ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ຜູ້ຕ້ອງສົງໄສ ເປັນພວກຫົວຮຸນແຮງ ອິສລາມ ສັງຫານ ພັນລະຍາ ຂອງເຈົ້າໜ້າທີ່ຕຳຫຼວດ


ຜູ້ຕ້ອງສົງໄສ ​ເປັນ​ພວກຫົວຮຸນແຮງອິສລາມ ໄດ້ຂ້າພັນລະຍາຂອງເຈົ້າໜ້າທີ່ຕຳຫຼວດ ອາວຸໂສ ຕໍ່ຕ້ານການກໍ່ການຮ້າຍ ຢູ່ໃນບັງກລາແດັສ.

ທາງການບັງກລາແດັສ ໄດ້ກ່າວວ່າ ພວກຜູ້ຊາຍ 3 ຄົນ ຂີ່ລົດຈັກ ໄດ້ແທງ ແລະ ຍິງ ນາງ Mahmuda Akter ໃນຕອນເຊົ້າວັນອາທິດມື້ນີ້ ໃນຂະນະທີ່ນາງ ​ໄປສົ່ງລູກຊາຍ ຢູ່ບ່ອນ ຈອດລົດເມຂອງໂຮງຮຽນ ໃນເມືອງທ່າ Chittagong.

ນາງ Akter ເປັນພັນລະຍາ ຂອງທ່ານ Babul Akter ຜູ້ທີ່ໄດ້ຖືກຂຶ້ນຊັ້ນ ໃຫ້ເປັນຜູ້ກຳກັບ ການຕຳຫຼວດ ໃນນະຄອນຫຼວງ Dhaka ຫຼັງຈາກໄດ້ປະຕິບັດໜ້າທີ່ ເປັນນັກສືບສວນຄົນ​ສຳຄັນ ກ່ຽວກັບ ຄື້ນຟອງການສັງຫານໂຫດ ທີ່ໄດ້ແນເປົ້າໝາຍໃສ່ ພວກນັກຂຽນ ນັກຂຽນຂ່າວລົງອິນເຕີແນັດ ແລະ ນັກເຄື່ອນໄຫວ ທີ່​ບໍ່ພັກ​ໄຝ່​ ໃນ​ທາງ​ສາສະໜາ.

ກຸ່ມລັດອິສລາມ ແລະ ເຄືອຂ່າຍຂອງກຸ່ມ al-Qaida ໄດ້ອ້າງເອົາຄວາມຮັບຜິດຊອບ ​ໃນ ການໂຈມຕີບາງ​ຄັ້ງ ແຕ່ ທາງການຂອງບັງກລາແດັສ ຍັງສືບຕໍ່ ຢືນຢັດວ່າ ບໍ່ມີກຸ່ມກໍ່ການ ຮ້າຍຕ່າງຊາດ ປະຕິບັດການຢູ່ໃນປະເທດ. ແຕ່ໄດ້ຖິ້ມໂທດໃສ່ ພວກຫົວຮຸນແຮງ ໃນ ທ້ອງຖິ່ນ ຫຼື ກຸ່ມຕໍ່ຕ້ານທາງການເມືອງ ແທນ.

ຕຳຫຼວດ ໄດ້ເປີດເຜີຍລາຍຊື່ ແລະ ຮູບພາບ ຂອງພວກຫົວຮຸນແຮງ ອິສລາມ ຢ່າງນ້ອຍ 6 ຄົນ ທີ່ຕຳຫຼວດ ກ່າວວ່າ ມີສ່ວນພົວພັນໂດຍກົງ ກັບການສັງຫານ ເມື່ອບໍ່ດົນຜ່ານມາ.

ຕຳຫຼວດກ່າວອີກວ່າ ພວກຜູ້ຊາຍເຫຼົ່ານີ້ ແມ່ນເປັນສະມາຊິກ ຂອງກຸ່ມ Ansarullah Bangla ຫຼື ABT ຊຶ່ງເປັນກຸ່ມອິສລາມ​ຫົວ​ຮຸນ​ແຮງ​ຈັດ ທີ່ຖືກ​ຫ້າມຢູ່ໃນ ທ້ອງ​ຖິ່ນ. ເຈົ້າໜ້າ​ທີ່ໄດ້​ປະກາດ​ໃຫ້​ລາງວັນ​ເກືອບ​ 23 ພັນ​ໂດ​ລາ​ ສຳລັບ​ຂໍ້​ມູນ​ກ່ຽວ​ກັບ​ຜູ້​ຕ້ອງ​ສົງ​ໄສ​ຈຸນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG