ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສານສູງສຸດ ສຫລ ກີດກັ້ນ ສິດທິໃນການເລືອກ ໃຊ້ຫ້ອງນ້ຳ ຂອງໜຸ່ມນ້ອຍຜູ້ປ່ຽນເພດ


ທ້າວ Gavin Grimm ໄດ້ໃຫ້ສຳພາດ ຢູ່ທີ່ເຮືອນຂອງລາວ ໃນແຂວງ Gloucester ລັດ Virginia, ວັນທີ 25 ສິງຫາ 2015. ທ້າວ Grimm ນັກຮຽນຜູ້ປ່ຽນເພດ ທີ່ໄດ້ຮຽກຮ້ອງ ເພື່ອນຳໃຊ້ຫ້ອງນ້ຳຂອງຜູ້ຊາຍ ໄດ້ກໍ່ໃຫ້ເກີດຄວາມແຕກແຍກຢູ່ໃນຊຸມຊົນ ແລະ ໄດ້ເຮັດໃຫ້ມີການຟ້ອງຮ້ອງຕໍ່ສານ.
ທ້າວ Gavin Grimm ໄດ້ໃຫ້ສຳພາດ ຢູ່ທີ່ເຮືອນຂອງລາວ ໃນແຂວງ Gloucester ລັດ Virginia, ວັນທີ 25 ສິງຫາ 2015. ທ້າວ Grimm ນັກຮຽນຜູ້ປ່ຽນເພດ ທີ່ໄດ້ຮຽກຮ້ອງ ເພື່ອນຳໃຊ້ຫ້ອງນ້ຳຂອງຜູ້ຊາຍ ໄດ້ກໍ່ໃຫ້ເກີດຄວາມແຕກແຍກຢູ່ໃນຊຸມຊົນ ແລະ ໄດ້ເຮັດໃຫ້ມີການຟ້ອງຮ້ອງຕໍ່ສານ.

ສານສູງສຸດສະຫະລັດ ໄດ້ໂຈະການຕັດສິນທີ່ຈະເປີດທາງໃໝ່ ວ່າດ້ວຍການໃຫ້ໂຮງຮຽນ ຂອງເມືອງ ຢູ່ໃນລັດ Virginia ຕ້ອງອຳນວຍຄວາມສະດວກຕ່າງໆ ຕາມການຮຽກຮ້ອງ ຕ້ອງການ ທີ່ຈະໃຊ້ຫ້ອງນ້ຳຜູ້ຊາຍ ຂອງພວກນັກຮຽນຜູ້ທີ່ປ່ຽນເພດ.

ສານສູງສຸດ ໄດ້ຕົກລົງໃນວັນພຸດວານນີ້ ອະນຸຍາດໃຫ້ສະພາການສຶກສາ ແຂວງ Gloucester ຫ້າມ Gavin Grimm ບໍ່ໃຫ້ໃຊ້ຫ້ອງນ້ຳ ທີ່ກົງກັບການລະບຸເພດ ຂອງ ຜູ້ກ່ຽວ ຈົນກວ່າວ່າ ບັນດາຜູ້ພິພາກສາສານສູງສຸດຈະຕັດສິນໃຈ ທົບທວນຄືນ ການຂໍ ອຸທອນ ຕໍ່ຄຳຕັດສິນຂອງສານຂັ້ນຕົ້ນ ໃນຄະດີຂອງຜູ້ກ່ຽວ.

ບັນດາຜູ້ພິພາກສາສານສູງສຸດ ໄດ້ຕັດສິນກ່ຽວກັບບັນຫາດັ່ງກ່າວ ທີ່ມີຄະແນນສຽງ ຕ່າງ ກັນ 5 ຕໍ່ 3 ໂດຍມີຜູ້ພິພາກສາ ທ່ານ Stephen Breyer ຜູ້ທີ່ໄດ້ຖືກແຕ່ງຕັ້ງໂດຍພັກ ເດໂມແຄຣັດ ເຫັນດີພ້ອມກັນກັບ ຜູ້ພິພາກສາອີກ 4 ທ່ານ ຜູ້ທີ່ຖືກແຕ່ງຕັ້ງໂດຍ ພັກ ຣີພັບບລີກັນ. ຜູ້ພິພາກສາ ທ່ານນາງ Ruth Bader Ginsburg, ທ່ານນາງ Sonia Sotomayor ແລະ ທ່ານນາງ Elena Kagan ແມ່ນໄດ້ຄັດຄ້ານ ຕໍ່ການຕັດສິນ ຂອງສານຂັ້ນຕົ້ນ.

ເມື່ອປີກາຍນີ້ ສະຫະພັນເພື່ອເສລີພາບຂອງພົນລະເຮືອນຊາວອາເມຣິ ກັນ ໄດ້ຟ້ອງຮ້ອງ ໃນນາມຂອງ ນາງ Grimm ອາຍຸ 17 ປີ ເພື່ອທ້າທາຍຕໍ່ນະໂຍບາຍ ການໃຊ້ຫ້ອງນ້ຳ ຂອງຄະນະກຳມະການໂຮງຮຽນ ຊຶ່ງກຳນົດໃຫ້ພວກນັກຮຽນຜູ້ທີ່ປ່ຽນເພດ ໃຫ້ໃຊ້ສະຖານ ທີ່ຫ້ອງນ້ຳອື່ນ.

ນາງ Grimm ໂດຍກຳເນີດ ແມ່ນເປັນແມ່ຍິງ ແຕ່ລະບຸຕົວເອງວ່າເປັນຜູ້ຊາຍ ໄດ້ຮັບ ການປິ່ນປົວ ທາງດ້ານ hormone ແລະ ໄດ້ປ່ຽນຊື່ ຂອງຕົນຢ່າງຖືກຕ້ອງຕາມກົດໝາຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG