ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ໜ່ວຍກູ້ໄພ ຄົ້ນພົບ ຜູ້ລອດຊີວິດ ໃນຊາກຫັກພັງ ຈາກແຜ່ນດິນໄຫວ ໄຕ້ຫວັນ


ພາບນີ້ໄດ້ມາຈາກ ວີດີໂອ. ທ້າວ Lee Tsung-tien ຖືກເບິ່ງ
ແຍງໂດຍພະນັກງານກູ້ໄພ ຫຼັງຈາກໄດ້ດຶງລາວອອກມາຈາກ
ຕຶກທີ່ໄດ້ຖະລົ່ມລົງມາຍ້ອນແຜ່ນດິນໄຫວໃນເມືອງ Tainan, ເກາະໄຕ້ຫວັນ. 8 ກຸມພາ, 2016.
ພາບນີ້ໄດ້ມາຈາກ ວີດີໂອ. ທ້າວ Lee Tsung-tien ຖືກເບິ່ງ ແຍງໂດຍພະນັກງານກູ້ໄພ ຫຼັງຈາກໄດ້ດຶງລາວອອກມາຈາກ ຕຶກທີ່ໄດ້ຖະລົ່ມລົງມາຍ້ອນແຜ່ນດິນໄຫວໃນເມືອງ Tainan, ເກາະໄຕ້ຫວັນ. 8 ກຸມພາ, 2016.

ຜູ້ລອດຊີວິດ 2 ຄົນໄດ້ຖືກກອບກູ້ອອກມາຈາກຊາກຫັກພັງຂອງ ຕຶກຫ້ອງແຖວ 17 ຊັ້ນໃນເມືອງ Tainan ຂອງເກາະໄຕ້ຫວັນ, ຫຼັງ ຈາກສອງມື້ທີ່ມັນໄດ້ພັງ ລົງມາໃນລະຫວ່າງແຜ່ນດິນໄຫວທີ່ຮຸນ ແຮງ ເຊິ່ງເຮັດໃຫ້ຄົນເສຍຊີວິດ ຢ່າງໜ້ອຍ 36 ຄົນ.

ບັນດາເຈົ້າໜ້າທີ່ກ່າວວ່າ ແມ່ຍິງຄົນໜຶ່ງຊື່ວ່າ Tsao Wei-ling ໄດ້ ຖືກຄົ້ນພົບ ນອນຢູ່ໃຕ້ສົບຂອງສາມີຂອງລາວໃນຕອນເຊົ້າວັນຈັນ ມື້ນີ້. ສົບລູກຊາຍອາຍຸສອງ ປີຂອງຄູ່ສາມີພັນລະຍານັ້ນກໍໄດ້ຖືກ ພົບເຫັນນອນຢູ່ໃກ້ກັນ. ພະນັກງານສຸກເສີນ ກຳລັງຊອກຄົ້ນຫາ ສະມາຊິກອີກ 5 ຄົນຂອງຄອບຄົວແມ່ຍິງຄົນນັ້ນ.

Survivors Pulled from Rubble of Taiwan Quake
please wait

No media source currently available

0:00 0:01:00 0:00

ຜູ້ລອດຊີວິດຄົນອື່ນແມ່ນຜູ້ຊາຍຄົນໜຶ່ງ, ສາມາດລະບຸຊື່ໄດ້ວ່າແມ່ນທ້າວ Li Tsung-tian, ເຊິ່ງເປັນຜູ້ທີ່ເຈົ້າຄອງກຳແພງເມືອງ Lai Ching-te ກ່າວວ່າ ລາວ ຮູ້ເມື່ອຄີງແລ້ວ ແລະ ກໍສາ ມາດລົມກັບນັກກູ້ໄພໄດ້.

ທ່ານ Liu Shih Chung ຮອງເລຂາທິການໃຫຍ່ຂອງອຳນາດປົກຄອງເມືອງ Tainan ກ່າວຕໍ່ ວີໂອເອວ່າ ປະຊາຊົນຫຼາຍກວ່າ 300 ຄົນໄດ້ຖືກຊ່ວຍເຫຼືອອອກ ມາຈາກຊາກຫັກພັງ, ແຕ່ອີກ 100 ຄົນແມ່ນຍັງຫາບໍ່ເຫັນເທື່ອ. ໃນທົ່ວ ເກາະໄຕ້ຫວັນ ມີທີມກູ້ໄພ 16 ທີມຕອບສະໜອງຕໍ່ ໄພພິບັດດັ່ງກ່າວ, ແລະ ຜູ້ຊ່ຽວຊານຢ່າງໜ້ອຍ 500 ຄົນເພື່ອໃຫ້ຄຳປຶກສາແນະນຳ. ທ່ານ Liu ກ່າວວ່າ ພວກເຂົາເຈົ້າ“ກຳລັງກ້າວເຂົ້າສູ່ພາກສ່ວນທີ່ຍາກທີ່ສຸດ” ຂອງການພະຍາຍາມຊ່ວຍ ກູ້ໄພ, ໃນຂະນະທີ່ກຳນົດ 72 ຊົ່ວໂມງເພື່ອໃຫ້ຊອກຫາຜູ້ລອດຊີວິດໄດ້ຫຼຸດລົງຢ່າງວ່ອງໄວ.

ບັນດານັກກູ້ໄພ, ນັກດັບເພີງ ແລະ ອາສາສະໝັກຫຼາຍຄົນ ແມ່ນກຳລັງໃຊ້ເຄື່ອງ ຍົກ, ສຽມ ແລະ ມືຂອງພວກເຂົາເຈົ້າເພື່ອຫວັງທີ່ຈະຊອກຫາສັນຍານຂອງຊີວິດ, ໃນເມື່ອພະນັກງານ ການແພດ ແລະ ລົດພະຍາບານໄດ້ລໍຖ້າເຝົ້າຄອຍຢູ່.

Taiwan Quake
please wait
Embed

No media source currently available

0:00 0:01:00 0:00

XS
SM
MD
LG