ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

15 ຄົນ ​​ເສຍ​ຊີວິດ​ ຈາກ​ການໂຈມ​ຕີ​ ທາງ​ອາກາດ ທີ່ຕົກໃສ່ ​ພິທີແຕ່ງງານ ໃນ ​ເຢ​ເມນ


​ແຜ​ນທີ່​​ແຂວງ Dhamar, ປະ​ເທດ ​ເຢ​ເມນ.
​ແຜ​ນທີ່​​ແຂວງ Dhamar, ປະ​ເທດ ​ເຢ​ເມນ.

ການ​ໂຈມ​ຕີຖິ້ມລະເບີດ​ທີ່​ຕ້ອງ​ສົງ​ໄສ​ໂດຍ​ພັນທະ​ມິດ​ນຳ​ພາໂດຍ ຊາ​ອູ​ດີ​ອາ​ເຣ​ເບ​ຍ ​ໄດ້​ຕົກຖືກ​ພິທີ​ແຕ່ງງານ​ແຫ່ງ​ໜຶ່ງ​ໃນ​ປະ​ເທດ​
​ເຢ​ເມນ ທີ່​ປະ ສົບ​ກັບໄພສົງ​ຄາມ, ອີງ​ຕາມ​ຜູ້​ເຫັນ​ເຫດ​ການ ​ແລະ ບັນດາ​ເຈົ້າ​ໜ້າ​ທີ່, ​ເຊິ່ງ​ເຮັດ​ໃຫ້​ມີຢ່າງ​ໜ້ອຍ 15 ຄົນ​ເສຍ​ຊີວິດ ​ແລະ ເຮັດໃຫ້ມີຜູ້ບາດ​ເຈັບອີກ​ຢ່າງ​ໜ້ອຍ 25 ຄົນ​.

ການ​ໂຈ​ມຕີ​ຫຼາຍຄັ້ງ​ໄດ້​ຕົກໃສ່​ເຮືອນ​ຫຼັງ​ໜຶ່ງ​ໃນ​ຕອນ​ແລງ​ຂອງ​ວັນ​ພຸດ​ວານ​ນີ້ ​ທີ່​ຂົງ​ເຂດ Sanban ໃນແຂວງ Dhamar, ເຊິ່ງພິທີຈັດ ໂດຍ ພວກກະບົດ Houthi ທີ່ນັບຖືນິກາຍ Shi’ite ໄດ້ເປັນເປົ້າ ໝາຍມາຫຼາຍເດືອນແລ້ວ ໃນການໂຈມຕີຖິ້ມລະເບີດຂອງ ພັນທະມິດ.

ພັນທະມິດທີ່ມີຖານທັບຕັ້ງຢູ່ນະຄອນຫຼວງ Riyadh ບໍ່ໄດ້ອອກມາໃຫ້ ຄຳເຫັນໃນທັນທີ ທັນໃດກ່ຽວກັບເຫດການດັ່ງກ່າວ.

ພັນທະມິດໄດ້ຖືກກ່າວຫາຊ້ຳແລ້ວຊ້ຳອີກ ໃນການດຳເນີນການໂຈມຕີທີ່ ຮ້າຍແຮງໃນ ເຢເມນ. ອົງການສະຫະປະຊາຊາດ ກ່າວວ່າ ປະຊາຊົນ ຫຼາຍເຖິງ 1,100 ຄົນ ໄດ້ຖືກຂ້າ ຕາຍ ຍ້ອນການໂຈມຕີທາງອາກາດ ໃນໄລຍະ 6 ເດືອນຜ່ານມານີ້.

ມັນເປັນຄັ້ງທີ 2 ພາຍໃນ 10 ມື້ ທີ່ກຸ່ມພັນທະມິດໄດ້ຖືກກ່າວຫາໃນ ການແນເປົ້າໝາຍໃສ່ ການແຕ່ງງານ. ກຸ່ມພັນທະມິດໄດ້ປະຕິເສດຕົນບໍ່ຮັບຮັບຜິດຊອບໃນການໂຈມຕີເມື່ອວັນທີ 28 ກັນຍາຜ່ານມາທີ່ໄດ້ ເຮັດໃຫ້ຫຼາຍກວ່າ 130 ຄົນໃນພິທີແຕ່ງງານຢູ່ໃກ້ກັບຊາຍຝັ່ງທະເລ ແດງເສຍຊີວິດ, ໃນເຫດການໂຈມຕີຄັ້ງດຽວທີ່ຮ້າຍແຮງທີ່ສຸດຕັ້ງແຕ່ ບັນຫາຂັດແຍ້ງໄດ້ເລີ່ມ ຂຶ້ນ.

ກຸ່ມພັນທະມິດຊາອຸດີ, ເຊິ່ງລວມມີປະເທດອາຣັບອື່ນໆອີກ 9 ປະເທດ ແລະໄດ້ຮັບການ ສະໜັບສະໜູນໂດຍ ສະຫະລັດ, ໄດ້ເລີ່ມການຕໍ່ສູ້ກັບ ພວກກະບົດໃນເດືອນມີນາທີ່ຜ່ານ ມາ, 2 ເດືອນຫຼັງຈາກພວກ Houthi ໄດ້ຂັບໄລ່ລັດຖະບານອອກຈາກອຳນາດ ແລະ ໄດ້ເຂົ້າ ຄວບຄຸມນະຄອນຫຼວງ Sana’a.

Yemen
please wait
Embed

No media source currently available

0:00 0:00:42 0:00

XS
SM
MD
LG