ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ​ຮຽກຮ້ອງ​ໃຫ້​ຊີເຣຍ ​ເລັ່ງລັດການປະຕິຮູບ


ພວກປະທ້ວງຕໍ່ປະທານາທິບໍດີ ຊິເຣຍ
ພວກປະທ້ວງຕໍ່ປະທານາທິບໍດີ ຊິເຣຍ

ຈີນ​ຮຽກຮ້ອງ​ໃຫ້​ຊິເຣຍ ​ເລັ່ງລັດການປະຕິຮູບ ທີ່ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ໄວ້ນັ້ນ ອາທິດ​
ນຶ່ງ​ຫຼັງ​ຈາກ​ທີ່​ໄດ້​ຮ່ວມ​ກັບຣັດ​ເຊຍ ໃຊ້ສິດຍັບຍັ້ງຮ່າງ​ຍັດ​ຕິ​ຂອງ​ສະພາຄວາມໝັ້ນຄົງ
ອົງການ​ສະຫະ​ປະຊາ​ຊາດ​ ​ທີ່ປະນາມຊິເຣຍໃນການປາບປາມ​ພວກພົນລະ​ເຮືອນ​
​ທີ່​ທໍາ​ການ​ປະ​ທ້ວງ​ນັ້ນ.

ການໃຫ້ຄວາມ​ເຫັນ ຂອງໂຄສົກກະຊວງການ​ຕ່າງປະ​ເທດຈີນ ທ່ານ Liu Weimin
ໃນ​ວັນ​ອັງຄານ​ມື້​ນີ້ ​ແມ່ນມີ​ຂຶ້ນຫຼັງ​ຈາກ​ໄດ້​ມີ​ການ​ຮຽກຮ້ອງ​ໃນສັບປະດາແລ້ວໂດຍ
ປະທານາທິບໍດີຣັດເຊຍ​ທ່ານ ​Dmitry Medvedev ທີ່​ທ່ານ​ກ່າວ​ວ່າ ປະທານາທິບໍດີ​
ຂອງ​ຊິ​ເຣຍທ່ານ Bashar al-Assad ຈຳເປັນຕ້ອງ ​ໄດ້ທຳການປະຕິຮູບຫຼືບໍ່ດັ່ງນັ້ນ
ກໍໃຫ້ລາອອກຈາກ​ຕໍາແໜ່ງ​ເສຍ.

ປະ​ເທດ​ທັງສອງໄດ້ໃຊ້ສິດຍັບ​ຍັ້ງຮ່າງ​ຍັດ​ຕິທີ່​ທີ່ນຳສະເໜີໂດຍ ຝຣັ່ງ, ອັງ​ກິດ, ​
ເຢຍຣະ​ມັນ​ແລະ​ Portugal ທີ່​ພາໃຫ້ທາງ​ສະຫະລັດ​ແລະຢູໂຣບມີຄວາມໂກດແຄ້ນນັ້ນ.
ໂດຍທີ່​ບໍ່​ໄດ້​ເອີຍ​ຊື່​ຂອງ​ປະເທດທັງສອງ​, ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ
ທ່ານ​ນາງ Hillary Clinton ໄດ້​ກ່າວ​ວ່າ ຣັດ​ເຊຍ ​ແລະ​ຈີນ​ ຕ້ອງ​ໄດ້​ໃຫ້ການອະທິບາຍ​
ກ່ຽວກັບ​ການໃຊ້ສິດ​ຍັບ​ຍັ້ງ​ດັ່ງກ່າວ​ຕໍ່ປະຊາຊົນຊາວ ຊິ​ເຣຍ.

ໃນ​ຂະນະ​ດຽວ​ກັນ, ຜູ້​ນໍາ​ສູງ​ສຸດ​ຂອງສາ​ສະໜາ​ອິສລາມ ນິກາຍ Sunni ໃນ ຊີເຣຍ
ໄດ້​ເຕືອນບັນດາ​ປະ​ເທດຕາ​ເວັນ​ຕົກ​ໃນ​ວັນ​ຈັນ​ວານ​ນີ້ ກ່ຽວກັບການແຊກ ແຊງທາງ
ທະຫານ ໂດຍຂົ່ມຂູ່ວ່າຈະທຳການຕອບໂຕ້ຕໍ່ການໂຈມຕີດ້ວຍລະ ເບີດສະລະຊີບຢູ່ໃນ
ສະຫະລັດແລະຢູໂຣບ ຖ້າປະເທດຊີເຣຍຫາກຖືກໂຈມຕີ.

XS
SM
MD
LG