ການປະຕິບັດງານສັງເກດການຂອງສັນນິບາດຊາດອາຫຣັບໃນຊີເຣຍຈະດໍາເນີນຕໍ່ໄປ
ເຖິງແມ່ນມີການຕໍາໜິຕິຕຽນກ່ຽວກັບປະສິດທະຜົນ ເພື່ອຜັກດັນໃຫ້ປະທານາທິບໍດີ
Bashar al-Assad ປະຕິບັດຕາມຄໍາໝັ້ນ ສັນຍາຂອງທ່ານເພື່ອຍຸຕິການກໍ່ຄວາມຮຸນ
ແຮງຕໍ່ພວກປະທ້ວງນັ້ນ.
ສັນນິບາດຊາດອາຫຣັບ ຈະພົບປະກັນຢູ່ອີຈິບໃນວັນອາທິດນີ້ ເພື່ອສັ່ງຊາຕີລາຄາຫລັກ
ຖານເບຶ້ອງຕົ້ນຕ່າງໆຢູ່ໃນຊີເຣຍແລະຈະຕັດສິນໃຈວ່າ ຈະດໍາເນີນການຕໍ່ໄປຫລືບໍ່. ຂອງ
ພວກນັກສັງເກດຊຸດທໍາອິດ 50 ຄົນ ທີ່ເດີນທາງໄປເຖິງຊີເຣຍເມື່ອວັນທີ່ 26 ເດືອນທັນວາ
ເພື່ອຕິດຕາມເບິ່ງ ການປະຕິບັດງານຂອງລັດຖະບານຊີເຣຍທີ່ວ່າຈະຍຸຕິການກວາດລ້າງ
ຢ່າງນອງເລືອດຕໍ່ພວກປະທ້ວງເມື່ອສິບເດືອນຜ່ານມາ.
ເມື່ອວັນພະຫັດວານນີ້ ນາຍົກລັດຖະມົນຕີປະເທດຄາຕ້າ ຍອມຮັບວ່າພວກນັກສັງເກດ
ການຂອງ ສັນນິບາດຊາດອາຫຣັບຢູ່ໃນຊີເຣຍໄດ້ປະຕິບັດງານຢ່າງຜິດພາດ ແລະວ່າ
ຕ້ອງການການຊ່ວຍເຫລືອຈາກອົງການສະຫະປະຊາຊາດເພື່ອປັບປຸງການຕິດຕາມແລະ
ສັງເກດການລັດຖະບານຂອງ ທ່ານ Assad .
ຫລັງຈາກໄດ້ພົບປະກັບທ່ານ ພັນ ຄີມູນ ເລຂາທິການອົງການສະຫະປະຊາຊາດທີ່ນີວ
ຢ໊ອກແລ້ວ ທ່ານ Sheikh Hamad ຍອມຮັບວ່າພວກ ສັງເກດການສັນນິບາດຊາດອາ
ຫຣັບນັ້ນ ແມ່ນດ້ອຍປະສົບການກວ່າທີມ ສັງເກດການອື່ນໆຂອງລະຫວ່າງຊາດ. ທ່ານ
Sheikh Hamad ເປັນປະທານຄະນະ ກໍາມະການສັນນິບາດຊາດອາຫຣັບກ່ຽວກັບ
ຊີເຣຍ.
ນອກນີ້ແລ້ວ ທ່ານ Burhan Ghalioun ຜູ້ນໍາພັກຝ່າຍຄ້ານໃຫຍ່ຂອງຊີເຣຍ ຍັງໄດ້
ຮຽກຮ້ອງຂໍຄວາມຊ່ວຍເຫລືອຈາກນານາຊາດຢູ່ໃນຊີເຣຍ. ທ່ານກ່າວໃນຕອນໃຫ້ສໍາ
ພາດກັບສື່ມວນຊົນອັງກິດເມື່ອວັນພະຫັດວານນີ້ ວ່າ ພວກປະເທດຕາເວັນຕົກຄວນ
ຈະຈັດຕັ້ງເຂດບໍ່ໃຫ້ບິນ ໃນນ່ານຟ້າ ເຂດຕ່າງໆຂອງປະເທດ. ທ່ານ ກາລີອູນ ໄດ້ກ່າວ
ຍໍ້າວ່າ ນີ້ອາດຈະມີ ຂອບເຂດທີ່ນ້ອຍກວ່າເຂດບໍ່ໃຫ້ບິນທີ່ນໍາໂດຍນາໂຕ້ໃນບີເລຍນັ້ນ.
ແຕ່ກໍ ກ່າວອີກວ່າມັນສາມາດຊ່ວຍສະໜັບສະໜຸນການປະຕິວັດໄດ້.
ຜູ້ນໍາສະພາແຫ່ງຊາດຊີເຣຍ ໄດ້ບອກອົງການຂ່າວບີບີຊີຂອງອັງກິດ ແລະ Telegraph
ວ່າສັນນິບາດຊາດອາຫຣັບຕ້ອງພິສູດໃຫ້ເຫັນວ່າຕົນກໍາລັງທ້າທາຍລັດຖະບານຂອງທ່ານ
ອາຊັດ ຢ່າງເອົາຈິງເອົາຈັງ.
ຄວາມພະຍາຍາມຂອງສັນນິບາດຊາດອາຫຣັບນີ້ ແມ່ນແນເປົ້າໝາຍເພື່ອຄໍ້າປະກັນໃຫ້
ປະທານາທິບໍດີ Bashar al-Assad ປະຕິບັດຕາມຄໍາໝັ້ນສັນຍາຂອງທ່ານ ເພື່ອຖອນ
ກໍາລັງຮັກສາຄວາມປອດໄພຈາກຫົວເມືອງຕ່າງໆ ປ່ອຍພວກນັກໂທດການເມືອງ ແລະ
ອະນຸຍາດໃຫ້ມີການເດີນຂະບວນປະທ້ວງຕໍ່ຕ້ານລັດຖະບານ.