ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລັດຖະບານຊີເຣຍ ຍັງສືບຕໍ່ໂຈມຕີ ຢູ່ເມືອງ Aleppo ຢ່າງບໍ່ລົດລະ (ເບິ່ງສະໄລດ໌)


ເຮືອບິນເຮລິຄອບເຕີ ຂອງຝ່າຍລັດຖະບານທີ່ໃຊ້ໂຈມຝ່າຍກະບົດໃນເມືອງ Aleppo ຂອງຊີເຣຍ
ເຮືອບິນເຮລິຄອບເຕີ ຂອງຝ່າຍລັດຖະບານທີ່ໃຊ້ໂຈມຝ່າຍກະບົດໃນເມືອງ Aleppo ຂອງຊີເຣຍ

ບັນດາ​ນັກ​ເຄຶ່ອນ​ໄຫວ​ຝ່າຍ​ຄ້ານ​ຂອງ​ຊີ​ເຣຍກ່າວ​ວ່າ ກໍາລັງ​ທະຫານ​ຂອງ ຝ່າຍລັດຖະບານ​ສືບ​ຕໍ່​ຈູ່​ໂຈມ​ທາງ​ພື້ນ​ດິນ​ແລະ​ທາງ​ອາກາດ​ຢູ່​ໃນ​ເມືອງ Aleppo ຊຶ່ງ​ເປັນ​ເມືອງ​ໃຫຍ່​ທີ່​ສຸດ​ຂອງ​ຊີ​ເຣຍ ​ໃນ​ສິ່ງ​ທີ່​ສະຫະລັດ​ເວົ້າ​ວ່າ ​ຢ້ານກາຍ​ເປັນເຫດການ​ສັງຫານ​ໝູ່ນັ້ນ.

ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ​ຊີ​ເຣຍ ທີ່​ມີ​ສໍານັກງານ​ຢູ່​ອັງກິດ ​ເວົ້າ​ວ່າ ​ກໍາລັງທະຫານຂອງປະທານາ ທິບໍດີ Bashar al-Assad ​ໄດ້​ໃຊ້​ທັງ​ເຮືອບິນ​ເຮ​ລິ​ຄອບ​ເຕີຕິດ​ອາວຸດ​ນໍາ ຢູ່​ໃນຫຼາຍໆ​ຄຸ້ມ​ຂອງ​ເມືອງ Aleppo ​ເມື່ອ​ວັນ​ສຸກ​ມື້​ນີ້. ກຸ່ມ​ສິ້ງ​ຊອມ​ຊີ​ເຣຍຍັງ​ລາຍ​ງານ​ວ່າ ມີ​ການ​ປະ​ທະ​ກັນ ​ແລະ​ລະ​ເບີດ ຫຼາຍບັ້ນ​ໃນ​ເຂດ​ອື່ນໆ​ຂອງ​ເມືອງ Aleppon ​ແລະ​ມີ​ຄົນ​ເສຍ​ຊີວິດຫຼາຍຄົນ.

ນອກ​ນີ້​ແລ້ວ ກຸ່ມ​ສິ້ງ​ຊອມ​ດັ່ງກ່າວ​ຍັງ​ໄດ້​ລາຍ​ງານ​ການ​ໂຈມ​ຕີ​ຢ່າງ​ນອງ ​ເລືອດ​ບັ້ນ​ຕ່າງໆຂອງ​ລັດຖະບານ​ໃນ​ແຂວງ Dera ​ແລະ​ເວົ້າ​ວ່າ ການ​ປະ ທະ​ກັນ​ແມ່ນ​ເກີດ​ຂຶ້ນລະຫວ່າງ​ກໍ​າລັງຂອງ​ຝ່າຍ​ລັດຖະບານ ​ແລະ​ກໍາລັງ​ຝ່າຍ​ກະບົດ​ໃນ​ແຂວງ Idlib ​ແລະ​ເມືອງ Deir Ezzor.

​ເມື​ອງ Aleppo ຂ້ອນ​ຂ້າງ​ຢູ່​ໃນ​ຄວາມ​ສະຫງົບ​ມາ​ຕະຫຼອດ ຈົນ​ເຖິງ​ວັນ​ທີ່ 20 ​ເດືອນ​ກໍລະກົດ​ນີ້ ​ເວລາ​ຝ່າຍ​ກະບົດ​ໄດ້​ທໍາ​ການ​ບຸກ​ເພື່ອ​ຍຶດ​ເອົາ​ເມືອງ​ດັ່ງກ່າວ.

ທ່ານ​ນາງ Victoria Noland ​ໂຄສົກ​ຍິງ​ກະຊວງ​ຕ່າງ​ເທດ ສຫລ ກ່າວ​ເມື່ອ​ວັນ​ພະຫັດ​ວານ​ນີ້​ວ່າ ມີ​ຂະ​ບວນ ລົດ​ຖັງຫຼາຍຂະ​ບວນຢາຍ​ກັນ​ຢູ່​ເຂດ​ນອກ​ເມືອງ Aleppo ທີ່​ເຂົ້າ​ໃຈ​ວ່າ​ຈະ​ເລີ່​ມທໍາ​ການ​ໂຈມ​ຕີ ຊຶ່ງ​ທ່ານ​ນາງ​ໂນ​ລັນ​ກ່າວ​ອີກ​ວ່າ ປາກົດ​ວ່າ​ລັດຖະບານ ຊີ​ເຣຍກໍາລັງ​ຕຽມ​ກາ​ນ​ເພື່ອ​ສັງຫານ​ໝູ່.

ເບິ່ງສະໄລດ໌ຂອງຮູບກ່ຽວກັບເລື້ອງນີ້

XS
SM
MD
LG