ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊີເຣຍເວົ້າວ່າ ຈະໃຊ້ອາວຸດເຄມີ ຕ້ານການໂຈມຕີ ຂອງຕ່າງປະເທດ ເທົ່ານັ້ນ (ສະໄລດ໌ກັບວີດີໂອ)


ເບິ່ງສະໄລດ໌ຂອງຮູບກ່ຽວຂ້ອງກັບເລື້ອງນີ້

ຊີ​ເຣຍເວົ້າວ່າ ຕົນຈະໃຊ້ອາວຸດເຄມີ ຕ້ານການໂຈມຕີຂອງຕ່າງປະເທດ​ເທົ່າ​ນັ້ນ ແຕ່ຈະບໍ່
ໃຊ້ຕໍ່ປະຊາຊົນຂອງຕົນຈັກເທື່ອ.

ໂຄສົກກະຊວງການຕ່າງປະເທດຂອງຊີເຣຍ ທ່ານ Jihad Makdissi ກ່າວໃນວັນຈັນມື້ນີ້ ຢູ່ໃນກອງປະຊຸມຖະແຫລງຂ່າວວ່າ ​ເວລາ​ນີ້ ທະຫານ ກໍາລັງຍາມ​ຮັກສາສາງອາວຸດເຄມີ
ຂອງ​ປະ​ເທດ​ໄວ້ ຢ່າງປອດໄພ.

ກຸ່ມນັກເຄື່ອນໄຫວ​ດ້ານ​ສິດທິ​ມະນຸດ​ເວົ້າວ່າ ການຕໍ່ສູ້ກັນລະຫວ່າງຝ່າຍກະບົດກັບ​ທະ
ຫານ​ຂອງ​ຝ່າຍລັດຖະບານ ​ໄດ້​ດໍາ​ເນີນສືບຕໍ່ມາຈົນຮອດ​ວັນຈັນ​ມື້​ນີ້​ ຢູ່ໃນນະຄອນຫລວງ
Damascus ແລະໃນເມືອງ Aleppo ທາງພາກເໜືອ ຂອງປະເທດ.

ການປະທະກັນ​ໄດ້​ມີ​ຂຶ້ນ ໃນຂະນະທີ່ບັນດາລັດຖະມົນຕີການຕ່າງປະເທດຂອງສະຫ​ະ
ພາບຢູໂຣບ ຫລື ອີ​ຢູ ໄດ້ຮັບຮອງເອົາແຜນການ ທີ່ຈະກວດກາ ທຸກການຂົນສົ່ງທາງອາກາດ ແລະທາງທະເລທີ່ໜ້າສົງ​ໄສ ທີ່ມຸ້ງໜ້າໄປຍັງ ຊີ​ເຣຍ. ການກວດກາດັ່ງກ່າວຈະມີ​ຂຶ້ນ ຢູ່ແຕ່ ໃນເຂດນ່ານນໍ້າແລະແດນດິນ ຂອງສະຫະພາບຢູໂຣບເທົ່ານັ້ນ ແລະອິງໃສ່ຂໍ້ຫ້າມທີ່ໄດ້ຮັບ
ຮອງເອົາໃນ ເດືອນພຶດສະພາ 2011.

ໃນຂະນະດຽວກັນ ພວກຜູ້ນໍາຂອງ​ເຫລົ່າປະເທດອາຫຣັບ ໄດ້ໃຫ້ຄໍາໝັ້ນສັນຍາຕໍ່ປະທານາ
ທິບໍດີ Bashar al-Assad ວ່າ ຈະໃຫ້ທາງຜ່ານທີ່ປອດໄພແກ່ທ່ານ ຖ້າຫາກທ່ານຕົກລົງທີ່ຈະ ລົບໜີອອກຈາກປະເທດໄປ.

ລາຍງານຄວາມຮຸນແຮງໃນຊີເຣຍໄດ້ລາມເຂົ້າໄປຮອດເລບານອນ:

XS
SM
MD
LG