ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

40 ກວ່າຄົນເສຍຊີວິດ ໃນເຫດລະເບີດ 2 ບັ້ນ ທີ່ຊີເຣຍ (ເບິ່ງສະໄລດ໌ກັບວີດີໂອ)


ເຈົ້າໜ້າທີ່ຮັກສາຄວາມປອດໄພຢືນຢູ່ໃກ້ໆກັບບ່ອນລະເບີດແຕກຂຶ້ນໃນກຸງ ດາມັສກັສ.
ວັນທີ 10 ພຶດສະພາ 2012.
ເຈົ້າໜ້າທີ່ຮັກສາຄວາມປອດໄພຢືນຢູ່ໃກ້ໆກັບບ່ອນລະເບີດແຕກຂຶ້ນໃນກຸງ ດາມັສກັສ. ວັນທີ 10 ພຶດສະພາ 2012.

ສື່​ມວນ​ຊົນ​ແຫ່ງ​ລັດ​ຊີ​ເຣຍ ກ່າວ​ວ່າ ປະຊາຊົນ​ຈໍານວນ​ຫຼາຍ​ກວ່າ 40 ຄົນເສຍ​ຊີວິດ​ ເວລາ​ລະ
​ເບີດ​ແຕກ​ຂຶ້ນ​ສອງ​ບັ້ນຊ້ອນ​ກັນ ທີ່ທໍາລາຍຄຸ້ມ​ນຶ່ງ​ໃນກຸງດາ​ມັສກັສ​ໃນ​ວັນ​ພະຫັດ​ມື້​ນີ້ ​ໃນ
​ຂະນະ​ທີ່ພວກ​ນັກ​ສັງ​ເກດ​ການ​ຂອງ​ສະຫະປະຊາ​ຊາດ​ພະຍາ​ຍາມ​ຈັດ​ຕັ້ງ​ປະຕິບັດຂໍ້​ຕົກລົງ
​ຢຸດ​ຍິງ ​ທີ່​ບໍ່​ໝັ້ນຄົງ​ລະຫວ່າງຝ່າຍ​ລັດຖະບານ​ແລະ​ຝ່າຍ​ກະບົດ​ນັ້ນ.

ລະ​ເບີດ​ດັ່ງກ່າວແຕກ​ຂຶ້ນ​ໃນ​ຂະນະ​ທີ່​ລາຍ​ງານ​ຂ່າວ​ເວົ້າ​ວ່າ ຊາວ​ຊີ​ເຣຍຫຼາຍ​ຄົນ​ກໍາລັງ​ໄປ​
ລ້າ​ໄປ​ການ​ນັ້ນ. ກຸ່ມ​ສິ້ງ​ຊອມສິດທິ​ມະນຸດ Syrian Observatory ຊຶ່ງ​ເປັນຝ່າຍ​ຄ້ານ ກ່າວ
​ຕໍ່​ວີ​ໂອ​ເອວ່າ ລະ​ເບີດ​ດັ່ງກ່າວ​ ໄດ້​ແຕກຂຶ້ນ​ຢູ່​ໃກ້ໆ​ກັບ​ຫ້ອງການ​ແຫ່ງ​ນຶ່ງ​ຂອງ​ກໍາລັງ​ຮັກສາ
​ຄວາມ​ປອດ​ໄພ.

ອົງການ​ຂ່າວ SANA ຂອງ​ລັດຖະບານ​ຊີ​ເຣຍ ​ໄດ້​ສະ​ແດງ​ຮູບ​ພາບ​ຂອງພວກ​ຍານພາຫະ
ນະ​ທີ່ຫັກພັງ​ແລະ​ສິ່ງ​ທີ່​ປາກົດ​ວ່າ​ເປັນ​ຊາກ​ສົບ​ຂອງ​ຜູ້​ຄົນນັ້ນ.

ລັດຖະບານ​ໄດ້​ຖິ້ມ​ໂທ​ດ ເຫດລະ​ເບີດ​ນີ້​ໃສ່​ພວກ​ກໍ່​ການ​ຮ້າຍ ທີ່​ໄດ້​ເຮັດ​ໃຫ້ປະຊາຊົນ​ໄດ້
​ຮັບ​ບາດ​ເຈັບ​ໄປ 170 ຄົນ​ນັ້ນ. ອົງການ​ຂ່າວ​ຝຣັ່ງ ກ່າວ​ວ່າກຸ່ມ​ຝ່າຍ​ຄ້ານ​ທີ່​ສໍາຄັນ​ຄື ສະ
ພາ​ປົກຄອງ​ແຫ່ງ​ຊາດ​ຊົ່ວຄາວ​ຊີ​ເຣຍ ຖິ້ມ​ໂທດ​ເລື້ອງ​ນີ້​ໃສ່​ລັດຖະບານ.

​ເຫດລະ​ເບີດ​ດັ່ງກ່າວ​ເກີດ​ຂຶ້ນ​ໃນ​ເວລາ​ນຶ່ງ​ມື້ ຫຼັງ​ຈາກ​ການການ​ໂຈ​ມຕີ​ດ້ວຍ​ລະ​ເບີດແຄມ​
ທາງ​ໃກ້ໆ​ກັບ​ເມືອງ Daraa ຊຶ່ງ​ເປັນ​ຈຸດ​ປະ​ທ້ວງທີ່​ໄດ້​ເຮັດ​ໃຫ້​ທະຫານ 10 ຄົນ​ ທີ່ກໍາ
ລັງ​ຕິດຕາມແລະ​ຄຸ້ມ​ກັນ​ທີ​ມນັກ​ສັງເກດ​ການ​ສະຫະ​ປະຊາ​ຊາດ​ໄປ​ນັ້ນ ​ໄດ້​ຮັບ​ບາດ​ເຈັບ.

ນາຍ​ພົນ​ຕີ Robert Mood ຫົວໜ້າ​ທີ​ມສັງ​ເກດ​ການຂອງ​ສະຫະ​ປະຊາ​ຊາດຈາກ​ປະ
​ເທດ​ນໍ​ເວ ​ໄດ້​ໄປ​ຢ້ຽມຢາມ​ສະຖານ​ທີ່​ເກີດເຫດລະ​ເບີດ​ດັ່ງກ່າວ​ໃນ​ວັນ​ພະຫັດ​ມື້​ນີ້ ຊຶ່ງ
​ທ່ານ​ໄດ້​ປະນາມການ​ກໍ່​ຄວາມ​ຮຸນ​ແຮງ​ແລະ​ຮຽກຮ້ອງ​ໃຫ້​ຢູ່​ໃນ​ຄວາມສະຫງົບ​ງຽບ​ນັ້ນ.

ພວກ​ນັກ​ສັງ​ເກດ​ການ​ສະຫະ​ປະຊາ​ຊາດ​ໄດ້ໄປ​ກວດກາ​ໃນ​ທົ່ວ​ຊີ​ເຣຍເພື່ອ​ຕິດຕາມ​ເບິ່ງ​
ການຈັດ​ຕັ້ງ​ປະຕິບັດຂໍ້​ຕົກລົງ​ຢຸດ​ຍິງຊຶ່ງ​ເປັນ​ພາກສ່ວນນຶ່ງ​ຂອງ​ແຜນການ​ສັນຕິ​ພາບ
ທີ່​ໄກ່​ເກ່ຍ​ໂດຍ​ທ່ານ​ໂກ​ຟີ ອັນ​ນັນ ທູດ​ພິ​ເສດສະຫະ​ປະຊາ​ຊາດ​ນັ້ນ.

XS
SM
MD
LG