ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສານສູງສຸດ ສຫລ ຮັບຟັງຄະດີ ກ່ຽວກັບ ຄົນເຂົ້າເມືອງ 4 ລ້ານຄົນ ທີ່ບໍ່ມີເອກະສານ


ພວກປະທ້ວງຢູ່ດ້ານໜ້າ ສານສູງສຸດ ກ່ອນໜ້າການ ຮັບຟັງ ກ່ຽວກັບ ຄວາມຖືກຕ້ອງທາງກົດໝາຍ ຂອງຄຳສັ່ງດ້ານ
ບໍລິຫານ ຂອງ ປະທານາທິບໍດີ ບາຣັກ ໂອບາມາ ກ່ຽວກັບ
ຄົນເຂົ້າເມືອງ, ວັນທີ 18 ເມສາ 2016.
ພວກປະທ້ວງຢູ່ດ້ານໜ້າ ສານສູງສຸດ ກ່ອນໜ້າການ ຮັບຟັງ ກ່ຽວກັບ ຄວາມຖືກຕ້ອງທາງກົດໝາຍ ຂອງຄຳສັ່ງດ້ານ ບໍລິຫານ ຂອງ ປະທານາທິບໍດີ ບາຣັກ ໂອບາມາ ກ່ຽວກັບ ຄົນເຂົ້າເມືອງ, ວັນທີ 18 ເມສາ 2016.

ສານສູງສຸດຂອງສະຫະລັດ ຈະພິຈາລະນາ ຊະຕາກຳຂອງພວກຄົນເຂົ້າເມືອງ ທີ່ບໍ່ມີ ເອກະສານ ຈຳນວນຫຼາຍເຖິງ 4 ລ້ານຄົນ ໃນວັນຈັນມື້ນີ້ ໃນເວລາ ບັນດາຜູ້ພິພາກສາ ສານສູງສຸດ ຮັບຟັງການເປີດຄຳໂຕ້ແຍ້ງ ກ່ຽວກັບຄະດີ ທີ່ເປັນຂີດໝາຍສຳຄັນສຸດ ໃນ ການໂຕ້ວາທີ ສຳລັບ ຄວາມຖືກຕ້ອງດ້ານກົດໝາຍ ຂອງຄຳສັ່ງດ້ານບໍລິຫານ ຂອງ ປະທານາທິບໍດີ ບາຣັກ ໂອບາມາ ກ່ຽວກັບຄົນເຂົ້າເມືອງ.

ການຕັດສິນໃຈຂອງບັນດາຜູ້ພິພາກສາດັ່ງກ່າວ ຈະສົ່ງຜົນກະທົບໄປໄກກວ່າ ທີ່ຄາດຄິດ ກັນ ຕໍ່ສິດທິໃນການອອກຄຳສັ່ງດ້ານບໍລິຫານ ຂອງຄະນະລັດຖະບານປະທານາທິບໍດີ ໃນອະນາຄົນ ແລະ ກຳລັງມີຂຶ້ນ ໃນຊ່ວງເວລາ ທີ່ລະບົບຄົນເຂົ້າເມືອງຂອງປະເທດ ມີຂໍ້ ບົກຜ່ອງ ອັນເປັນຈຸດເພັ່ງເລັງຂອງການໂຕ້ວາທີ ໃນຊ່ວງປີການເລືອກຕັ້ງ ຕະຫຼອດມາ.

ພວກນັກເຄື່ອນໄຫວ ເພື່ອຄົນເຂົ້າເມືອງ ເດີນຂະບວນປະທ້ວງ ຢູ່ສານສູງສຸດ ໃນນະຄອນຫຼວງວຽງຈັນ ເພື່ອສະໜັບສະໜູນ ຄຳສັ່ງດ້ານບໍລິຫານ ຂອງປະທານາທິບໍດີ ບາຣັກ ໂອບາມາ ທີ່ອະນຸມັດ ການບັນເທົາ ຈາກການຖືກເນລະເທດ ເພື່ອທີ່ຈະເຮັດໃຫ້ຄອບຄົວພວກຄົນເຂົ້າເມືອງຢູ່ຮ່ວມກັນ, ວັນທີ 18 ມີນາ 2016.
ພວກນັກເຄື່ອນໄຫວ ເພື່ອຄົນເຂົ້າເມືອງ ເດີນຂະບວນປະທ້ວງ ຢູ່ສານສູງສຸດ ໃນນະຄອນຫຼວງວຽງຈັນ ເພື່ອສະໜັບສະໜູນ ຄຳສັ່ງດ້ານບໍລິຫານ ຂອງປະທານາທິບໍດີ ບາຣັກ ໂອບາມາ ທີ່ອະນຸມັດ ການບັນເທົາ ຈາກການຖືກເນລະເທດ ເພື່ອທີ່ຈະເຮັດໃຫ້ຄອບຄົວພວກຄົນເຂົ້າເມືອງຢູ່ຮ່ວມກັນ, ວັນທີ 18 ມີນາ 2016.

ການຟ້ອງຮ້ອງ ໃນຄະດີ ລະຫວ່າງ ສະຫະລັດ ກັບ ລັດເທັກຊັສ ທີ່ຂໍຮ້ອງໃຫ້ສານສູງສຸດ ພິຈາລະນາ ເບິ່ງວ່າ ການໃຊ້ສິດອອກຄຳສັ່ງດ້ານບໍລິຫານ ໃຫ້ໂຈະການເນລະເທດ ພວກ ຄົນເຂົ້າເມືອງ ທີ່ບໍ່ມີເອກະສານ ແມ່ນຢູ່ພາຍໃນອຳນາດຂອງລັດຖະບານ ເພື່ອຊີ້ນຳ ນະ ໂຍບາຍຄົນເຂົ້າເມືອງ ຫຼືບໍ່ ຫຼືວ່າ ປະທານາທິບໍດີ ໄດ້ໃຊ້ສິດອຳນາດ ເກີນຂອບເຂດ ລັດ ຖະທຳມະນູນ ທີ່ກຳນົດໄວ້ ໂດຍການອອກກົດໝາຍໃໝ່ ດ້ານຄົນເຂົ້າເມືອງ. ຄຳຕັດສິນ ໃນການຟ້ອງຮ້ອງຂອງລັດເທັກຊັສ ຈະມີຜົນກະທົບຕໍ່ການຟ້ອງຮ້ອງທີ່ຍັງຄົງຄ້າງຢູ່ ໃນ 25 ລັດອື່ນໆ ທີ່ຄັດຄ້ານຄຳສັ່ງດັ່ງກ່າວ ດ້ານຄົນເຂົ້າເມືອງຂອງປະທານາທິບໍດີ.

ຄາດກັນວ່າ ບັນດາທະນາຄວາມຂອງລັດຖະບານ ຈະໂຕ້ຖຽງວ່າ ລັດຖະບານກາງ ມີອຳ ນາດ ທີ່ຈະຊີ້ນຳນະໂຍບາຍ ດ້ານຄົນເຂົ້າເມືອງ ແລະສາມາດປະຕິບັດ ຕາມຄວາມພໍໃຈ ຂອງຕົນ ໃນການຕັດສິນໃຈວ່າອັນໃດເປັນບຸລິມະສິດ ໃນການເນລະເທດ ພວກຄົນເຂົ້າ ເມືອງ ທີ່ບໍ່ມີເອກະສານຄົບຖ້ວນ.

ທ່ານນາງ Angela Kelley ເປັນຮອງປະທານ ອຳນວຍການ ກອງທຶນສູນກາງຄວາມ ກ້າວໜ້າ ຂອງອາເມຣິກາ ກ່າວວ່າ “ມັນແມ່ນສິດພິເສດໂດຍສະເພາະ ໃນຂອບ ເຂດ ຂອງລັດຖະບານກາງ ທີ່ຈະຕັດສິນວ່າ ຜູ້ໃດສາມາດຢູ່ໄດ້ ແລະ ຜູ້ໃດຈະສົ່ງໄປ.”

ຄຳສັ່ງດ້ານບໍລິຫານຂອງປະທານາທິບໍດີ ໂອບາມາ ເມື່ອເດືອນພະຈິກ ປີ 2014 ໄດ້ຂະ ຫຍາຍອອກ ແລະ ກໍ່ຕັ້ງໂຄງການ ເພື່ອເລື່ອນການເນລະເທດ ສຳລັບພວກພໍ່ແມ່ ຜູ້ທີ່ບໍ່ ມີເອກະສານຢັ້ງຢືນວ່າ ມີສັນຊາດ ສະຫະລັດ ແລະເປັນພົນລະເມືອງ ຖືກຕ້ອງຕາມ ກົດໝາຍ ແລະ ສຳລັບ ພວກຄົນເຂົ້າເມືອງທີ່ບໍ່ມີເອກະສານ ຜູ້ທີ່ເຂົ້າມາຮອດໃນປະເທດ ເວລາເປັນເດັກນ້ອຍຢູ່. ໂຄງການເຫຼົ່ານັ້ນ ເປີດໂອກາດ ອະນຸຍາດໃຫ້ພວກເຂົາເຮັດວຽກ ໄດ້ ແຕ່ບໍ່ໄດ້ໃຫ້ພວກທີ່ຍື່ນເອກະສານ ເສັ້ນທາງໄປສູ່ການໄດ້ຢູ່ ຢ່າງຖາວອນ ຫຼື ໄດ້ ສັນຊາດ.

ເຊີນຊົມ ວີດີໂອ ກ່ຽວກັບ ຄະດີ ຂອງສານສູງສຸດນີ້

Supreme Court to Hear Arguments on Obama's Immigration Action
please wait

No media source currently available

0:00 0:00:54 0:00

ອ່ານຂ່າວ ເລື່ອງນີ້ ເປັນພາສາອັງກິດ

XS
SM
MD
LG