ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ Gorsuch ສືບຕໍ່ຕອບຄຳຖາມ ຂອງ ຄະນະກຳມະການ ແບບບ່າຍບ່ຽງ


US Senate SCOTUS
please wait
Embed

No media source currently available

0:00 0:00:55 0:00

ຄະນະກຳມະການຕຸລາການຂອງສະພາສູງ ທີ່ກຳລັງພິຈາລະນາ ການສະເໜີ ແຕ່ງຕັ້ງ
ທ່ານ Niel Gorsuch ໃຫ້ເປັນຜູ້ພິພາກສາສານສູງສຸດຢູ່ນັ້ນ ຈະໄດ້ຮັບຟັງຄຳໃຫ້ການ
ຕື່ມ​ອີກໃນວັນພະຫັດມື້ນີ້ ຈາກບັນດາທະນາຍຄວາມ ກຸ່ມສະໜັບສະໜູນຕ່າງໆ ແລະ
ບັນດາຜູ້ພິພາກສານລັດຖະບານກາງ ໃນຂັ້ນຕອນສຸດທ້າຍ ​ເພື່ອ​ຮັບ​ຮອງ​ເອົາ​ການແຕ່ງ
ຕັ້ງທ່ານ Gorsuch.

ຫຼັງຈາກນັ້ນ ກໍຈະຂຶ້ນກັບຄະນະກຳມະການຕຸລາການຂອງສະພາສູງ ທີ່ຈະລົງຄະແນນ
ສຽງ ກ່ຽວກັບວ່າ ຈະສົ່ງການສະເໜີ​ຊື່ນີ້ ໄປໃຫ້ສະພາສູງຄົບຄະນະ ຫຼືບໍ່ ລຸນຫລັງທີ່ໄດ້
ສອບຖາມທ່ານ Gorsuch ໃນສັບປະດານີ້.

ຜູ້ຖືກສະເໜີຊື່ໃຫ້ເປັນ ຜູ້ພິກພາກສາສານສູງສຸດ ທ່ານ Neil Gorsuch ກຳລັງໃຫ້ການ ໃນລັດຖະສະພາ ຫຼື Capitol Hill ຢູ່ທີ່ນະຄອນຫຼວງວໍຊິງຕັນ, ວັນທີ 21 ມີນາ 2017, ໃນການຮັບຟັງແຕ່ງຕັ້ງທ່ານ ຊ່ອງໜ້າ ຄະນະກຳມະການຕຸລາການ ຂອງສະພາສູງ.
ຜູ້ຖືກສະເໜີຊື່ໃຫ້ເປັນ ຜູ້ພິກພາກສາສານສູງສຸດ ທ່ານ Neil Gorsuch ກຳລັງໃຫ້ການ ໃນລັດຖະສະພາ ຫຼື Capitol Hill ຢູ່ທີ່ນະຄອນຫຼວງວໍຊິງຕັນ, ວັນທີ 21 ມີນາ 2017, ໃນການຮັບຟັງແຕ່ງຕັ້ງທ່ານ ຊ່ອງໜ້າ ຄະນະກຳມະການຕຸລາການ ຂອງສະພາສູງ.

ໃນລະຫວ່າງການໃຫ້ການວັນພຸດວານນີ້ ທ່ານ Gorsuch ໄດ້ອະທິບາຍ ເຖິງຄຳຕັດສິນ
ທີ່ເປັນຂີດໝາຍ ຂອງສິດທິເພື່ອການເອົາລູກອອກ ເມື່ອປີ 1973 ນັ້ນ ວ່າ ເປັນ “ກົດ
ໝາຍ ຂອງປະເທດ”
ແຕ່ທ່ານໄດ້ຕອບໂຕ້ ຄຳຖາມເຈາະຈິ້ມ ກ່ຽວກັບບັນຫາອື່ນໆ
ທີ່ເປັນເລື່ອງເດັ່ນ ຈຳນວນນຶ່ງ ທີ່ໄດ້ຖືກຍົກຂຶ້ນມາ ໂດຍບັນດາສະມາຊິກສະພາສູງ.

ທ່ານ Gorsuch ເວົ້າວ່າ “ສານສູງສຸດ ສະຫະລັດໄດ້ຢຶດໝັ້ນ ໃນຄະດີ Roe ສູ້ກັບ
Wade ທີ່ວ່າ ລູກອ່ອນໃນຄັນ ບໍ່ແມ່ນຄົນ”
ທ່ານໄດ້ບອກຄະນະກຳມະການຕຸລາ
ການຂອງສະພາສູງ ດ້ວຍການອະທິບາຍ ການຕັດສິນ ທີ່ໄດ້ເຮັດໃຫ້ ການເອົາລູກ
ອອກ ຖືກຕ້ອງຕາມກົດໝາຍນັ້ນ ວ່າ “ອັນນັ້ນແມ່ນກົດໝາຍຂອງປະເທດ. ຂ້າພະເຈົ້າຍອມຮັບເອົາກົດໝາຍຂອງປະເທດ.”

ທ່ານ Gorsuch ໄດ້ຖືກສະເໜີຊື່ ໂດຍ ປະທານາທິບໍດີ ດໍໂນລ ທຣຳ ໃຫ້ມາຮັບຕຳ
ແໜ່ງ ທີ່ໄດ້ເປົ່າຫວ່າງມາໄດ້ ຫຼາຍກວ່າປີນຶ່ງແລ້ວ ຍ້ອນການເສຍຊີວິດຂອງ ຜູ້ພິ
ພາກສາ Antonin Scalia. ໃນລະຫວ່າງການໂຄສະນາຫາສຽງເມື່ອປີກາຍນີ້ ທ່ານ
ທຣຳ ໄດ້ສັນຍາວ່າ ຈະສະເໜີຊື່ບັນດາຜູ້ພິພາກສາຜູ້ທີ່ໝັ້ນໝາຍ ຈະຕ່າວປີ້ນຄຳ
ຕັດສິນ ຄະດີ Roe ສູ້ກັບ Wade ອັນເປັນບັນຫາ ຂອງສັງຄົມທີ່ໄດ້ໂຕ້ຖຽງກັນ
ຢ່າງດຸເດືອດທີ່ສຸດ ໃນອາເມຣິກາ.

ມື້ກ່ອນນີ້ ທ່ານ Gorsuch ໄດ້ອະທິບາຍ ຄະດີ Roe ສູ້ກັບ Wade ວ່າ ເປັນກົດໝາຍ
ທີ່ຜ່ານມາ ແຕ່ທ່ານກ່າວຕື່ມວ່າ ພວກກົດໝາຍທີ່ຜ່ານມາ ກໍສາມາດຕາວປີ້ນໄດ້.

ສ່ວນເລື່ອງອື່ນໆນັ້ນ ທ່ານ Gorsuch ໄດ້ປະຕິເສດຊ້ຳແລ້ວຊ້ຳອີກ ທີ່ຈະໃຫ້ຄຳເຫັນ
ຂອງທ່ານ ຊຶ່ງສ້າງຄວາມບໍ່ພໍໃຈ ໃຫ້ແກ່ບັນດາສະມາຊິກສະພາ ຈາກພັກເດໂມແຄຣັດ.

ສະມາຊິກສະພາສູງ ຈາກລັດ Vermont ທ່ານ Patrick Leahy ໄດ້ຖາມ ວ່າ ຖ້າທ່ານ
Gorsuch ເຊື່ອວ່າ ກົດໝາຍວ່າ​ດ້ວຍສິດທິ ໃນການລົງຄະແນນສຽງ ຊຶ່ງໄດ້ຊອກ​ຫາ​
ທາງທີ່ຈະລົບລ້າງ​ເຄື່ອງ​ກີດຂວາງ​ຕໍ່ພວກຊົນກຸ່ມນ້ອຍທີ່ພວກເຂົາ ໄດ້ປະເຊີນ ໃນການ
ລົງຄະແນນສຽງ ກໍໝາຍຄວາມວ່າ ເປັນ “ສິດທິດ້ານເຊື້ອຊາດ” ດັ່ງທີ່ທ່ານ Scalia
ເຄີຍໄດ້ໃຫ້ຄຳເຫັນ

Court Nominee Gorsuch: Criticism of Judge's Motives 'Demoralizing and Disheartening'
please wait

No media source currently available

0:00 0:00:53 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG