ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກກະບົດ ຊີເຣຍ ມີແຜນ ຈະຍຶດ ສະໜາມບິນສາກົນ ໃນນະຄອນ Damascus (ສະໄລດ໌)


ທະຫານຂອງກຸ່ມ​ກະບົດ​ໃນຊີ​ເຣຍຜູ້ນຶ່ງ ຍິງປືນຈາກແຈທາງ ໃສ່ກໍາລັງຂອງຝ່າຍລັດຖະບານ ໃນກຸງ Damascus ໃນວັນທີ 7 ທັນວາ, 2012
ທະຫານຂອງກຸ່ມ​ກະບົດ​ໃນຊີ​ເຣຍຜູ້ນຶ່ງ ຍິງປືນຈາກແຈທາງ ໃສ່ກໍາລັງຂອງຝ່າຍລັດຖະບານ ໃນກຸງ Damascus ໃນວັນທີ 7 ທັນວາ, 2012
ພວກ​ກະບົດ​ໃນຊີ​ເຣຍກ່າວ​ວ່າ ຕົນມີແຜນທີ່ຈະເຂົ້າຍຶດເອົາ
ສະໜາມບິນ ສາກົນໃນ​ນະຄອນຫຼວງ Damascus ໂດຍປະ
ກາດວ່າ ​ເຂດດັ່ງກ່າວ ເປັນເປົ້າໝາຍທີ່ຖືກຕ້ອງຊອບ​ທຳໃນ ການຕໍ່ສູ້ເພື່ອໂຄ່ນລົ້ມປະທານາທິ ບໍດີ Basha al-Assad.

ຜູ້ບັນຊາການທະຫານຂອງຝ່າຍ​ກະບົດ ເວົ້າໃນວັນສຸກວານນີ້
ວ່າ ການໂຈມຕີສະໜາມບິນແມ່ນເປັນການກະທຳ​ທີ່​ສົມ​ເຫດ
​ສົມ​ຜົນເພາະວ່າມັນ ຖືກໃຊ້ເປັນເຂດຖານທັບຢູ່ໃນເວລານີ້.
ທ່ານກ່າວເຕືອນອີກວ່າ ພົນລະ ເຮືອນຄວນຫລີກລ້ຽງການເຂົ້າ
ໄປໃກ້ເຂດດັ່ງກ່າວ.

ຍັງບໍ່ມີໃຜຮູ້ເທື່ອວ່າ ການສູ້ລົບກັນ​ແມ່ນ​ຢູ່ໃກ້ກັບສະໜາມບິນ
ດັ່ງກ່າວ​ໜ້ອຍ ຫລາຍປານ ໃດກັນແທ້.

ການສູ້ລົບໄດ້ເພີ້ມທະວີຄວາມຮ້າຍແຮງຂຶ້ນໃນຊຸມອາທິດມໍ່ໆມານີ້ ຢູ່ໃນ​ເມືອງ​ຕ່າງໆ​ທີ່ຢູ່​ທາງ​ໃຕ້​ນະຄອນຫຼວງແລະຄຸ້ມ​ໃນ​ເຂດຊານ​ເມືອງ ຂອງ​ນະຄອນຫຼວງ Damascus ຂອງ ຊີເຣຍ.

​ໃນຕອນ​ເຊົ້າຂອງວັນສຸກວານນີ້, ບັນດາ​ນັກ​ເຄື່ອນ​ໄຫວ​ຊີ​ເຣຍກ່າວ​ວ່າ ທະຫານ​ໄດ້ຖິ້ມລະ ເບີດໃສ່ສອງ​ຄຸ້ມ​ໃນ​ເຂດຊານ​ເມືອງຂອງ​ນະຄອນຫຼວງ ແລະ​ສົ່ງ​ກໍາລັງ​ໄປສະໜັບສະ​ໜຸນ ​ໃນການດໍາເນີນ​ຄວາມ​ພະຍາ ຍາມ​ເພື່ອຈະ​ເຂົ້າຢຶດ​ເອົາເຂດ​ແດນ​ທີ່​ພວກ​ກະບົດ​ຄວບ​ຄຸມ​ຢູ່​ນັ້ນຄືນມາ.

ທາງດ້ານກຸ່ມ​ສີ້​ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍ ກໍໄດ້ກ່າ​ວ​ວ່າ ທະຫານ​ໄດ້​ຍິງ​ລູກ​ຈະ​ຫລວດ​ໄປ​ໃສ່ທີ່​ໝັ້ນ​ຂອງ​ພວກ​ກະບົດໃນ​ຄຸ້ມ Daraya ​ແລະຄຸ້ມ Moadamiah ຊຶ່ງ​ເປັນ​ເຂດ​ຊາ​ນ ​ເມືອງທີ່​ຕັ້ງຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ນະຄອນຫລວງ. ກຸ່ມສິ້ງຊອມ​ສິດທິ​ມະ ນຸດດັ່ງກ່າວ ເວົ້າ​ຕື່ມວ່າ ຕົນ​ມີ​ຄວາມ​ຢ້ານ​ກົວ​ວ່າ ກອງ​ທະ​ຫານ​ທີ່ໂຮມ​ຊຸມນຸມ​ກັນໃນ​ເຂດ​ຊານ​ເມືອງ​ນັ້ນ ອາດຈະຕຽ​ມ​ເພື່ອ​ເປີດ​ສາກໂຈ​ມຕີ​ທາງ​ພາກ​ພື້ນ​ດິນ ກໍ​ເປັນໄດ້.

ໃນ​ວັນສຸກ​ວານນີ້ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກ່າວວ່າ ບັນດາເຈົ້າໜ້າທີ່ອາເມຣິກັນແລະຣັດເຊຍຈະພົບປະເຈລະຈາກັນໃນບໍ່ເທົ່າໃດມື້ ຕໍ່ໜ້ານີ້ ເພື່ອຊອກຫາຊ່ອງທາງດຳ​ເນີນ​ງານ​ຮ່ວມ​ກັນ ຫາ ທາງຢຸດຕິຮຸນແຮງໃນຊີເຣຍ.
ທ່ານນາງ Clinton ກ່າວວ່າ ຍັງ “ບໍ່ມີຄວາມກ້າວໜ້າທີ່​ສຳຄັນ” ຢູ່ໃນການພົບປະເຈລະ ຈາກັນກັບລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານ Sergei Lavrov ພ້ອມກັບ ທ່ານ Lakhdar Brahimi ທູດ​ສັນຕິພາບ​ພິ​ເສດ​ຂອງອົງ ການ​ສະຫະ​ປະຊາ​ຊາດ ​ເມື່ອ​ວັນ​ພະຫັດ​ຜ່ານມານັ້ນ ຢູ່ໃນປະເທດໄອແລນ. ແຕ່ທ່ານນາງ ກໍໄດ້ເຫັນດີໃຫ້ຈັດຕັ້ງທີມງານ ໃນຂັ້ນຕໍ່າກວ່າ ເພື່ອທໍາງານຮ່ວມ ກັບທ່ານ Brahimi ​ໃນ​ການຫາທາງຍຸຕິການກໍ່ຄວາມ ຮຸນແຮງ​ໃຫ້ສິ້ນສຸດລົງ.

ຣັດເຊຍແລະສະຫະລັດ ໄດ້ຄັດຄ້ານກັນມາ​ຕະຫຼອດ ກ່ຽວ​ກັບ​ບັນຫາ ຂັດແຍ້ງ​ໃນ​ຊີ​ເຣຍ ທີ່ ແກ່ຍາວມາໄດ້ຫລາຍກວ່າ 1 ປີນີ້.

ເບິ່ງສະໄລດ໌ພາບການສູ້ລົບກັນໃນຊີເຣຍ ຮອດວັນທີ 7 ທັນວາ:
XS
SM
MD
LG