ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງທັບຊີເຣຍ ຍັງສືບຕໍ່ ຍິງຖະລົ່ມ ເມືອງ Homs (ເບິ່ງວີດີໂອ)


A Buddhist monk helps a worker who is being beaten by riot police inside a Buddhist pagoda in Phnom Penh, Cambodia, Nov. 12, 2013.
A Buddhist monk helps a worker who is being beaten by riot police inside a Buddhist pagoda in Phnom Penh, Cambodia, Nov. 12, 2013.

ກໍາລັງ​ຂອງລັດຖະບານ​ຊີ​ເຣຍ ຍັງ​ສື​ບຕໍ່​ທໍາ​ການ​ໂຈມ​ຕີ​ບັນດາ​ຄຸ້ມ​ທີ່ຢູ່​ໃຕ້​ການ​ຄວບຄຸ​ມຂອງ​ຝ່າຍ​ຕໍ່ຕ້ານ ​ໃນ​ເມືອງ​ໂຮມ​ສ໌ທີ່​ເປັນ​ຈຸດ​ເດືອດ​ນັ້ນຢູ່​ຕໍ່​ມາ ເຖິງ​ແມ່ນ​ໄດ້​ມີການ​ຢຸດ​ຍິງ​ທີ່​ໄກ່​ເກ່ຍ​ໂດຍປະຊາ​ຄົມນາໆ​ຊາດ ມາ​ເປັນ​ເວລາເກືອບນຶ່ງ​ອາທິດ​ແລ້ວ ​ກໍ​ຕາມ.

ກຸ່ມ​ສັງ​ເກດ​ການ​ສິດທິ​ມະນຸດຊີ​ເຣຍ ທີ່​ຕັ້ງຢູ່​ປະ​ເທດ​ອັງກິດ ກ່າວ​ວ່າ ​ກອງ​ທະຫານ​ທີ່ຈົ່ງ​ຮັກ​ພັກດີ ຕໍ່​ປະທານາທິບໍດີ Bashir al-Assad ​ໄດ້​ລະດົມ​ຍິງ​ຢ່າງ​ໜັກອີກ​ ໃນ​ວັນ​ພຸດ​ມື້​ນີ້ ​ໃສ່​ຫລາຍໆ​ຄຸ້ມ​ໃນ​ເມືອງ​ໂຮມສ໌ ທາງ​ພາກ​ກາງຂອງ​ຊີ​ເຣຍ ທີ່ໄດ້​ຖືກ​ໂຈມ​ຕີ​ດ້ວຍປືນ​ໃຫຍ່​ ມາ​ເປັນ​ເວລາ​ຫລາຍ​ອາທິດ​ແລ້ວ.

ກຸ່ມ​ສັງ​ເກດ​ການດັ່ງກ່າວ​ ຊຶ່ງ​
ເປັນ​ກຸ່ມ​ຝ່າຍ​ຄ້ານ ​ທີ່​ເກັບ​ກໍາ
ລາຍງານກ່ຽວກັບ​ຜູ້​ບາດ​ເຈັບ​
ລົ້ມ​ຕາຍ ຈາກ​ພວກ​ນັກ​ເຄື່ອນ
ໄຫວ​ຢູ່​ພາຍ​ໃນ​ຊີ​ເຣຍ​ນັ້ນກ່າວ​
ວ່າ​ ຝ່າຍ​ກໍາລັງ​ທີ່​ສະໜັບ​ສະ
ໜຸນທ່ານ Assad ​ໄດ້​ສັງຫານ
ພົນລະ​ເຮືອນ​ຢ່າງ​ນ້ອຍ 9 ຄົນ
ໃນ​ວັນ​ອັງຄານ​ວານ​ນີ້ ​ແລະ
ພ້ອມ​ກັນ​ນັ້ນ ກໍ​ປາກົດ​ວ່າ
ການ​ລະດົມ​ຍິງ​ປືນ​ໃຫຍ່​ໂຈມ
ຕີ​ໄດ້​ຂະຫຍາຍ​ກວ້າງ​ອອກ​ໄປ
ຍັງ​ເຂດ​ອື່ນໆ​ອີກ.

ລັດຖະບານ​ຊີ​ເຣຍກ່າວ​ວ່າ ຕົນ​
ມີ​ສິດ​ທີ່​ຈະ​ໂຈມ​ຕີ​ ຜູ້​ທີ່​ຕົນ​ເອີ້ນວ່າ​ເປັນ ພວກ​ກໍ່​ການ​ຮ້າຍ​ນັ້ນ.

ການ​ໂຈມ​ຕີ​ໄດ້​ມີ​ຂຶ້ນ​ຂະນະ​ທີ່​ທີ​ມສັງ​ເກດ​ການຂອງ​ສະຫະ​ປະຊາ​ຊາດ ພະຍາຍາມ​ຈະ​ຕິດຕາມ​ເບິ່ງ​ສະພາບ​ການ​ຢຸດ​ຍິງ.

ພັນ​ເອກ Ahmed Himiche ຈາກ​ປະ​ເທດ​ມາ​ຣົກ ຊຶ່ງ​ເປັນ​ຫົວໜ້າ​ທີ​ມ ກອງ​ໜ້າ​ 6 ຄົນຂອງສະຫະ​ປະຊາ​ຊາດ ທີ່​ເດີນທາງ​ໄປ​ເຖິງ​ຊີ​ເຣຍ​ໃນ​ຕົ້ນ​ອາທິດ​ນີ້ ກ່າວ​ວ່າ ທີ​ມຂອງ​ທ່ານໄດ້​ເດີນທາງ​ອອກ​ໄປ​ສະໜາມ​ເທື່ອ​ທໍາ​ອິດໃນ​ວັນ​ອັງຄານ​ວານ​ນີ້ ທີ່​ເມືອງ Daraa ທາງ​ພາກ​ໃຕ້​ຂອງ​ຊີ​ເຣຍ ບ່ອນ​ທີ່​ກຸ່ມ​ສັງ​ເກດ​ການ​ສິດທິ​ມະນຸດ​ຊີ​ເຣຍລາຍ​ງານ​ວ່າ ​ໄດ້ມີ​ການ​ສູ້​ລົບ​ກັນ​ລະຫວ່າງ​ຝ່າຍ​ຕໍ່ຕ້ານ ກັບ​ທະຫານ​ຊີ​ເຣຍນັ້ນ.

XS
SM
MD
LG