ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທຣຳ ກ່າວພາດພິງ ການໂຈມຕີ ໃນ ສະວີເດັນ ທີ່ເຮັດໃຫ້ພວກຜູ້ຄົນ ງົງກັນໄປທົ່ວ


ປະທານາທິບໍດີ ທຣຳ ກຳລັງປຸກລະດົມ ພວກສະໜັບສະໜູນ ດ້ວຍການຍົກກຳປັ້ນ ຂຶ້ນ ເມື່ອຕອນທ້າຍຂອງການໂຮມຊຸມ
ນຸມ, ວັນທີ 18 ກຸມພາ 2017, ໃນເມືອງ Melbourne ລັດ Florida.
ປະທານາທິບໍດີ ທຣຳ ກຳລັງປຸກລະດົມ ພວກສະໜັບສະໜູນ ດ້ວຍການຍົກກຳປັ້ນ ຂຶ້ນ ເມື່ອຕອນທ້າຍຂອງການໂຮມຊຸມ ນຸມ, ວັນທີ 18 ກຸມພາ 2017, ໃນເມືອງ Melbourne ລັດ Florida.

ມີການໂຈມຕີ ຂອງພວກກໍ່ການຮ້າຍ ຢູ່ໃນປະເທດ ສະວີເດັນ ເມື່ອວັນສຸກຜ່ານມາບໍ່?
ບໍ່ມີ ແຕ່ປາກົດວ່າ ປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ໄດ້ສະເໜີແນະ ວ່າ ມີແທ້
ທີ່ເຮັດໃຫ້ ຊາວສະວີເດັນ ພາກັນງົງກັນໄປ ໂດຍອັນທີ່ຜູ້ນຳ ຂອງອາເມຣິກາຄົນໃໝ່ ອາດພຽງພາດພິງເຖິິງເທົ່ານັ້ນ ໃນຄຳເຫັນຂອງທ່ານ ໃນທັນທີທັນໃດນັ້ນ.

ຢູ່ທີ່ການໂຮມຊຸມນຸມໂຄສະນາ ໃນວັນເສົາຜ່ານມາ ໃນລັດ Florida ທ່ານທຣຳ ໄດ້
ພາດພິງເຖິງ ການໂຈມຕີກໍ່ການຮ້າຍຕ່າງໆ ທີ່ຜ່ານມາ ໃນຢູໂຣບ ທີ່ໄດ້ເຊື່ອມໂຍງ
ຕໍ່ການເປີດຊາຍແດນຮັບເອົາຄົນເຂົ້າເມືອງ ໂດຍກ່າວວ່າ “ທ່ານເບິ່ງ ອັນທີ່ເກີດຂຶ້ນ
ໃນເຢຍຣະມັນ. ທ່ານເບິ່ງ ອັນທີ່ເກີດຂຶ້ນ ເມື່ອຕອນແລງຜ່ານມາ ໃນສະວີເດັນ.
ສະວີເດັນ. ໃຜຈະເຊື່ອໄດ້ວ່າ ຢູ່ສະວີເດັນກໍຍັງມີ.”

ແຕ່ວ່າ ບໍ່ໄດ້ມີເລື່ອງໂດ່ງດັງຫຍັງເລີຍ ທີ່ກ່ຽວຂ້ອງກັບເຫດການກໍ່ການຮ້າຍໃດໆ
ໃນຂົງເຂດປະເທດສະແກນດີເນເວຍ ໃນຕອນແລງວັນສຸກຜ່ານມາ.

ທ່ານທຣຳ ບໍ່ໄດ້ກ່າວໃຫ້ລາຍລະອຽດ ກ່ຽວກັບຄຳເຫັນດັ່ງກ່າວ ຈົນຮອດແລງວັນ
ອາທິດວານນີ້ ເວລາທ່ານຂຽນລົງທາງ Twitter ທີ່ເພິ່ນອ້າງໃສ່ການອອກອາກາດ
ທາງໂທລະພາບ ຂອງ FOX News ກ່ຽວກັບຄົນເຂົ້າເມືອງ ແລະປະເທດສະວີເດັນ

ໃນເວລາດຽວກັນ ຊາວສະວີເດັນ ບາງຄົນກໍພາກັນຫົວຂວັນ ທ່ານທຣຳ ກ່ຽວກັບ
ປະຫວັດການໃຊ້ ສື່ສັງຄົມ ເຊັ່ນ ທາງ Twitter ຂອງທ່ານ ໃນຂໍ້ຄວາມທີ່ວ່າ
“#LastNightinSweden”.

ອະດີດລັດຖະມົນຕີ ການຕ່າງປະເທດຂອງສະວີເດັນ ທ່ານ Carl Bildt ໄດ້ຂຽນລົງ
ທາງ Twitter ໂດຍກ່າວວ່າ “ສະວີເດັນບໍ່? ການໂຈມຕີກໍ່ການຮ້າຍບໍ່? ເພິ່ນໄດ້
ສູບຢາຫຍັງເຂົ້າໄປ? ຄຳຖາມທັງຫຼາຍກໍຍັງມີຢູ່.”
ຊາວສະວີເດັນບາງສ່ວນເວົ້າ
ຍອກລໍ້ວ່າ ທ່ານທຣຳ ອາດອ້າງອີງເຖິງເລື່ອງ ການລັກເອົາລູກຊີ້ນຈຳນວນຫລວງຫຼາຍ
ການເຕືອນໄພຂອງຫິມະເຈື່ອນ ຫຼື ຕຳຫຼວດກຳລັງໄລ່ຈັບ ຄົນຂັບລົດ ໃນລະຫວ່າງ
ມຶນເມົາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG