ສົນທະນາ​ກັບທາງ​ກຸ່ມ​ຝ່າຍ​ຄ້ານ​ທີ່​ມື​ອາວຸດ​ນັ້ນ.

ທ່າ​ນ Annan ​ແມ່ນ​ໄດ້​ທໍາ​ຄວາມ​ພະຍາຍາມມາ​ເປັນ​ເວລາ​ຫຼາຍ​ເດືອນ​ແລ້ວ ​ເພື່ອ​ໃຫ້​ມີ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ສັນຕິພາບ​ໃນຊີ​ເຣຍ ​ແຕ່​ທ່ານໄດ້​ຍອມຮັບ​ວ່າຄວາມ ​ພະຍາຍາມ​ຂອງ​ນາໆ​ຊາດ ທີ່​ຮຽກຮ້ອງ​ໃຫ້​ມີ​ການ​ເຈລະຈາ​ກັນລະຫວ່າງຝ່າ​ຍຄ້ານ​ແລະລັດຖະບານນັ້ນ ​ໄດ້ປະສົບ​ກັບ​ຄວາມ​ລົ້ມ​ແຫລວ.

​ໃນ​ການ​ໃຫ້​ສໍາພາດ​ກັບໂທລະ​ພາບ​ຂອງເຢຍລະ​ມັນ ໃນ​ວັນ​ອາທິດ​ວານ​ນີ້ ​ທ່ານ
Assad ​ໄດ້​ກ່າວຫາ ສະຫະລັດ, ​ເທີ​ກີ, ​ຊາວ​ດີ ອາ​ເຣ​ເບຍ, ກັບປະ​ເທດ​ກາ​ຕ້າ ວ່າ ຂັດຂວາງ​ສັນຕິພາບ ​ແລະ​ສະ​ໜັບ​ສະ​ໜຸນພວກ​ທີ່​ທ່ານ​ເອີ້ນ​ວ່າ ພວກ​ກໍ່​ການ​ຮ້າຍ.

XS
SM
MD
LG