ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກທີ່ສົງໄສ ເປັນກະບົດມຸສລິມ ສັງຫານ 4 ຄົນ ຢູ່ພາກໃຕ້ ຂອງໄທ


ເຈົາໜ້າທີ່ຮັກສາຄວາມປອດໄພ ກວດກາຫ້ອງການຢູ່ເຂດ ກົກໂພ ຫລັງຈາກການຖືກໂຈມຕີ ໂດຍກຸ່ມມືປືນທີ ຈັງຫວັດ ປັດຕະນີ.
ເຈົາໜ້າທີ່ຮັກສາຄວາມປອດໄພ ກວດກາຫ້ອງການຢູ່ເຂດ ກົກໂພ ຫລັງຈາກການຖືກໂຈມຕີ ໂດຍກຸ່ມມືປືນທີ ຈັງຫວັດ ປັດຕະນີ.

ພວກທີ່ສົງ​ໄສ​ ເປັນ​ກະບົດມຸສລິມ ໃນ​ພາກ​ໃຕ້​ຂອງ​ໄທ ​ໄດ້
​ໂຈມ​ຕີ​ໂຮງການ​ລັດຖະບານແຫ່ງນຶ່ງ ໂດຍໄດ້ສັງຫານ​ຢ່າ​ງ
ໜ້ອຍສີ່​ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ​ຫລາຍ​ຄົນ.

ຕຳຫລວດໃນ​ຈັງ​ຫວັດປັດ​ຕະນີ ກ່າວ​ວ່າ ພວກ​ມື​ປືນ​ພາກັນ​
ຍ່າງ​ເຂົ້າ​ໄປໃນໂຮງ ການ​ທ້ອງ​ຖິ່ນຂອງລັດຖະ​ບານ ​ໃນ​ວັນ
​ພະຫັດ​ວານ​ນີ້ ​ແລະ​ໄດ້ເປີດ​ສາກລະດົມ ຍິງເຂົ້າໃສ່ຜູ້ຄົນ. ​
ໃນ​ຂະນະ​ທີ່​ພວກເຂົາ​ຫລົບ​ໜີ​ອອກໄປ​ນັ້ນ ​ພວກເຂົາ​ໄດ້​
ວາງ​ລະ​ເບີດ​ເວລາ​ສອງ​ລູກ ທີ່​ແຕກ​ຂື້ນ​ໃນບໍ່​ເທົ່າ​ໃດ​ນາ​ທີ
ຫລັງ​ຈາກ​ພວກໂຈມ​ຕີ​ໄດ້ ພາກັນ​ລົບ​ໜີໄປແລ້ວ. ​ເຈົ້າ​ໜ້າ
ທີ່​ທ້ອງ​ຖິ່ນ​ສາມ​ຄົນ ​ແມ່ນຮວມ​ຢູ່​ໃນ​ບັນດາ​ຜູ້​ເສຍ​ຊີວິດ.

ຫລາຍ​ກວ່າ 5,000 ຄົນ​ໄດ້​ເສຍ​ຊີວິດ ນັບ​ແຕ່​ເລີ້ມມີການກໍ່ກະບົດ​ເມື່ອ 10 ປີ​ກ່ອນ​ ຢູ່ໃນ​
ສາມ​ຈັງຫ​ວັດໃຕ້ສຸດຂອງປະ​ເທດ​ໄທ ຊຶ່ງ​ມີຊາວມຸສລິມອາໄສຢູ່ເປັນ​ສ່ວນ​ຫຼາຍ ໃ​ນປະ
ເທດທີ່ນັບຖື​ສາສໜາ​ພຸດ​ເປັນ​ສ່ວນ​ໃຫຍ່ນັ້ນ.

ການ​ເຈລະ​ຈາ​ສັນຕິພາບ ລະຫວ່າງ​ພວກ​ກະບົດ ​ແລະ​ລັດຖະບານ​ ທີ່​ບາງກອກ ໄດ້​ພັງ
ທະລາຍລົງໃນ​ປີ​ແລ້ວ​ນີ້. ລັດຖະບານ​ທະຫານຂອງ​ໄທ​ໃນ​ປັດຈຸບັນ​ນີ້ກ່າວ​ວ່າ ຕົນ​ກຳ
ລັງພະຍາຍາມ​ທີ່ຈະເລີ້ມ​ການ​ສົນທະນາ​ຄືນ​ໃໝ່.

XS
SM
MD
LG