ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກ​ກະບົດ​ຍຶດ​ໄດ້​ ສະຖານ​ທີ່​ປ້ອງ​ກັນ ​ທາງອາກາດ​ແຫ່ງ​ນຶ່ງ ຂອງຝ່າຍລັດຖະບານ


ພວກກະບົດຊີເຣຍ ສູ້ລົບກັບ ທະຫານລັດຖະບານ ຢ່າງບໍ່ລົດລະ.
ພວກກະບົດຊີເຣຍ ສູ້ລົບກັບ ທະຫານລັດຖະບານ ຢ່າງບໍ່ລົດລະ.
ບັນດາ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ພວກ​ກະບົດ​ຍຶດ​ໄດ້​ສະຖານ​ທີ່​ປ້ອງ​ກັນ​ທາງ ອາກາດ​ແຫ່ງ​ນຶ່ງ ​ແລະ​ໄດ້​ໂຈມ​ຕີ​ສະໜາມ​ບິນທະ​ຫານ​ແຫ່ງ​ນຶ່ງ​ໃນ​ພາກ​ຕາ​ເວັນ​ອອກ ຂອງ​ຊີ​ເຣຍ.

ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ​ຊີ​ເຣຍ ກ່າວ​ວ່າ ການ​ໂຈມ​ຕີ​ດັ່ງກ່າວ​ເກີດ​ຂຶ້ນທີ່​ເມືອງ al-Bukamal ​ໃນ​ແຂວງ Deir al-Zor ​ໃກ້​ເຂດ​ຊາຍ​ແດນ​ຕິດ​ກັບ ອີຣັກ ​ໃນ​ວັນ​ເສົາ​ວານ​ນີ້.

ກຸ່ມດັ່ງກ່າວ​ເວົ້າ​ອີກ​ວ່າ ພວກ​ກະບົດ​ໄດ້​ຈັບ​ທະຫານ​ອາກາດ​ 16 ຄົນ ​ໃນ​ການໂຈມ​ຕີ​ຄ້າຍ​ທະຫານ​ນັ້ນ.

ທ່ານ Rami Abdel Rahman ​ເຈົ້າໜ້າ​ທີ່​ຂອງ​ກຸ່ມ​ສິ້ງ​ຊອມ ​ໄດ້​ບອກ ອົງການ​ຂ່າວ​ຝຣັ່ງ ​ເຖິງ​ການ​ຍຶດ​ໄດ້​ຕຶກ​ບັນຊາ​ການ​ກອງທັບ​ອາກາດຂອງ ຝ່າຍ​ລັດຖະບານນັ້ນ ທີ່​ຖື​ວ່າ​ເປັນຜົນ​ສໍາ​ເລັດ​ທີ່​ສໍາຄັນ ສໍາລັບ​ຝ່າຍ​ກະບົດ ​ແລະ​ວ່າ ການ​ໂຈມ​ຕີສະໜາມ​ບິນທະ​ຫານ Hamdan ​ໄດ້ກໍ່​ໃຫ້​ເກີດການ​ປະ​ທະ​ກັນ​ຢ່າງ​ຮຸນ​ແຮງ ​ກັບ​ກໍາລັງ​ຂອງ​ຝ່າຍ​ລັດຖະບານ.

ພວກ​ນັກ​ລົບ​ຝ່າຍຕໍ່ຕ້ານ ​ໄດ້​ທໍາ​ການ​ສູ້​ລົບ ທີ່​ແນ​ເປົ້າໝາຍ​ໃສ່​ກໍາລັງ​ທັບ​ອາກາດ​ຂອງ​ຝ່າຍ​ລັດຖະບານ ມາ​ໄດ້​ໄລຍະ​ນຶ່ງ​ແລ້ວ.
XS
SM
MD
LG