ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຊີເຣຍສືບຕໍ່ໂຈມຕີ ເມືອງທ່າ Latakia


Civilians and security forces gather at the scene of a car bomb attack in Baghdad, Iraq, March 29, 2013.
Civilians and security forces gather at the scene of a car bomb attack in Baghdad, Iraq, March 29, 2013.

ບັນດາ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ຊີ​ເຣຍ ໄດ້​ເປີດ​ສາກ​ທໍາ​ການ​ໂຈມ​ຕີ​ຄັ້ງ​ໃຫຍ່ ​ຢູ່​ໃນ​ເມືອງ​ທ່າ​ກໍາ​ປັ່ນ Latakia ​ໃນ​ວັນ​ອາທິດມື້​ນີ້ ​ໂດຍ​ມີ​ກໍາ​ປັ່ນ​ລົບ​ແລະ​ລົດ​ຖັງ​ ປະກອບສ່ວນ​ໃນ​ການ​ບຸກ​ໂຈມ​ຕີ​ດັ່ງກ່າວ.

ພວກ​ຊາວ​ເມືອງ​ກ່າວ​ວ່າ ຢ່າງ​ໜ້ອຍ​ປະຊາຊົນ 6 ຄົນ​ເສຍ​ຊີວິດ​ນັບ​ແຕ່​ພວກ​ລົດ​ຖັງ​ແລ່ນ​ເຂົ້າ​ໄປ​ໃນ​ເມືອງ​ດັ່ງກ່າວ​ໃນ​ວັນ​ເສົາ​ວານ​ນີ້ ນຶ່ງ​ມື້​ຫລັງ​ຈາກ​ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ຫລາຍ​ພັນ​ຄົນ​ໂຮມ​ຊຸມ​ກັນ​ຢູ່​ທີ່​ນັ້ນ.

ປະຊາຊົນ 2 ຄົນ​ເສຍ​ຊີວິດ​ໃນ​ວັນ​ເສົາ​ວານ​ນີ້ ​ແລະ​ອີກ​ຢ່າງ​ໜ້ອຍ 4 ຄົນ​ເສຍ​ຊີວິດ​ໃນ​ວັນ​ອາທິດ​ມື້​ນີ້.

ໄດ້​ມີການ​ບຸກ​ໂຈມ​ຕີ​ບັ້ນ​ນຶ່ງ​ອີກຕ່າງຫາກ​ໃນ​ວັນ​ເສົາ​ວານ​ນີ້​ ໃນ​ຂົງ​ເຂດ Qusair ​ໃກ້ໆ​ກັບ​ຊາຍ​ແດນ​ເລ​ບາ​ນອນ ບ່ອນ​ທີ່​ພວກ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ຢ່າງ​ໜ້ອຍ​ປະຊາຊົນ​ຄົນ​ນຶ່ງ​ເສຍ​ຊີວິດ​ຢູ່​ທີ່​ນັ້ນ.

ຄວາມ​ວຸ້ນວາຍ​ດັ່ງກ່າວ​ມີ​ຂຶ້ນ​ຫລັງ​ຈາກ​ມີ​ລາຍ​ງານ​ວ່າ ພວກ​ກໍາລັງ​ຮັກ ສາ​ຄວາມ​ປອດ​ໄພ​ໄດ້​ເຂັ່ນຂ້າ​ປະຊາຊົນ​ຕາຍ​ໄປ​ຢ່າງ​ໜ້ອຍ 19 ຄົນ​ໃນທົ່ວ​ປະ​ເທດ.

ພວກ​ນັກ​ເຄື່ອນ​ໄຫວ​ແລະ​ພວກ​ເຫັນ​ເຫດການ​ກ່າວ​ວ່າ ເຄາະ​ຮ້າຍ​ເຫລົ່າ​ນັ້ນ​ສ່ວນ​ຫລາຍ​ແມ່ນເສຍ​ຊີວິດ ​ຫລັງ​ຈາກ​ພວກ​ປະ​ທ້ວງ​ພາກັນ​ເດີນ​ຂະ​ບວນ​ໄປ​ຕາມ​ຖະໜົນ​ຫົນທາງ​ສາຍ​ຕ່າງໆ ​ແລະຮຽກຮ້ອງ​ອີກ​ໃໝ່​ໃຫ້​ປະທານາທິບໍດີ Bashar al-Assad ລາ​ອອກຈາກ​ຕໍາ​ແໜ່​ງ.

ໃນ​ຂະນະ​ດຽວ​ກັນ ລາຍ​ງານ​ສະບັບ​ນຶ່ງຢູ່​ໃນ​ວາລະສານ​ກອງທັບ​ອີສຣາ​ແອນກ່າວ​ວ່າ ອີສຣາ​ແອນ​ໄດ້​ຝັງ​ລະ​ເບີດ​ຝັງ​ດິນ​ໄວ້ອີກ​ຄັ້ງ​ໃໝ່ ຢູ່​ເລາະ​ຕາມ​ຊາຍ​ແດນຂອງ​ຕົນຕິດ​ກັບ​ຊີ​ເຣຍນັ້ນ ​ໃນ​ຄວາມ​ພະຍາຍາມ​ເພື່ອຂັດ ຂວາງ ພວກ​ປະ​ທ້ວງ​ບໍ່​ໃຫ້​ລຸ​ຫລັ່ງເຂົ້າ​ໄປ​ໃນ​ເຂດ​ພູ Golan Heights ນັ້ນ.

XS
SM
MD
LG