ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອັງກິດປະກາດເຕືອນ ໃຫ້ຊາວອັງກິດ ອອກໄປຈາກ ຊີເຣຍ ໃນທັນທີ


ຊາວອົພະຍົບຊີເຣຍ ກໍາລັງສວດມົນຢູ່ຄ້າຍອົພະຍົບໃນປະເທດເທີກີ ໄກ້ ຊາຍແດນຊີເຣຍ
ຊາວອົພະຍົບຊີເຣຍ ກໍາລັງສວດມົນຢູ່ຄ້າຍອົພະຍົບໃນປະເທດເທີກີ ໄກ້ ຊາຍແດນຊີເຣຍ

ກະຊວງການຕ່າງປະເທດຂອງອັງກິດ ກໍາລັງຮຽກຮ້ອງໃຫ້ຊາວອັງກິດທີ່ຢູ່ໃນຊີເຣຍຈົ່ງຮີບ ພາ ກັນໜີອອກຈາກຊີເຣຍໃນທັນທີ ເນຶ່ອງຈາກວິກິດການການເມືອງໃນຊີເຣຍກໍາລັງ ຊຸດໂຊມລົງໄປເລື້ອຍໆ

ໃນຄໍາເຕືອນກ່ຽວ​ກັບການເດີນທາງສະບັບນຶ່ງທີ່ອອກເມື່ອວັນເສົາວານນີ້ ພວກເຈົ້າໜ້າທີ່ ອັງກິດກ່າວວ່າ ມີ​ທາງ​ເປັນ​ໄປ​ໄດ້​ນ້ອຍ​ຫລາຍ ທີ່​ວ່າທາງ ສະຖານທູດອັງກິດໃນນະຄອນ ຫລວງ​ດາ​ມັສກັສຂອງຊີເຣຍ ຈະສາມາດຊ່ວຍເຫລືອໄດ້ ຖ້າຫາກວ່າສະຖານະການ ຊໍ້າຮ້າຍລົງໄປກວ່ານີ້.

ການຕຸກເຕືອນດັ່ງກ່າວ ມີຂື້ນໃນຂະນະທີ່ກອງທະຫານຂອງຊີເຣຍທີ່​ໄດ້​ຮັບ​ການເສີມກໍາລັງ ດ້ວຍລົດຖັງ ​ແລະຍິງປືນກົນໜັກ ​ໄດ້ບຸກເຂົ້າໄປໃນໝູ່ບ້ານແຫ່ງນຶ່ງ​ໃກ້ເຂດຊາຍແດນ ເທີກີເມື່ອວັນເສົາວານນີ້ ອັນເປັນພາກສ່ວນຂອງ ການຂະຫຍາຍ​ການກວາດລ້າງພວກ​ປະ​ທ້ວງຕໍ່ຕ້ານ​ລັຖະບານ ອອກໄປອີກ ຂອງລັດຖະບານ

ພວກນັກເຄຶ່ອນໄຫວດ້ານສິດທິ ແລະພວກເຫັນເຫດການກ່າວວ່າ ກໍາລັງ ທະຫານຂອງຝ່າຍ ລັດຖະບານພ້ອມດ້ວຍລົດຖັງ ແລະລົດຫຸ້ມເກາະບັນທຸກກໍາລັງພົນ ໄດ້ບຸກເຂົ້າໄປຍັງວເມືອງ Bdama ​ແລະ​ໄດ້ຈັບກຸມຢ່າງໜ້ອຍ 70 ຄົນ. ພວກເຫັນເຫດການກ່າວວ່າກໍາລັງທະຫານ ຂອງຝ່າຍລັດຖະບານ ໄດ້ຈູດເຮືອນ ຢ່າງ​ໜ້ອຍສອງຫລັງ.

ເມືອງ Bdama ຕັ້ງຢູ່ບໍ່ຫ່າງໄກຈາກເຂດຊາຍແດນຕິດກັບເທີກີ ນັກເຄຶ່ອນໄຫວດ້ານສິດທິ ຄົນນຶ່ງປະຈໍາອົງການສິ້ງຊອມສິດທິທະນຸດຂອງ ຊີເຣຍ ທີ່ຕັ້ງຢູ່ໃນອັງກິດກ່າວວ່າພວກຊາວ ເມືອງດັ່ງກ່າວ ໄດ້ຊ່ວຍເຫລືອ ພວກອົບພະຍົບໃນຂະນະທີ່ພວກເຂົາເຈົ້າຫລົບໜີອອກ ນອກປະເທດຂ້າມຊາຍແດນ ໄປສູ່ຄ້າຍຜ້າເຕັ້ນທີ່ພັກຊົ່ວຄາວໃນເທີກີ ຊຶ່ງໃນປັດຈຸບັນນີ້ ມີ ຊາວຊີເຣຍຈໍານວນຫລາຍກວ່າ 10,000 ຄົນອາໃສຢູ່.

ຂະນະ​ດຽວ​ກັນ ທາງເລບານອນກໍໄດ້ສົ່ງກໍາລັງທະຫານໄປຍັງເມືອງ Tripoli ທາງພາກເໜືອ ຂອງປະ​ເທດ​ໃນວັນເສົາວານນີ້ ຫລັງຈາກ​ການເກີດປະທະກັນຢ່າງຮຸນແຮງ ລຸນຫລັງການ ໂຮມຊຸມນຸມບັ້ນນຶ່ງ​ເພື່ອສະ​ແດງ​ການສະໜັບສະໜຸນ ຕໍ່ພວກຝ່າຍຄ້ານຂອງຊີເຣຍ.

XS
SM
MD
LG