ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການ​ໂຈມ​ຕີ​ ຂອງເຮືອບິນ ບໍ່ມີຄົນຂັບ ສັງຫານ 7 ຄົນ ໃນເຢ​ເມນ (ວີ​ດີ​ໂອ/ສະ​ໄລ​ດ໌)


ເຮືອ​ບິນ​ທີ່ບໍ່​ມີ​ຄົນ​ຂັບຂອງ​ສະຫະລັດ
ເຮືອ​ບິນ​ທີ່ບໍ່​ມີ​ຄົນ​ຂັບຂອງ​ສະຫະລັດ
ເຈົ້າ​ໜ້າ​ທີ່ກ່າວ​ວ່າ ​ການ​ໂຈມ​ຕີ​ທີ່​ສົງ​ໄສ​ວ່າ​ມາ​ຈາກເຮືອ​ບິນ​ທີ່ບໍ່​ມີ
​ຄົນ​ຂັບຂອງ​ສະຫະລັດ ໄດ້ສັງ ຫານຢ່າງນ້ອຍ 7 ຄົນ ທີ່​ເປັນ
ສະມາຊິກຂອງ​ກຸ່ມ​ກໍ່​ການ​ຮ້າຍ al-Qaida ​ໃນເຢ​ເມນ ຕາມທີ່​
ສົງ​ໄສ​ກັນນັ້ນ ນຶ່ງ​ມື້ຫຼັງຈາກກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ
​ໄດ້​ສັ່ງໃຫ້​ຍົກຍ້າຍ ​ພະນັກງານ​ທີ່​ບໍ່​ຈໍາ​ເປັນ​ ປະຈຳ​ສະຖານທູດ
ອາ​ເມຣິກັນ​ໃນເຢ​ເມນອອກ​ຈາກ​ປະ​ເທດ​ດັ່ງກ່າວ ເພາະ​ເປັນ​ຫ່ວງ
​ເລື່ອງການ​ໂຈມ​ຕີ​ຂອງ​ພວກກໍ່​ການ​ຮ້າຍ ທີ່​ອາດເປັນ​ໄປ​ໄດ້.

​ການ​ໂຈມ​ຕີ​ຂອງເຮືອ​ບິນ​ທີ່​ບໍ່​ມີ​ຄົນ​ຂັບ​ໃນຕອນ​ເຊົ້າຂອງ​ວັນ​ພຸດ
​ມື້​ນີ້ທີ່​ຂວາງ Shabwa ​ແມ່ນ​ເປັນການ​ໂຈມ​ຕີ​ຄັ້ງ​ທີ 5 ​ໃນເຢ​ເມນ
​ໃນ​ຮອບ​ຕໍ່າ​ກວ່າ 2 ອາທິດ. ສະຫະລັດ​ໄດ້​ໃຊ້​ເຮືອບິນ​ທີ່​ບໍ່​ມີ
​ຄົນ​ຂັບທຳ​ການ​ໂຈມ​ຕີ ​ໃນໄລຍະ​ສອງ​ສາມ​ປີທີ່ຜ່ານມາ​ນີ້ ​ໂດຍ​ໄດ້​ແນ​ເປົ້າ​ໝາຍໃສ່ພວກ
ສະມາຊິກຂອງກຸ່ມ​ກໍ່​ການ​ຮ້າຍ al-Qaida ​ໃນ​ແຫຼມ Arabian.



​ເຈົ້າ​ໜ້າ​ທີ່​ເຢ​ເມນ ກ່າວ​ວ່າ ຕົນຈັບ​ໄດ້​ການນາບ​ຂູ່​ທີ່​ຈະໂຈມ​ຕີ​ເປົ້າ​ໝາຍຕ່າງໆ​ໃນ​ນະຄອນຫຼວງ​ ​ແລະ​ໃນ​ສະຖານ​ທີ່​ແຫ່ງອື່ນໆຂອງ​ປະ​ເທດ ​ແລະ​ໃນ​ຕົ້ນ​ອາທິດ​ນີ້ ​
ໄດ້ເປີດ​ເຜີຍລາຍ​ຊື່​25 ຄົນ ທີ່ເຢນ​ເມນ​ເວົ້າວ່າ ພວມ​ວາງ​ແຜນທີ່ຈະທໍາ​ການ​ໂຈມ​ຕີ​ນັ້ນ.

ສະຫະລັດ​ໄດ້​ປິດສະຖານທູດ ​ແລະ​ສະຖານ​ກົງສຸນຂອງ​ຕົນ 19 ​ແຫ່ງ​ ໃນ​ພາກ​ຕະ​ເວັນ​ອອກ​ກາງ ​ແລະ​ອາຟຣິກາ ໄປ​ຈົນເຖິງ​ວັນ​ເສົາ ຊຶ່ງ​ຮວມທັງສະຖານທູດອາ​ເມຣິກັນ​ໃນນະຄອນ​ຫຼວງ Sana’a ນຳ​ດ້ວຍ.

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ກ່າວ​ວ່າ ການ​ຂົ່ມຂູ່​ທີ່​ພາ​ໃຫ້​ປິດ​ສະຖານ​ທູດ​ແລະ​ກົງສຸນ​ນັ້ນ ​ແມ່ນ​ມີ​ຄວາມ​ສຳຄັນ​ພຽງພໍ ທີ່​ສະຫະລັດ​ຕ້ອງ​ໄດ້​ເອົາ​ທຸກ​ມາດຕະການ​ລະວັງ​ໄວ້​ລ່ວງ​ໜ້າ.

ກະຊວງ​ການຕ່າງປະ​ເທດ​ສະຫະລັດ ​ໄດ້​ອອກ​ຄຳ​ເຕືອນ​ກ່ຽວ​ກັບ​ການ​ເດີນທາງ​ສຳລັບ
ຊາວ​ອາ​ເມຣິກັນ​ຢູ່​ໃນ​ທົ່ວ​ໂລກ ຮວມທັງ​ປະ​ເທດ​ເຢ​ເມນ ບ່ອນ​ທີ່​ກະຊວງ​ຕ່າງປະ​ເທດ ​
ເຕືອນ​ໃຫ້​ພວກ​ເຂົາ​ເຈົ້າຈຳກັດ​ການ​ເດີນທາງ​ໄປມາ.

ທ່ານໂອ​ບາ​ມາ​ກ່າວ​ໃນ​ການ​ໃຫ້​ສຳພາດ​ຕໍ່​ລາຍການ Tonight Show ຂອງ​ໂທລະພາບ NBC ​ທີ່​ອອກ​ອາກາດໃນ​ວັນ​ແລງ​ວັນ​ອັງຄານ​ວານ​ນີ້ວ່າ ຊາວ​ອາ​ເມຣິກັນ​ຄວນຈະ​ໄປ​ພັກຜ່ອນ​ໄດ້ ​ແຕ່ກໍ​ໃຫ້ມີ​ສາມັນ​ສຳນຶກ​ແລະ​ລະມັດລະວັງໄວ້ທໍ່​ນັ້ນ.

US EMBASSIES THREAT CNPK.mov
please wait

No media source currently available

0:00 0:01:55 0:00
XS
SM
MD
LG