ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເຮືອບິນປາກິສຖານ ລົງຈອດສຸກເສີນ ຢູ່ສະວີເດັນ


ຕຳຫຼວດຕໍ່ຕ້ານກໍ່ການຮ້າຍ 2 ຄົນ ຈັບໂຕຜູ້ໂດຍສານຄົນນຶ່ງ ຂະນະທີ່ ຍົກຍ້າຍຜູ້ໂດຍສານ ອອກຈາກເຮືອບິນ 777 ຂອງສາຍການບິນປາກິສຖານ ທີ່ສະໜາມບິນນາໆຊາດສະຕອັກໂຮມ (25 ກັນຍາ 2010)
ຕຳຫຼວດຕໍ່ຕ້ານກໍ່ການຮ້າຍ 2 ຄົນ ຈັບໂຕຜູ້ໂດຍສານຄົນນຶ່ງ ຂະນະທີ່ ຍົກຍ້າຍຜູ້ໂດຍສານ ອອກຈາກເຮືອບິນ 777 ຂອງສາຍການບິນປາກິສຖານ ທີ່ສະໜາມບິນນາໆຊາດສະຕອັກໂຮມ (25 ກັນຍາ 2010)

ຕຳຫຼວດສະວີເດັນ ໄດ້ສັ່ງໃຫ້ຍົກຍ້າຍຜູ້ຄົນ ອອກຈາກເຮືອ ບິນລຳນຶ່ງ ແລະກໍໄດ້ຄວບຄຸມໂຕຜູ້ໂດຍສານຄົນນຶ່ງໄວ້ໃນ ວັນເສົາມື້ນີ້ ຫຼັງຈາກເຮືອບິນອາຍພົ່ນໂດຍສານ ທີ່ບັນທຸກ 273 ຄົນ ທີ່ເດີນທາງແຕ່ການາດາໄປປາກິສຖານໄດ້ປ່ຽນ ທິດທາງ ໄປລົງທີ່ນະຄອນສະຕອັກໂຮມ ຍ້ອນມີການຂົ່ມ ຂູ່ວ່າ ມີລະເບີດຢູ່ເທິງເຮືອບິນ.

ຕຳຫຼວດເວົ້າວ່າ ຜູ້ໂດຍສານທີ່ປາກົດວ່າເປັນຄົນປາກິສຖານ ໂດຍກຳເນີດ ແຕ່ຖືສັນຊາດການາ ໄດ້ຖືກຄວບຄຸມໂຕໄວ້ ຂະນະທີ່ຜູ້ກ່ຽວຖືກຍົກຍ້າຍ ອອກຈາກເຮືອບິນໂບອິ້ງ 777 ຂອງປາກິສຖານ ພ້ອມໆກັບຜູ້ໂດຍສານ ຄົນອື່ນໆ.

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ຜູ້ຊາຍຄົນນີ້ມີດິນລະເບີດຢູ່ໃນຄວາມຄອບຄອງຫຼືບໍ່ ແຕ່ການ ຄົ້ນເຮືອບິນປາກົດວ່າ ບໍ່ໄດ້ພົບເຫັນ ສິ່ງທີ່ຕ້ອງສົງໄສໃດໆ.

ໂຄສົກຍິງຄົນນຶ່ງຂອງຕຳຫຼວດ ທີ່ນະຄອນສະຕອັກໂຮມກ່າວວ່າ ເຮືອບິນລຳນີ້ ໄດ້ປ່ຽນທິດ ທາງ ຫຼັງຈາກຕຳຫຼວດການາດາ ໄດ້ຮັບຂ່າວວ່າຜູ້ໂດຍສານຄົນນຶ່ງມີດິນລະເບີດຢູ່ໃນຄວາມ ຄອບຄອງ ໃນຖ້ຽວບິນແຕ່ນະຄອນໂຕຣອນໂຕ ໄປຍັງນະຄອນກາຣາຈີ.


XS
SM
MD
LG