ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວ​ສະ​ວິດ​ເຊີ​ແລນ​ ພາກັນ​ໄປ ລົງປະຊາມະຕິ ກ່ຽວກັບ ການປະຕິຮູບ ນະໂຍບາຍ ຄົນເຂົ້າເມືອງ


ຜູ້ຊາຍຄົນນຶ່ງຖື ປ້າຍຄຳຂວັນ ທີ່ຂຽນເປັນພາສາຝຣັ່ງວ່າ "ຮ່ວມກັນຕໍ່ຕ້ານ ການກີດກັ້ນ ແລະ ຄວາມຍ້ານກົວຊາວ ຕ່າງຊາດ. ຊາວສະວິສ ຊາວອົບພະຍົບ ພວກເຮົາຈົ່ງເຕົ້າ ໂຮມເຂົ້າກັນ!" ໃນລະຫວ່າງ ການເດີນຂະບວນປະທ້ວງ ໃນນະຄອນ Bern ເພື່ອຕໍ່ຕ້ານ ການລິເລີ້ມທີ່ຢາກ ດັດແປງ ນະໂຍບາຍຄົນເຂົ້າເມືອງ ແລະ ສົ່ງເສີມ ການຄວບຄຸມ ການເກີດລູກ ໃນບັນດາປະເທດ ທີ່ກຳລັງພັດທະນາ, ວັນທີ 1 ພະຈິກ 2014.
ຜູ້ຊາຍຄົນນຶ່ງຖື ປ້າຍຄຳຂວັນ ທີ່ຂຽນເປັນພາສາຝຣັ່ງວ່າ "ຮ່ວມກັນຕໍ່ຕ້ານ ການກີດກັ້ນ ແລະ ຄວາມຍ້ານກົວຊາວ ຕ່າງຊາດ. ຊາວສະວິສ ຊາວອົບພະຍົບ ພວກເຮົາຈົ່ງເຕົ້າ ໂຮມເຂົ້າກັນ!" ໃນລະຫວ່າງ ການເດີນຂະບວນປະທ້ວງ ໃນນະຄອນ Bern ເພື່ອຕໍ່ຕ້ານ ການລິເລີ້ມທີ່ຢາກ ດັດແປງ ນະໂຍບາຍຄົນເຂົ້າເມືອງ ແລະ ສົ່ງເສີມ ການຄວບຄຸມ ການເກີດລູກ ໃນບັນດາປະເທດ ທີ່ກຳລັງພັດທະນາ, ວັນທີ 1 ພະຈິກ 2014.

ຊາວ​ສະ​ວິດ​ເຊີ​ແລນ​ ພາກັນ​ໄປປ່ອນ​ບັດ​ອອກສຽງ ​ໃນ​ວັນ​ອາທິດ
​ມື້​ນີ້ ​ເພື່ອ​ຕັດສິນ​ວ່າ ຈະວາງຂອບ​ເຂດທີ່​ຮຸນ​ແຮງ ຕໍ່​ການ​ຮັບ​ເອົາ​
ຄົນ​ເຂົ້າ​ເມືອງ ຫຼືບໍ່ ຊຶ່ງເປັນການລົງ​ປະຊາ​ມະຕິ​ ທີ່ພວກ​ຄັດ​ຄ້ານ ​
ຕີ​ລາຄາ​ວ່າ ​ເປັນຄວາມ​ຍ້ານກົວ​ຊາວ​ຕ່າງ​ຊາດ ​ແລະ ​ເປັນຄວາມ
​ຫາ​ຍະ​ນະ ສຳ​ຫລັບ​ເສດຖະກິດ.

ຂໍ້​ສະ​ເໜີ​ໃຫ້​ລົງປະຊາ​ມະຕິ​ດັ່ງກ່າວ ທີ່​ເອີ້ນ​ວ່າ “Ecopop” ນັ້ນ
ຈະ​ຈຳກັດການຂະຫຍາຍໂຕ ​ຂອງ​ຄົນ​ເຂົ້າ​ເມືອງ​ ໃຫ້ຢູ່​ໃນ​ອັດຕາ
0.2 ​ເປີ​ເຊັນຂອງຈຳນວນ​ປະຊາ​ກອນ ຫຼື​ໃຫ້ເພີ້​ມຂຶ້ນ 16,000 ຄົນ
​ຕໍ່​ປີ ​ແທນ​ອັດ​ຕາ​ໃນ​ປັດຈຸບັນ ຄື 80,000 ຄົນ​ຕໍ່​ປີນັ້ນ. ຂໍ້​ສະ​ເໜີ​ດັ່ງ
ກ່າວ ຍັງ​ຮຽກຮ້ອງ​ໃຫ້ ສະ​ວິດ​ເຊີ​ແລນ​ນຳ​ໃຊ້ 10 ​ເປີ​ເຊັນຂອງງົບ
ປະມານຊ່ອຍ​ເຫຼືອ ໃນການ​ພັດທະນາຕ່າງປະ​ເທດ​ນັ້ນ ​ເຂົ້າໃນໂຄງການ​ວາງ​ແຜນ​ຄອບຄົວ ຢູ່​ຕ່າງປະ​ເທດ ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວ​ທີ່ ບັນ​ດານັກວິ​ຈານ ກ່າວ​ວ່າ ​ເປັນ​ “ລັດທິ​ຫົວ​ເມືອງ​ຂຶ້ນ​ແບບ​ໃໝ່.”

ບັນ​ດາ​ຜູ້​ສະໜັບສະໜຸນຂໍ້​ລິ​ເລີ້ມ Ecopop ກ່າວ​ວ່າ ການຫ​ລັ່ງ​ໄຫລ​ເຂົ້າມາຂອງ​ຊາວ​
ຕ່າງ​ຊາດ ​ແມ່ນ​ກຳລັງເພີ້​ມຈຳນວນປະຊາກອນ​ໃນ ປະ​ເທດທີ່​ຕັ້ງ​ຢູ່​ໃນ​ເຂດ​ພູ​ເຂົາ Alpine
​ແຫ່ງ​ນັ້ນ ຂຶ້ນ​ຢ່າງ​ຫລວງຫລາຍ ​ແລະ​ ເຮັດ​ໃຫ້​ດິນ​ແດນ​ອັນ​ເຕັມ​ໄປ​ດ້ວຍ​ປ່າ​ດົງຂຽວ ທີ່​
ກວ້າງໃຫຍ່ ​ແລະ ​ສວຍ​ງາມນັ້ນ ຄັບ​ແຄບ​ລົງ.

ການ​ຢັ່ງ​ຫາງສຽງປະຊາຊົນ ຊີ້​ແນະ​ວ່າ ຂໍ້​ລິ​ເລີ້ມ Ecopop ຈະບໍ່​ຜ່ານ ການ​ລົງ​ປະຊາ​ມະຕິ
ພ້ອມ​ກັນ​ກັບຂໍ້​ສະ​ເໜີ​ອີກ 2 ຂໍ້.

ຂໍ້ສະ​ເໜີ​ສະບັບ​ນຶ່ງ ຮຽກຮ້ອງ​ໃຫ້ ທະນາຄານ​ກາງ​ສະ​ວິດ​ເຊີ​ແລນ​ເພີ້​ມຈຳນວນ​ຄຳ​ສຳລອງ​
ຂຶ້ນອີກ ​ໃນ​ຂະນະ​ທີ່ອີກ​ສະ​ເໜີນຶ່ງ ຈະ​ຍົກ​ເລີກ ການຍົກ​ເວ້ນ​ພາສີ​ອັນ​ໃຫຍ່ທີ່​ສຸດ ​ໃຫ້​ແກ່​
ບັນ​ດາ​ຄົນ​ຕ່າງ​ປະ​ເທດທີ່ຮັ່ງມີ ຊຶ່ງຈະ​ເຮັດ​ໃຫ້​ຊື່​ສຽງ​ຂອງສະ​ວິດ​ເຊີ​ແລນ​ເສຍ​ຫາຍ ​ໃນ​ຖານະ​ ທີ່ເປັນປະ​ເທດບ່ອນ​ຫລົບໜີ​ພາສີນັ້ນ.

XS
SM
MD
LG