ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານ​ສູງ​ສຸດ ສຫລ ​ຕັດສິນວ່າ ລັດຕ່າງໆ ບໍ່ສາມາດຂັດຂວາງ ສິດທິ ໃນການເຮັດແທ້ງ ຂອງພວກແມ່ຍິງ

Americans Clash on Abortion Issues
please wait

No media source currently available

0:00 0:02:05 0:00

ສານ​ສູງ​ສຸດ​ສະຫະລັດ ​ເຫັນ​ພ້ອມກ່ຽວ​ກັບ​ສິດທິ​ໃນ​ການ​ທຳ​ແທ້ງ ​ໃນ​ວັນ​ຈັນ​ວານ​ນີ້ ​ ໂດຍ​ຕັດສິນ​ວ່າ ​ທຸກໆ​ລັດ​ໃນ​ທົ່ວ​ສະຫະລັດ ​ບໍ່​ມີ​ສິດ​ທີ່​ຈະ​ຈຳກັດ​ສິດທິ​ຕາມ​ລັດຖະ ທຳ​ມະນູນຂອງ​ພວກ ​ແມ່ຍິງ ​ໃນ​ການທີ່​ຈະ​ສິ້ນ​ສຸດການ​ຕັ້ງ​ຄັນ​ຂອງ​ຕົນ ໂດຍຈຳກັດ ດ້ວຍ​ຄວາມ​ຕັ້ງ​ໃຈ ແບບ​ບໍ່ຍຸຕິ​ທຳ​ໃນ​ການ​ໃຊ້​ສິດ​ຂອງ​ພວກ​ເຂົາ​ເຈົ້າ ​ເພື່ອ​ເຂົ້າ​ເຖິງ ສຸກ​ສາລາ​ທຳ​ແທ້ງໄດ້​ນັ້ນ.

ການ​ຕັດສິນ 5 ຕໍ່ 3 ນັ້ນ ​ອາດ​ຈະແມ່ນການ​ຕັດສິນ​ທີ່​ສຳຄັນ​ສຸດ​ຂອງ​ສານ​ສູງ​ສຸດ ກ່ຽວ​ກັບສິດທິ​ໃນ​ການ​ທຳ​ແທ້ງ ​ໃນ​ຮອບ​ 25 ປີຜ່ານມາ.

ພວກທີ່ສະໜັບສະໜຸນການມີຊີສິດ ຫຼື Pro-life ແລະ pro-choice ທີ່ພາກັນຖືປ້າຍສະແດງອອກຄວາມເຫັນ ຫຼັງຈາກທີ່ສານສູງສຸດສະຫະລັດ ຕັດສິນຮັບຜ່ານກົດໝາຍໃຫ້ສິດແມ່ຍິງໃນການທຳແທ້ງ, 27 ມິຖຸນາ, 2016. (J. Oni / VOA News)
ພວກທີ່ສະໜັບສະໜຸນການມີຊີສິດ ຫຼື Pro-life ແລະ pro-choice ທີ່ພາກັນຖືປ້າຍສະແດງອອກຄວາມເຫັນ ຫຼັງຈາກທີ່ສານສູງສຸດສະຫະລັດ ຕັດສິນຮັບຜ່ານກົດໝາຍໃຫ້ສິດແມ່ຍິງໃນການທຳແທ້ງ, 27 ມິຖຸນາ, 2016. (J. Oni / VOA News)

ການ​ຕັດສິນ​ດັ່ງກ່າວ​ນີ້ ​ໄດ້​ຕ່າວ​ປີ້ນ​ກົດໝາຍ​ ​ທີ່​ລັດ Texas ​ໃນ​ພາກ​ຕາ​ເວັນ​ອອກ ສຽງ​ໃຕ້​ຂອງ​ສະຫະລັດ ທີ່​ຄ້າຍ​ຄື​ກັນ​ກັບ​ຢູ່​ໃນ​ຫລາຍໆ​ລັດ ທີ່​ບັງຄັບ​ໃຫ້ ​ພວກ​ທ່ານໝໍ​ທຳ​ແທ້ງ ອະນຸຍາດ​ໃຫ້ພວກ​ຜູ້​ປ່ວຍ​ຮັບ​ເຂົ້າ​ໂຮງພະຍາບານທີ່ຢູ່ໃກ້ໆ ກັບສຸກ​ສາລາຂອງ​ພວກ​ເຂົາ​ເຈົ້າ​ ​ແລະ​ວ່າສຸກ​ສາລາຂອງ​ພວກ​ເຂົາ​ເຈົ້ານັ້ນ ​ແມ່ນ​ມີ​ອຸບປະກອນ​ຄົບ​ຖ້ວນພຽບພ້ອມ ​ໃຫ້​ມີ​ຄຸນະພາບ ​ເທົ່າ​ທຽມ​ກັບ​ເຄື່ອງ​ມື​ໃນ​ໂຮງພະຍາ ​ບານ​.

ພວກທີ່ສະໜັບສະໜຸນການມີຊີວິດ ຫຼື Pro-life ແລະ pro-choice ທີ່ພາກັນຖືປ້າຍສະແດງອອກຄວາມເຫັນ ຫຼັງຈາກທີ່ສານສູງສຸດສະຫະລັດ ຕັດສິນຮັບຜ່ານກົດໝາຍໃຫ້ສິດແມ່ຍິງໃນການທຳແທ້ງ ທີ່ມີຄະແນນ 5 ຕໍ່ 3, 27 ມິຖຸນາ, 2016. (J. Oni / VOA News)

ໃນການ​ຂຽນ​ຄຳ​ຕັດສິນ​ຂອງ​ສຽງ​ສ່ວນ​ຫລາຍ​ນັ້ນ ຜູ້​ພິ​ພາກ​ສາ Stephen Breyer ​ ໄດ້​ກ່າວ​ວ່າ ລະບຽບ​ການ​ຂອງ​ລັດ​ຕ່າງ​ໆ​ແມ່ນບໍ່​ສຳຄັນ ​ແລະ​ເປັນ​ຂໍ້​ຈຳກັດ​ທີ່​ບໍ່​ຖືກຕ້ອງ ຕາມ​ລັດຖະ ທຳ​ມະນູນ ຕໍ່ສິດທິ​ຂອງພວກ​ແມ່ຍິງ​ໃນ​ການ​ທຳ​ແທ້ງ.“ກົດ​ລະບຽບ​ບັງຄັບ​ ຂອງ​ສູນ​ຜ່າ​ຕັດ, ​ເຊັ່ນ​ການ​ຮັບເອົາ​ສິດ​ຂອງຜູ້​ປ່ວຍທີ່​ຮ້ອງ​ຮຽນ ນັ້ນ​ແມ່ນ​ການ​ໃຫ້​ບໍລິ ການ​ເພື່ອ​ຜົນ​ປະ​ໂຫຍ​ດທາງ​ສຸຂະພາບ​ຕໍ່​ພວກ​ແມ່ຍິງ ຊຶ່ງ​ຍັງ​ຜົນ​ໃຫ້​ມີ​ບັນຫາ​ຫຍຸ້ງ ຍາກ​ຕ່າງໆ ​ຕໍ່​ພວກ​ແມ່ຍິງ​ທີ່​ຈະ​ຊອກ​ຫາ​ທາງ​ອອກ​ໃນ​ການ​ທຳ​ແທ້ງ​ດັ່ງກ່າວ​ນີ້​ ແລະ​ເປັນ ການຈຳກັດ​ແບບ​ບໍ່​ຍຸຕິ​ທຳ ຕໍ່​ສິດ​ທິຕາມ​ລັດ​ຖະທຳ​ມະນູນ​ທີ່​ຈະ​ສາມາດ ໃຊ້​ສິດ​ນີ້​ໄດ້,” ຊຶ່ງ​ທ່ານ Breyer ​ໄດ້​ກ່າວ​ໄວ້ເຊັ່ນ​ນີ້.

ປະຕິກິລິຍາຫຼັງຈາກການຕັດສິນຂອງສານສູງສະຫະລັດ:

Reaction to the Supreme Court’s Historic Ruling on Abortion
please wait

No media source currently available

0:00 0:01:21 0:00

ລັດ Texas ​ໄດ້ໂຕ້​ແຍ້​ງວ່າ ​ກົດໝາຍໃນ​ລັດ​ຕົນ ​ໄດ້​ຊ່ອຍ​ປົກ​ປ້ອງ​ສຸຂະພາບ​ຂອງ​ ພວກ​ແມ່ຍິງ ທີ່​ທຳ​ການ​ແທ້ງ​ລູກ ​ແຕ່​ວ່າພວກ​ຕໍ່ສູ້​ເພື່ອ​ສິດທິ​ໃນການ​ທຳ​ແທ້ງ ​ໄດ້​ກ່າວ​ວ່າ ກົດໝາຍ​ນີ້ ​ແມ່ນ ​ໄດ້​ຖືກ​ປິດ​ບັງ​ຍ້ອນ​ຄວາມ​ພະຍາຍາມໂດຍ​ລັດ​ທີ່​ນິຍົມ​ແນວທາງ​ເດີມ ທີ່​ພະຍາຍາມ​ຈະ​ຕັດ​ກໍລະນີ​ຂອງການ​ທຳ​ແທ້ງຢູ່​ລັດ Texas ລົງ ຊຶ່ງ​ໃນ​ແຕ່ລະ​ປີມີ 70 ພັນ​ລາຍ ຊອກ​ຫາການທຳ​ແທ້ງນັ້ນ.

ການ​ຕັດສິນຂອງ​ສານ​ສູງ​ສຸດ​ສະຫະລັດ ​ແມ່ນມີ​ຂຶ້ນ​ໃນ​ມື້​ສຸດ​ທ້າຍ​ຂອງ​ສະ​ໄໝ​ການ​ຮັບ ​ໜ້າ ທີ່​ຂອງ​ໃນປະຈຸ​ບັນ​ກ່ອນ​ທີ່​ຈະຢຸດ​ພັກ​ຮ້ອນ ຊຶ່ງ​ອາດຈະ​ມີ​ຜົນກະທົບ​ຕໍ່​ພວກ​ແມ່ຍິງ ຫຼາຍ​ພັນໆ​ຄົນ​ໃນ​ລັດ Texas ພຽງ​ລັດ​ດຽວ​ເທົ່າ​ນັ້ນ ​ແລະ​ວ່າ​ມັນ​ອາດຈະ​ມີຫຼາຍ​ກວ່າ​ນັ້ນ ​ ໃນ​ທົ່ວ​ສະ​ຫະລັດ.

ພວກທີ່ສະໜັບສະໜຸນການມີຊີວິດ ຫຼື Pro-life ແລະ pro-choice ທີ່ພາກັນຖືປ້າຍສະແດງອອກຄວາມເຫັນ ຫຼັງຈາກທີ່ສານສູງສຸດສະຫະລັດ ຕັດສິນຮັບຜ່ານກົດໝາຍໃຫ້ສິດແມ່ຍິງໃນການທຳແທ້ງ ທີ່ມີຄະແນນ 5 ຕໍ່ 3, 27 ມິຖຸນາ, 2016. (J. Oni / VOA News)
ພວກທີ່ສະໜັບສະໜຸນການມີຊີວິດ ຫຼື Pro-life ແລະ pro-choice ທີ່ພາກັນຖືປ້າຍສະແດງອອກຄວາມເຫັນ ຫຼັງຈາກທີ່ສານສູງສຸດສະຫະລັດ ຕັດສິນຮັບຜ່ານກົດໝາຍໃຫ້ສິດແມ່ຍິງໃນການທຳແທ້ງ ທີ່ມີຄະແນນ 5 ຕໍ່ 3, 27 ມິຖຸນາ, 2016. (J. Oni / VOA News)

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG