ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

69 ຄົນເສຍຊີວິດ ໃນຊີເຣຍ ໃນວັນຈັນວານນີ້ (ເບິ່ງວີດີໂອ)


ພວກປະທ້ວງທີ່ສະໜັບສະໜຸນລັດຖະບານຊີເຣຍຮ້ອງຄໍາຂັວນຕ່າງໆໃນລະຫວ່າງການເດີນຕໍ່ຕ້ານການຕັດສິນໃຈຂອງສັນນິບາດຊາດອາຫຣັບ ທີ່ຕັດການ
ເປັນສະມາຊິກຂອງຊີເຣຍໃນສັນນິບາດດັ່ງກ່າວໃນກຸງ ດາມັສກັສ.
ວັນທີ 15 ພະຈິກ 2011.
ພວກປະທ້ວງທີ່ສະໜັບສະໜຸນລັດຖະບານຊີເຣຍຮ້ອງຄໍາຂັວນຕ່າງໆໃນລະຫວ່າງການເດີນຕໍ່ຕ້ານການຕັດສິນໃຈຂອງສັນນິບາດຊາດອາຫຣັບ ທີ່ຕັດການ ເປັນສະມາຊິກຂອງຊີເຣຍໃນສັນນິບາດດັ່ງກ່າວໃນກຸງ ດາມັສກັສ. ວັນທີ 15 ພະຈິກ 2011.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ກຸ່ມ​ນຶ່ງ​ໃນ​ຊີ​ເຣຍກ່າວ​ວ່າ ຄື້ນຟອ​ງ​ແຫ່ງ​ຄວາມ​ຮຸນ​ແຮງ​ໄດ້ເອົາ​ຊີວິດ​ປະຊາຊົນ​ໄປ ຢ່າງ​ນ້ອຍ 69 ຄົນ​ໃນ​ພາກ​ໃຕ້​ຂອງ​ຊີ​ເຣຍ​ໃນ​ວັນ​ຈັນວານນີ້ ​ເຮັດ​ໃຫ້​ເປັນ​ມື້​ທີ່​ມີ​ຄົນ​ຕາຍ​ຫລາຍທີ່​ສຸດ​ໃນ​ການ​ລຸກ​ຮື​ຂຶ້ນ​ຕໍ່​ຕ້ານ​ປະທານາທິບໍດີ Bashar al-Assad ມ​າ​ເປັນ​ເວລາ 8 ​ເດືອນ​ນັ້ນ.

ບໍ່​ມີ​ການ​ຢືນຢັນ​ຈາກ​ແຫ​ລ່ງຂ່າວ​ອິດ​ສະລະ​ກ່ຽວ​ກັບ​ຈໍານວນ​ຜູ້​ເສຍ​ຊີວິດ ​ເນື່ອງ​ຈາກ​ຊີ​ເຣຍຫ້າມ​ນັກ​ຂ່າວ​ຕ່າງປະ​ເທດ​ສ່ວນ​ໃຫຍ່ບໍ່​ໃຫ້​ເຂົ້າ​ໄປ​ລາຍງານ​ຂ່າວ. ພວກ​ເຄື່ອນ​ໄຫວ​ເພື່ອ​ສິດທິ​ຊີ​ເຣຍກ່າວ​ວ່າ ​ອີກ​ປະມານ 200 ຄົນ​ຖືກ​ຂ້າ​ຕາຍ​ໃນ​ເດືອນ​ນີ້ ​ໃນ​ການ​ປາບ​ປາມ​ຂອງ​ທ່ານ​ອັດ​ຊາດຕໍ່​ພວກ​ປະ​ທ້ວງ​ນັ້ນ ຊຶ່ງ​ຈໍ​ານວນ​ຫລາຍ​ແມ່ນ​ເສຍ​ຊີວິດ​ທີ່​ເ​ມື​ອງໂຮມ​ສ໌ ​ໃນ​ພາກ​ກາງຂອງ​ປະ​ເທດ.

ໃນ​ອີກ​ຂ່າວ​ນຶ່ງ​ນັ້ນ ກະສັດ​ອັບ​ດູ​ລລາ​ແຫ່ງ​ຈໍ​ແດນ​ໄດ້​ຊົງ​ຮຽກຮ້ອງ​ໃຫ້​ປະທານາທິບໍດີ Assad ລາ​ອອກ​ຈາກ​ຕໍາ​ແໜ່​ງ. ​ພະ​ອົງ​ຊົງເປັນຜູ້ນໍາອາຫຣັບຄົນ​ທໍາ​ອິດ​ທີ່​ທໍາ​ການ​ຮຽກຮ້ອງ​ດັ່ງກ່າວ. ເຈົ້າ​ໜ້າ​ທີ່​ຈໍ​ແດນ​ກ່າວ​ວ່າ ມີ​ພວກ​ທີ່​ຈົ່ງ​ຮັກ​ພັກດີ​ຕໍ່​ທ່ານ​ອັດຊາດ ປະມານ 100 ຄົນ ພາກັນທໍາ​ການ​ປະ​ທ້ວງ​ຄໍາຮຽກຮ້ອງ​ຂອງ​ກະສັດ​ອັບ​ດູລລາຢູ່ທາງ​ນອກ​ສະຖານທູດ​ຈໍ​ແດນ ​ໃນ​ນະຄອນຫລວງ​ດາ​ມັສກັສ ​ໃນ​ຕອນ​ແລງ​ວັນ​ຈັນ​ວານ​ນີ້ ​ແລະ​ວ່າ​ພວກ​ປະ​ທ້ວງ​ໄດ້​ບຸກຜ່ານ​ປະຕູ​ໃຫຍ່ຂອງ​ສະຖານທູດເຂົ້າ​ໄປ ​ແລ້ວພາກັນ​ດຶງ​ທຸງ​ຊາດ​ຂອງ​ຈໍ​ແດນ​ລົງ​ມາ​.

ຈໍ​ແດນ​ແມ່ນ​ນຶ່ງ​ໃນ​ຈໍານວນ 18 ປະ​ເທດ​ທີ່​ລົງມະ​ຕິໃນ​ວັນ​ເສົາ​ຜ່ານ​ມາ ​ໃຫ້​ງົດ​ການ​ເປັນ
ສະມາຊິກ​ຂອງ​ຊີ​ເຣຍ​ໃນ​ສັນນິບາດ​ຊາດ​ອາຫຣັບຊົ່ວຄາວ ຊຶ່ງ​ມີ​ຜົນ​ບັງຄັບ​ໃຊ້​ໃນ​ວັນພຸດ​ມື້​
ອື່ນ​ນີ້ ຊຶ່ງ​ເປັນມື້​ບັນດາ​ລັດຖະມົນຕີ​ຕ່າງປະ​ເທດ​ອາຫຣັບມີ​ກໍານົດ​ປະຊຸມ​ກັນ ຢູ່​ໃນ​ນະ
ຄອນຫລວງ Rabat ຂອງ Morocco ​ເພື່ອ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​ສະຖາ
ນະ​ການ​ດັ່ງກ່າວ.

ເບິ່ງວີດີໂອ ລາຍງານກ່ຽວກັບຊີເຣຍ:

XS
SM
MD
LG