ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສຫລ ໝັ້ນໃຈ ກ່ຽວກັບ ການຈັດຕັ້ງ ເຂດ​ຫ້າມ​ບິນ ຢູ່​ເໜືອ​ຊີ​ເຣຍ


ທ່ານ Panetta ​ໄດ້ໃຫ້​ອົງ​ການ​ຂ່າວ Associated Press ສໍາພາດ
ທ່ານ Panetta ​ໄດ້ໃຫ້​ອົງ​ການ​ຂ່າວ Associated Press ສໍາພາດ

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ Leon Panetta ກ່າວ​ວ່າ ທ່ານ​ມີ​ຄວາມ​ໝັ້ນ​ໃຈ​ວ່າ ສະຫະລັດ​ຈະ​ສາມາດ​ບັງຄັບ​ໃຫ້​ມີ​ການ​ປະຕິບັດ​ເຂດ​ຫ້າມ​ບິນ ຢູ່​ເໜືອ​ປະ​ເທດ​ຊີ​ເຣຍນັ້ນ​ໄດ້ ​ຫາກ​ແຕ່​ວ່າການ​ຕັດສິນ​ໃຈ​ທີ່​ສໍາຄັນ ​ແລະ​ຈໍາ​ເປັນ​ສໍາລັບ​ອະນຸຍາດ​ໃຫ້​ມີ​ການ​ປະກອບ​ພາລະກິດ​ດັ່ງກ່າວ​ນັ້ນ​ ຍັງ​ບໍ່​ໄດ້​ມີ​ຂຶ້ນ.

ທ່ານ Panetta ​ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ AP ວ່າ ສະຫະລັດ​ໄດ້​ວາງ ​ແຜນການໄວ້​ຫລາຍ​ຢ່າງ ສໍາລັບຮັບ​ມື​ກັບ​ເຫດການ​ສໍາຄັນໆທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ຊີ​ເຣຍນັ້ນ​. ​ແລະ​ທ່ານ​ເວົ້າ​ເນ້ນ​ວ່າ ການຈັດ​ຕັ້ງ​ປະ​ຕິ​ບັດ​ເຂດ​ຫ້າມ​ບິນ​ແມ່ນ​ຍາກ ​ແຕ່​ກໍ​ບໍ່​ແມ່ນ​ບູລິ​ມະ​ສິດ​ສູງ​ສຸດ.

​ໃນ​ຂະນະ​ດຽວ​ກັນ ບັນດາ​ລັດຖະມົນຕີ​ຕ່າງປະ​ເທດ​ຂອງ​ອົງການ​ຮ່ວມ​ມື​ອິສລາມ OIC ທີ່​ປະກອບ​ດ້ວຍ​ສະມາຊິກ 57 ປະ​ເທດ​ນັ້ນ ກໍ​ກໍາລັງ​ປະຊຸມ​ສຸດ​ຍອດ​ກັນ​ໃນ​ວັນ​ອັງຄານ​ມື້​ນີ້ ຢູ່​ເມືອງ​ເມັກ​ກາ ປະ​ເທດຊາວ​ດີ​ອາ​ເຣ​ເບຍ ຫລັງ​ຈາກ​ທີ່​ໄດ້​ຕົກລົງເຫັນ​ດີ​ ​ແນະ​ນໍາ​ໃຫ້​ງົດ​ຊີ​ເຣຍຈາກ ​ການ​ເປັນ​ສະມາ​ຊິກໄວ້​ຊົ່ວຄາວ. ອິຣ່ານ ຊື່​ງ​ເປັນ​ພັນທະ​ມິດ​ຂອງ​ຊີ​ເຣຍ ກ່າວ​ວ່າ ຕົນ​ຈະ​ບໍ່​ມີ​ວັນ​ຮັບ​ເອົາ​ຂໍ້​ສະ​ເໜີ​ດັ່ງກ່າວ.

​ໃນ​ອີກ​ຂ່າວ​ນຶ່ງ​ນັ້ນ ຫົວໜ້າ​ຝ່າຍ​ມະນຸດສະ​ທໍາ​ຂອງ​ສະຫະ​ປະຊາ​ຊາດ ທ່ານ​ນາງ ວານ​ເລີຣີ ​ເອ​ໂມ​ສ ກໍ​ໄດ້​ເດີນທາງ​ໄປ​ຮອດ​ຊີ​ເຣຍ​ໃນ​ວັນ​ອັງຄານ​ມື້​ນີ້ ​ເພື່ອ​ສົນທະນາ​ຫາລື ຊອກ​ຫາ​ຊ່ອງ​ທາງ​ເພີ່ມ​ທະວີ​ຄວາມ​ພະຍາຍາມ​ບັນ​ເທົາ​ທຸກ​ແກ່​ບັນດາ​ພົນລະ​ເຮືອນ ທີ່ໄດ້​ຮັບ​ເຄາະ​ຈາ​ກ ການສູ້​ລົບ​ກັນ​ນັ້ນ. ທ່ານ​ນາງ​ມີ​ກໍານົດ​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່​ລັດຖະບານ​ ຊີ​ເຣຍ ​ແລະ​ສະພາກາ​ແດງ​ Red Crescent ຂອງ​ຊີ​ເຣຍ.

ຂະນະ​ດຽວ​ກັນ ຢູ່​ປະ​ເທດ​ຈີນ​ນັ້ນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ ກໍ​ມີ​ກໍ​ໜົດພົບ​ປະ​ສົນທະນາ​ ກັບ​ທູດ​ພິ​ເສດ​ຄົນ​ນຶ່ງ​ຂອງ​ປະທານາທິບໍດີ​ຊີ​ເຣຍ ທ່ານ Bashar al-Assad. ຈີນ​ກ່າວ​ວ່າ ຕົນ​ກໍາລັງ​ພິຈາລະນາ​ຈະ​ເຊື້ອ​ເຊີນ​ໃຫ້​ຝ່າຍ​ຄ້ານ​ຂອງ​ຊີ​ເຣຍ ມາ​ຢ້ຽມຢາມ​ແລະ​ສົນທະນາ​ຫາລື​ກັນ ​ເຊ່ນ​ກັນ.

XS
SM
MD
LG