ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະວິດເຊີແລນ ນໍາພາ ການສະເໜີ ຊີເຣຍ ຕໍ່ສານອາຍານາໆຊາດ (ວີດິໂອກ່ຽວຂ້ອງ)


ຜູ້ຊາຍຊີເຣຍຄົນນຶ່ງ ເສົ້າສະຫລົດໃຈ ທີ່ຍາດຕິພີ່ນ້ອງຂອງລາວ ເສຍຊີວິດ ຍ້ອນຈະຫລວດ ທີ່ຍິງມາຈາກເຮືອບິນຂອງກອງທັບຊີເຣຍ.
ຜູ້ຊາຍຊີເຣຍຄົນນຶ່ງ ເສົ້າສະຫລົດໃຈ ທີ່ຍາດຕິພີ່ນ້ອງຂອງລາວ ເສຍຊີວິດ ຍ້ອນຈະຫລວດ ທີ່ຍິງມາຈາກເຮືອບິນຂອງກອງທັບຊີເຣຍ.
ຫລາຍ​ກວ່າ 50 ປະ​ເທດ ທີ່ນໍາພາ​ໂດຍ ສະ​ວິດ​ເຊີ​ແລນ ຈະຂໍ
ຮ້ອງໃຫ້ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ ​ໃນ​ວັນ​ຈັນ​ມື້​ນີ້
​ໃຫ້​ສະ​ເໜີຊີ​ເຣຍ ຕໍ່​ສານ​ອາຍາ​ນາໆ​ຊາດ ຊຶ່ງ​ເປັນ​ການ​ເຄື່ອນ​
ໄຫວ ທີ່​ແປງ​ທາງ​ໄປ​ສູ່ການ​ດໍາ​ເນີນ​ຄະດີ​ອາຊະຍາ​ກໍາ​ສົງຄາມ.

​ຈົດໝາຍ​ທີ່​ອົງການ​ຂ່າວ Associated Press ຫລື AP ​ໄດ້
ຮັບ​ມາ ອ້າງ​ເຖິງ​ຜົນ​ການ​ສືບສວນ​ຂອງຄະນະ​ກໍາມະການນຶ່ງ​
ຂອງສະຫະ​ປະຊາ​ຊາດ ທີ່​ບັນທຸກ​ກ່ຽວ​ກັບການ​ທາ​ລຸນ ການ​
ກະທໍາຄວາມ​ຮຸນ​ແຮງ​ທາງ​ເພດ ​ແລະ​ການ​ປະຫານຊີວິດ​ແບບ​
ລວບ​ລັດ​ຕັດ​ຄວາມ ທີ່ໄດ້ເກີດ​ຂື້ນ​ຢູ່​ໃນຊີ​ເຣຍ ນັບແຕ່​ເລີ້ມ​ມີ​
ການ​ລຸກ​ຮື​ຂື້ນ​ໃນ​ເດືອນ​ມີນາ ປີ 2011.

​ໃນ​ຂະນະ​ທີ່​ຄວາມ​ຮຸນ​ແຮງ​ຍັງ​ສືບ​ຕໍ່​ຢູ່​ນັ້ນ ​ບັນດາກຸ່ມມະນຸດສະ​ທໍາກໍ ພາກັນຮຽກຮ້ອງ​ປະຊາ​ຄົມນາໆ​ຊາດ ໃຫ້ເພີ້​ມການ​ຊ່ວຍ​ໃຫ້ເຫລືອແກ່ ພວກອົບ​ພະ​ຍົບ ທີ່​ຖືກ​ຂັບ​ໄລ່​ຈາກ​ບ້ານ​ເຮືອນຂອງ​ເຂົາ​ເຈົ້າ ​ຍ້ອນວິ​ກິ​ດການ​ດັ່ງກ່າວ.

ອົງການ International Rescue Committee ​ໄດ້​ອອກ​ລາຍງານໃໝ່​ໃນ​ວັນ​ຈັນນີ້
ເຕືອນ​ວ່າ ​ຂົງ​ເຂດ​ດັ່ງກ່າວກໍາລັງ​ປະ​ເຊີນ​ໜ້າ​ກັບ “ຄວາມ​ຫາ​ຍະ​ນະ​ທາງ​ດ້ານມະນຸດສະ​ທໍາ ​ໃນ​ລະດັບອັນ​ມະຫາສານ.” ​ລາຍ​ງານ​ເວົ້າ​ເຖິງ​ການ​ທ້າ​ທາຍ​ຕ່າງໆທີ່ປະ​ເຊີນ​ໜ້າ​ພວກ
ອົບ​ພະຍົບ ​ໃນ​ການ​ໄດ້​ຮັບການ​ຮັກສາ​ພະ​ຍາ​ບານ ພ້ອມ​ທັງ​ອັນ​ທີ່​ເອີ້ນ​ວ່າ “ລະດັບ​ທີ່​ຮ້າຍ​ແຮງ​ກ່ຽວ​ກັບຄວາມຮຸນ​ແຮງທາງ​ເພດ ທີ່​ຫລາຍໆ​ຄອບຄົວບອກ ວ່າ​ ເປັນ​ເຫດຜົນ​ທີ່​ເຂົາ​ເຈົ້າ​ພາກັນຫລົບໜີ​ຈາກ ຊີ​ເຣຍ.

ກຸ່ມ​ດັ່ງກ່າວຮຽກຮ້ອງ​ໃຫ້ບັນດາ​ປະ​ເທດ​ທີ່​ບໍລິ​ຈາກ​ເງິນ​ຊ່ວຍ​ເຫລືອ ຈົ່ງ​ສະໜອງ​ຕອບ
ຄວາມ​ຮ້ອງຂໍຂອງສະຫະ​ປະຊາ​ຊາດ ​ໃນ​ມູນ​ຄ່າ 1.500 ​ລ້ານ​ໂດ​ລ່າ ພ້ອມ​ທັງ​ຊັບພະ​ຍາກ​ອນອື່ນໆ ​ເພື່ອ​ຊ່ວຍ​ເຫລືອບັນດາ​ປະ​ເທດ​ເພື່ອນ​ບ້ານ ທີ່​ໃຫ້​ບ່ອນຢູ່​ພັກ​ເຊົາ​ແກ່ ​ອົບ​ພະ​ຍົບ
ຊີ​ເຣຍ ຫລາຍ​ໆ ພັນ​ຄົນນັ້ນ. ອົງການ IRC ​ເຕືອນ​ອີກ​ວ່າ ​ເຖິງ​ແມ່ນ​ວ່າການຂັດ​ແຍ້​ງ ​ສີ້​ນ
ສຸດ​ລົງ​ໃນຊີ​ເຣຍ ຜົນ​ສະທ້ອນ​ຈາ​ກການ​ສູ້​ລົບ ກໍຍັງ​ຈະເຮັດ​ໃຫ້​ມີ ຄວາມ​ຕ້ອງການການ​ຊ່ວຍ​ເຫລືອລະຍະ​ຍາວ​ສໍາລັບ​ພວກ​ອົບ​ພະ​ຍົບຢູ່.

ຄວາມ​ຮຸນ​ແຮງ​ຍັງ​ດໍາ​ເນີນ​ຢູ່​ຕໍ່​ມາ​ໃນ​ວັນ​ຈັນມື້​ນີ້ ​ໂດຍ​ເຮືອບິນ​ລົບຂອງ​ຊີ​ເຣຍຍັງ​ສືບ​ຕໍ່​ຖີ້ມ
ລະ​ເບີດ​ ​ໃສ່​ເຂດຊານ​ເມືອງຫລວງ Damacus. ບັນດາ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ການ​ໂຈ​ມຕີ​ທາງ​ອາກາດ ​ໃສ່​ເມືອງ ​ Moadamiyeh ທີ່ພວກ​ກະບົດຍຶດ​ຄອງ ຢູ່​ກໍ້າ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ເມືອງ​ຫລວງ ​ໄດ້​ສັງຫານ​ຢ່າງໜ້ອຍ 13 ຄົນ ຮ່ວມ​ທັງ​ພວກ​ຜູ່​ຍິງ ​ແລະ​ເດັກນ້ອຍ.

ວີດິໂອກ່ຽວຂ້ອງກັບສົງຄາມກາງເມືອງທີ່ຊີເຣຍ:

ກ່ຽວຂ້ອງກັນ

XS
SM
MD
LG