ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພົບ ຍິງຄົນນຶ່ງ ຍັງມີຊີວິດ 2 ອາທິດ ຫຼັງຈາກ ຕຶກພັງ (ສະໄລດ໌/ວີດີໂອ)


ຜູ້ຍິງຄົນນຶ່ງ ຍັງມີຊີວິດ ຫລັງຈາກສອງອາທິດ ທີ່ຕົກຄ້າງ ຢູ່ໃນຊາກ ຫັກຟັງ ຂອງຕຶກໂຮງງານຕັດຫຍິບ ທີ່ບັງກລາແດັສ
ຜູ້ຍິງຄົນນຶ່ງ ຍັງມີຊີວິດ ຫລັງຈາກສອງອາທິດ ທີ່ຕົກຄ້າງ ຢູ່ໃນຊາກ ຫັກຟັງ ຂອງຕຶກໂຮງງານຕັດຫຍິບ ທີ່ບັງກລາແດັສ
ບັນດາ​ນັກກູ້​ໄພ​ໃນບັງ​ກລາ​ແດັສ ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ພົບ​ເຫັນ​
ຜູ້ຍິງ​ຄົນ​ນຶ່ງ ທີ່​ລ​ອດຊີວິດມາ​ໄດ້ ​ໃນ​ວັນ​ສຸກ​ມື້​ນີ້ ທ່າມກາງ​ຊາກ
ຂອງໂຮງງານ​ຕັດຫບິ​ບ ທີ່​ພັງ​ລົງ​ມາ​ສອງ​ອາທິດ​ກ່ອນນັ້ນ.

ບັນດາ​ພະນັກງານ​ກູ້​ໄພ ກ່ອນ​ໜ້ານີ້​ໄດ້​ໝົດ​ຄວາມ​ຫວັງແລ້ວ
ທີ່ວ່າ ເຂົາ​ເຈົ້າ​ຈະໄດ້​ພົບ​ເຫັນ​ຜູ້​ລອດ​ຊີວິດມາ​ໄດ້ຕື່ມ​ອີກ ຈາກ
ເຫດ​ຮ້າຍ ​ໃກ້​ໆກັບນະຄອນຫລວງ Dhaka ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​
ຊີວິດ​ຫລາຍ​ກວ່າ 1,000 ຄົນ.

ລັດຖະບານບັງ​ກລາ​ແດັສ ກ່າວ​ວ່າ ຕົນ​ໄດ້​ສັ່ງ​ປິດໂຮງງານ​ຕັດ
ຫບິ​ບ 18 ​ແຫ່ງ​ຍ້ອນ​ເຫດຜົນ​ດ້ານຄວາມ​ປອດ​ໄພ ລຸນ​ຫຼັງທີ່​
ຕຶກ​ອາຄານ ຊຶ່ງ​ມີ​ຫ້າໂຮງງານຕັດ​ຫຍິບ​ຢູ່ໃນ​ນັ້ນໄດ້ພັງ​ລົງ​ມາ
​ເມື່ອ​ວັນ​ທີ 24 ​ເມສາ​ຜ່ານ​ມາ.



ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ແລ່ນ​ເຄື່ອງ​ຈັກ​ປັ່ນ​ໄຟຟ້າ​ຂະໜາດໃຫຍ່​ ສອງ​ສາມ​ໜ່ວຍຢູ່​ຊັ້ນ​ເທິງຂອງ​ຕຶກ​ອາຄານນັ້ນອາດ​ມີ​ສ່ວນ​ເຮັດ​ໃຫ້​ຕຶກພັງ​ລົງ​ມາ ​ເພາະວ່າ ​ຕຶກ​ອາຄານດັ່ງກ່າວ ບໍ່​ໄດ້​ສ້າງ​ຂື້ນ​ມາ​ ເພື່ອໃຫ້ການ​ສະ​ໜັບສະ​ໜຸນ ​ຕໍ່​ຈັກ​ໄຟຟ້າ​ດັ່ງກ່າວ.

ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ຈັບ​ຢ່າງ​ໜ້ອຍ​ເກົ້າ​ຄົນ ​ຫລັງ​ຈາກ​ໄດ້​ເກີດ​ອຸປະຕິ​ເຫດຕຶກ​ພັງ.


Bangladesh
please wait
Embed

No media source currently available

0:00 0:00:55 0:00




XS
SM
MD
LG