ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກປະເທດຢູໂຣບ ສະເໜີຍັດຕິ ສະບັບໃໝ່ ກ່ຽວກັບຊີເຣຍ


ຂະບວນລົດຖັງຝ່າຍລັດຖະບານຊີເຣຍ ກໍາລັງເຄື່ອນເຂົ້າໄປໃນເມືອງ Hom ເພື່ອປາບປາມພວກປະທ້ວງ.
ຂະບວນລົດຖັງຝ່າຍລັດຖະບານຊີເຣຍ ກໍາລັງເຄື່ອນເຂົ້າໄປໃນເມືອງ Hom ເພື່ອປາບປາມພວກປະທ້ວງ.

ພວກປະເທດມະຫາອໍານາດແຫ່ງພາກພື້ນຢູໂຣບກຸ່ມນຶ່ງໄດ້ນໍາສະເໜີຮ່າງຍັດຕິໃໝ່ສະບັບ
ນຶ່ງຕໍ່ອົງການສະຫະປະຊາຊາດ ທີ່ຂົ່ມຂູ່ການລົງໂທດໃນ ອະນາຄົດຖ້າຫາກກໍາລັງຮັກສາ
ຄວາມປອດໄພຊີເຣຍບໍ່ຍຸຕິການປະຕິບັດການທາງທະຫານຕໍ່ພວກປະຊາຊົນພົນລະເຮືອນ

ຮ່າງຍັດຕິທີ່ໄດ້ມີການເປີດເຜີຍໃຫ້ຊາບໃນວັນອັງຄານວານນີ້ ໂດຍອັງກິດ ຝຣັ່ງ ເຢຍຣະ
ມັນ ແລະປໍຈຸກາລ ແມ່ນພາກັນຖອຍອອກຈາກຮ່າງຂໍ້ສະເໜີ ສະບັບຜ່ານມາ ທີ່ໄດ້ຮຽກ
ຮ້ອງໃຫ້ທໍາການລົງໂທດໂດຍທັນທີຕໍ່ປະທານາທິບໍດີຊີເຣຍ Bashar al-Assad ນັ້ນ.

ຮ່າງຍັດຕິສະບັບໃໝ່ດັ່ງກ່າວ ແມ່ນແນເປົ້າໝາຍໃສ່ການທັບມ້າງສະພາບ ບໍ່ໄປບໍ່ມາຂອງ
ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ຊຶ່ງພວກ ນັກການທູດກ່າວວ່າ ຈະປຶກສາ
ຫາລືກ່ຽວກັບຮ່າງຍັດຕິທີ່ໄດ້ຮັບແກ້ໄຂດັດ ແປງໃໝ່ໃນວັນພຸດມື້ນີ້ ໂດຍອາດຈະມີການລົງ
ຄະແນນສຽງກັນໃນທ້າຍອາທິດນີ້ກໍເປັນໄດ້.

ກໍາລັງທະຫານຂອງຊີເຣຍ ທີ່ໜຸນຫລັງໂດຍພວກລົດຖັງ ແລະຍົນເຮລິຄອບເຕີ ໄດ້ສັງຫານ
ປະຊາຊົນໄປແລ້ວຢ່າງໜ້ອຍ 8 ຄົນ ເມື່ອວັນອັງ ຄານວານນີ້ໃນການບຸກເຂົ້າໄປກວດຄົ້ນ
ເພື່ອເຂັ່ນຂ້າພວກທະຫານທີ່ໂຕນ ໜີທີ່ພາກັນຕໍ່ສູ້ຄືນ ຫລັງຈາກການປະທ້ວງຕໍ່ຕ້ານທ່ານ
ອາຊັດເປັນເວລາ ຫລາຍໆເດືອນ ຊຶ່ງສ່ວນໃຫຍ່ດຳເນີນໄປດ້ວຍຄວາມສະຫງົບນັ້ນ.

ບັນດາກຸ່ມປົກປ້ອງສິດທິມະນຸດກ່າວວ່າ ມີປະຊາຊົນຖືກສັງຫານຢ່າງໜ້ອຍຫົກຄົນ ໃນ
ການບຸກເຂົ້າໄປກວດຄົ້ນປາບປາມຂອງຝ່າຍລັດຖະບານ ໃນເມືອງ Hom ທາງພາກກາງ
ຂອງປະເທດ ແລະອີກສອງຄົນໃນແຂວງ Idlib ພາກຕາເວັນຕົກສຽງເໜືອຂອງປະເທດ.

XS
SM
MD
LG