ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ຊອກຫາ 8 ຄົນ ທີ່ສົງໄສ ພົວພັນ ກັບເຫດການ ຢູ່ ຈະຕຸລັດ Tiananmen (ວີດີໂອ/ສະໄລດ໌)


ຕຳຫຼວດກຳລັງ​ຊອກ​ຫາ​ໂຕ​ພວກ​ຜູ້​ຕ້ອງ​ຫາ 8 ຄົນ​ ທີ່​ມີ​ສ່ວນ​ພົວ
ພັນກັບ​ອຸບັດ​ເຫດລົດ​ຕຳ ​ທີ່ໄດ້​ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປ
5 ຄົນ​ໃນ​ສັບປະດາ​ນີ້ໃນ​ບໍລິ​ເວນ​ຈະຕຸ​ລັດTiananmen ທີ່​ເປັນ
​ສັນຍະລັກ​ຂອງ​ກຸງ​ປັກ​ກິ​ງ.

ພວກ​ພະນັກງານ​ໃນ​ໂຮງ​ແຮມ​ຫຼາຍ​ແຫ່ງ ​ໃນ​ກຸງ​ປັກ​ກິ​ງ ກ່າວ​ໃນ​
ວັນ​ພຸດ​ມື້​ນີ້​ວ່າ ພວກ​ຕຳຫຼວດໄດ້​ເຕືອນ​ພວກ​ເຂົາ​ເຈົ້າ​ໃຫ້​ພາກັນ​
ລະມັດລະວັງ ​ພວກ​ຜູ້​ຊາຍ 8 ຄົນ​ນີ້ ທີ່​ປາກົດ​ວ່າ​ ພາກັນ​ມາ​ຈາກ​
ຂົງ​ເຂດ​ຊິນ​ຈຽງ​ທີ່​ປະສົບ​ກັບ​ບັນຫາໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​
ຂອງ​ຈີນ.

ພວກ​ພະນັກງານ​ໂຮງ​ແຮມ​ກ່າວ​ວ່າ ພວກ​ຜູ້​ຊາຍ 7 ຄົນ​ ມີ​ຊື່​ທີ່​ທຳ​ມະ​ດາ​ແລ້ວ​ ມັກ​ໃຊ້​ກັນ​ໃນໝູ່​
ຊົນ​ເຜົ່າ Uighurs ຊຶ່ງ​ສ່ວນ​ຫຼາຍ​ເປັນ​ຄົນ​ກຸ່ມ​ນ້ອຍທີ່​ນັບຖື​ສາສະໜາ​ອິສລາມ ທີ່​ພາກັນ​ໄດ້​ຈົ່ມ
​ທຸກ​ມາ​ເປັນ​ເວລາດົນ​ນານວ່າ​ ມີ​ການ​ກໍ່ກວນຫຼື​ກັ່ນ​ແກ້ງ​ທາງສາ​ສະໜາ​ນັ້ນ. ພວກ​ພະນັກງານ
​ເຫຼົ່າ​ນີ້​ເວົ້າ​ຕື່ມ​ວ່າ ຊື່​ຜູ້​ຕ້ອງ​ຫາ​ອີກ​ຄົນ​ນຶ່ງ​ນັ້ນມີ​ຊື່ແບບ​ຊາວ Han ຊຶ່ງ​ເປັນຊົນ​ກຸ່ມ​ໃຫຍ່​ຂອງ​ຈີນ​
ນັ້ນ.

ລາຍ​ລະອຽດ​ຕ່າງໆຂອງ​ອຸບັດ​ເຫດ​ລົດ​ຕຳ ບໍ່​ຄ່ອຍ​ມີ​ການ​ພິມ​ເຜີຍ​ແຜ່​ໃນ​ສື່​ມວນ​ຊົນ​ຈີນ ​ແຕ່​ສື່​
ມວນຊົນຕ່າງປະ​ເທດ ໄດ້​ລາຍ​ງານ​ໃຫ້​ຊາບ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ຈີນ ​ເຊື່ອວ່າ ອຸບັ​ດ​ເຫດ​ດັ່ງ
ກ່າວ ເປັນ​ການ​ໂຈມ​ຕີ​ແບບ​ສະລະ​ຊີບ ໂດຍ​ປະຊາຊົນ​ຈາກ​ເຂດ​ຊິນ​ຈຽງ​.

2 ມື້​ຕໍ່​ມາ ການ​ຮັກສາຄວາມ​ປອດ​ໄພ​ ຍັງດຳ​ເນີນ​ໄປ​ຢ່າງ​ເຂັ້ມງວດ ຢູ່​ໃນ​ນະຄອນຫຼວງ​ຂອງ​
ຈີນ. ເຖິງ​ຢ່າງ​ໃດ​ກໍ​ດີ ຈະຕຸ​ລັດ Tiananmen ​ໄດ້​ເປີດໃຫ້​ຜູ້​ຄົນ​ເຂົ້າ​ໄປ​ທ່ຽວ​ຊົມ​ໄດ້ແລ້ວ​ແຕ່ ຕຳຫຼວດປາກົດ​ວ່າໄດ້​ທຳ​ການ​ກວດກາ​ປ້າຍ​ລົດເພີ່ມ​ຂຶ້ນທັງຢູ່​ໃນ​ແລະ​ໃນບໍລິ​ເວນ​ອ້ອມ​ແອ້ມ
​ກຸງ​ປັກ​ກິ​ງໃນ​ການ​ຕອບ​ຮັບ​ຕໍ່​ເຫດການ​ລົດ​ຕຳ​ດັ່ງກ່າວ.

XS
SM
MD
LG