ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກລັດອິສລາມ ລັກພາຕົວ ພົນລະເຮືອນ ອັຟການິສຖານ 30 ຄົນ ໄປສັງຫານ


ແຜນທີ່ ປະເທດ ອັຟການິສຖານ ສະແດງໃຫ້ເຫັນແຂວງ Ghor
ແຜນທີ່ ປະເທດ ອັຟການິສຖານ ສະແດງໃຫ້ເຫັນແຂວງ Ghor

ບັນດາເຈົ້າໜ້າທີ່ ໃນອັຟການິສຖານ ໄດ້ກ່າວໃນວັນພຸດມື້ນີ້ ວ່າ ພວກຫົວຮຸນແຮງຈັດ ທີ່ເປັນເຄືອຂ່າຍຂອງກຸ່ມລັດອິສລາມ​ໄດ້ລັກພາຕົວພົນລະເຮືອນ ຢ່າງນ້ອຍ 30 ຄົນ ແລະໄດ້ສັງຫານໝູ່ພວກເຂົາ ຢູ່ໃນ​ເຂດ ທີ່ຫ່າງໄກສອກຫລີກ ທາງພາກກາງຂອງ​ປະ​ເທດ.

ການນອງເລືອດ ​ໃນ​ເວລາ​ຂ້າມຄືນ ຊຶ່ງເກີດຂຶ້ນຢູ່​ໃນແຂວງ Ghor ທີ່​ເປັນ​ພູດອຍ ໃກ້ໆນະຄອນຫຼວງນັ້ນ ເຮັດໃຫ້ບັນດາເຈົ້າໜ້າທີ່ໃນທ້ອງຖິ່ນ ວິຕົກກັງວົນ ຍ້ອນວ່າ ມັນເປັນຄັ້ງທຳອິດທີ່ຮູ້ກັນວ່າ ມີການເຄື່ອນໄຫວຢູ່ໃນບໍລິເວນດັ່ງກ່າວ ຂອງກຸ່ມ ລັດອິສລາມ ບ່ອນທີ່ມີປະຊາຄົມຊາວ Shiite Hazara ອາໄສຢູ່ເປັນສ່ວນໃຫຍ່.

ພວກຄົນຊ່ອຍກັນຫາມຫີບສົບ ຂອງຜູ້ເຄາະຮ້າຍ ເສຍຊີວິດ ຍ້ອນການໂຈມຕີຂ້າມຄືນ ຕໍ່ວິທະຍາໄລຕຳຫຼວດ ໃນເມືອງ Quetta, ຂອງປາກິສຖານ, ວັນທີ 25 ຕຸລາ 2016.
ພວກຄົນຊ່ອຍກັນຫາມຫີບສົບ ຂອງຜູ້ເຄາະຮ້າຍ ເສຍຊີວິດ ຍ້ອນການໂຈມຕີຂ້າມຄືນ ຕໍ່ວິທະຍາໄລຕຳຫຼວດ ໃນເມືອງ Quetta, ຂອງປາກິສຖານ, ວັນທີ 25 ຕຸລາ 2016.


ພວກທີ່ຈົ່ງຮັກພັກດີຂອງກຸ່ມກໍ່ການຮ້າຍ ທີ່ມີຫ້ອງການຕັ້ງຢູ່ໃນຕາເວັນອອກກາງນີ້ ສ່ວນໃຫຍ່ແລ້​ແມ່ນ​ໂຮມ​ຊຸມນຸມ​ກັນຢູ່ທີ່ແຂວງ Nangarhar ໃນພາກຕາເວັນອອກ
ຂອງ​ປະ​ເທດ ແລະເມືອງຕ່າງໆທີ່ຢູ່​ໃກ້ຄຽງ ຕາມເຂດຊາຍແດນຕິດກັບປາກິສຖານ.

“ພວກເຄາະຮ້າຍ ແມ່ນກຳລັງ​ໄປເກັບຟືນສຳລັບລະດູໜາວ ຢູ່ໃນເຂດພູດອຍ ໃກ້
ກັບຕົວເມືອງ ຊຶ່ງໃນເວລານັ້ນ ພວກມືປືນລັດອິສລາມໄດ້ຈັບ ຕົວພວກເຂົາເຈົ້າໄປ”
ນັ້ນຄືຄຳເວົ້າຂອງໂຄສົກລັດຖະບານແຂວງທ່ານ Abdul Hai Khatibi ທີ່ໄດ້ບອກຕໍ່ ວີໂອເອ.

ບັນດາເຈົ້າໜ້າທີ່ຕຳຫຼວດ ຢືນຍາມຢູ່ນອກ ທາງເຂົ້າ ສູນຝຶກອົບຮົມ ທີ່ໄດ້ຖືກໂຈມຕີໂດຍ ພວກຫົວຮຸນແຮງ ໃນເມືອງ Quetta, ປະເທດປາກິສຖານ, ວັນທີ 25 ຕຸລາ 2016.
ບັນດາເຈົ້າໜ້າທີ່ຕຳຫຼວດ ຢືນຍາມຢູ່ນອກ ທາງເຂົ້າ ສູນຝຶກອົບຮົມ ທີ່ໄດ້ຖືກໂຈມຕີໂດຍ ພວກຫົວຮຸນແຮງ ໃນເມືອງ Quetta, ປະເທດປາກິສຖານ, ວັນທີ 25 ຕຸລາ 2016.


ທ່ານໄດ້ກ່າວຕື່ມວ່າ ພວກມືປືນດັ່ງກ່າວໄດ້ສັງຫານພວກທີ່ຖືກລັກພາຕົວໄປ ເມື່ອຕອນ ຄ່ຳວັນອັງຄານ ໃນຂະນະທີ່ ກຳລັງຮັກສາຄວາມປອດໄພຂອງອັຟການິສຖານ ພະຍາ ຍາມບຸກ​ເຂົ້າ​ໄປຊ່ອຍພວກເຂົາ ເຈົ້າ ໂດຍໄດ້ຮັບການຊ່ອຍເຫຼືອຈາກປະຊາຊົນໃນ​ເຂດ ທ້ອງຖິ່ນ.

ໂຄສົກຂອງກຸ່ມຕາລີບານ ທ້າວ Zabhilluah Mujahid ປະຕິເສດວ່າ ກຸ່ມຂອງຕົນບໍ່ໄດ້
ມີສ່ວນກ່ຽວຂ້ອງກັບເຫດການດັ່ງກ່າວ ໂດຍກ່າວວ່າ ລາຍງານຕ່າງໆ ທີ່ເຊື່ອມໂຍງ ກຸ່ມຕາລີບານ ໃສ່ການສັງຫານ ພົນລະເຮືອນ ແມ່ນເປັນ “ການໂຄສະນາຊວນເຊື່ອ ເທົ່ານັ້ນ.”

ພວກພົນລະເຮືອນຊາວອັຟການິສຖານຍັງສືບຕໍ່ເປັນຜູ້ໄດ້ຮັບຜົນກະທົບ ຈາກບັນຫາ ຂັດແຍ່ງ ແລະການໂຈມຕີຂອງພວກຫົວຮຸນແຮງຈັດ ຢູ່ໃນປະເທດ. ອົງການສະຫະ ປະຊາຊາດໄດ້ບັນທຶກໄວ້ວ່າ ມີ​ການເສຍຊີວິດຂອງພົນລະເຮືອນ ເກືອບ 8,000 ຄົນ ທີ່ພົວພັນກັບບັນຫາຂັດແຍ່ງ ລວມທັງ ການຕາຍຂອງ 2,500 ກວ່າຄົນ ພາຍໃນເກົ້າເດືອນທຳອິດຂອງປີ 2016 ນຳດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

IS Afghanistan
please wait
Embed

No media source currently available

0:00 0:00:37 0:00

XS
SM
MD
LG