ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກນັກລົບຊຸນນີ່ ຊ່ອຍຄຸ້ມຄອງ ເມືອງ Ramadi ຂະນະທີ່ ກອງທັບອີຣັກ ຕາມລ່າ ກຸ່ມລັດອິສລາມ


ກອງກຳລັງຮັກສາຄວາມປອດໄພຂອງອີຣັກ ເຕົ້າໂຮມກັນ ຢູ່ໃກ້ ຂົວຊົ່ວຄາວ ທີ່ສ້າງຂຶ້ນໂດຍ ໜ່ວຍວິສະກຳໃນກອງທັບອີຣັກ ຢູ່ທາງພາກໃຕ້ຂອງເມືອງ Ramadi, ໃນລະຫວ່າງການຢ້ຽມຢາມ ຂອງນາຍົກລັດຖະມົນຕີ ອີຣັກ ທ່ານ Haider al-Abadi ເມື່ອວັນທີ 29 ທັນວາ 2015, ຫຼັງຈາກກຳລັງລັດຖະບານ ຢຶດຄືນໄດ້ເມືອງດັ່ງກ່າວ ຈາກກຸ່ມນັກລົບສາສະໜາ ລັດອິສລາມ.
ກອງກຳລັງຮັກສາຄວາມປອດໄພຂອງອີຣັກ ເຕົ້າໂຮມກັນ ຢູ່ໃກ້ ຂົວຊົ່ວຄາວ ທີ່ສ້າງຂຶ້ນໂດຍ ໜ່ວຍວິສະກຳໃນກອງທັບອີຣັກ ຢູ່ທາງພາກໃຕ້ຂອງເມືອງ Ramadi, ໃນລະຫວ່າງການຢ້ຽມຢາມ ຂອງນາຍົກລັດຖະມົນຕີ ອີຣັກ ທ່ານ Haider al-Abadi ເມື່ອວັນທີ 29 ທັນວາ 2015, ຫຼັງຈາກກຳລັງລັດຖະບານ ຢຶດຄືນໄດ້ເມືອງດັ່ງກ່າວ ຈາກກຸ່ມນັກລົບສາສະໜາ ລັດອິສລາມ.

ບັນດາເຈົ້າໜ້າທີ່ທະຫານອີຣັກກ່າວວ່າ ພວກນັກລົບຊົນເຜົ່າ
ຊູນນີ່ຊ່ອຍ ໃນການຄວບຄຸມພື້ນທີ່ໃນເມືອງ Ramadi ຫຼັງຈາກ
ທີ່ກອງທັບບົກໄດ້ຂັບໄລ່ ພວກຫົວຮຸນແຮງລັດອິສລາມ ອອກໄປ
ຈາກບໍລິ​ເວນສ່ວນໃຫຍ່ ຂອງເມືອງສຳຄັນດັ່ງກ່າວ ທີ່​ຕັ້ງຢູ່ທາງ
ພາກຕາເວັນຕົກຂອງນະຄອນຫຼວງ Baghdad.

ຍັງມີ ກຸ່ມນ້ອຍຈຳນວນໜຶ່ງ ທີ່ຕໍ່ສູ້ຕ້ານຢັນ ຢູ່ໃນເມືອງ Ramadi
ຫຼັງຈາກທີ່ກຳລັງຂອງອີຣັກ ທີ່ໜູນຫຼັງໂດຍການໂຈມຕີທາງອາກາດ
ຂອງແນວໂຮມ ພາຍ​ໃຕ້ການນຳພາໂດຍສະຫະລັດ ໃນໄລຍະ
ອາທິດໜຶ່ງທີ່ຜ່ານມາ ​ໄດ້​ເປີ​ດສາກບຸກ​ໂຈມ​ຕີ​ເພີ້ມຂຶ້ນ ​ເພື່ອເຂົ້າ
ຢຶດເອົາສູນ​ກາງ​ໂຮງການລັດຖະບານຄືນ ແລະ ການເດີນທາງໄປ
ຢ້ຽມຢາມ ໃນວັນອັງຄານ ວານນີ້ ຂອງນາຍົກລັດຖະມົນຕີ ອີຣັກ ທ່ານ Haider al-Abadi.

ເຊີນຊົມ ວີດີໂອ ລາຍງານຂອງວີໂອເອ

Victories Over IS Are Mounting, US Says
please wait

No media source currently available

0:00 0:01:52 0:00

ໂຄສົກທ່ານນຶ່ງ ຂອງກຸ່ມແນວໂຮມ ພັນເອກ Steve Warren ​ແຫ່ງ ກອງທັບ​ສະຫະລັດ
ໄດ້ກ່າວ ໃນວັນອັງຄານວານນີ້ ວ່າ ຍັງມີພວກນັກລົບລັດອິສລາມ 150 ຫາ 250 ຄົນ ຫລົງ
ເຫຼືອຢູ່ ຊຶ່ງຫລຸດລົງຈາກຈຳ ນວນສູງສຸດ 1,000 ຄົນ. ທ່ານກ່າວຕື່ມວ່າ ​ໄດ້ມີການໂຈມຕີ
ທາງອາ ກາດຫຼາຍກວ່າ 600 ຖ້ຽວ ຢູ່ອ້ອມແອ້ມເມືອງ Ramadi ໃນລະຫວ່າງ 6 ເດືອນ
ທີ່ຜ່ານມາ.

ບັນດາເຈົ້າໜ້າທີ່ ອີຣັກ ແລະ ສະຫະລັດ ໄດ້ກ່າວວ່າ ພວກນັກລົບຊູນນີ່ ບໍ່ມີບົດບາດຫຍັງ
ຫຼາຍ ໃນການ​ເຂົ້າຢຶດເອົາເມືອງ Ramadi ຄືນມາ ແຕ່ໃນວັນພຸດມື້ນີ້ ໄດ້ຄວບຄຸມບໍລິເວນ
ຕ່າງໆທີ່ໄດ້ຖືກປົດປ່ອຍແລ້ວນັ້ນ. ກຳລັງຊົນເຜົາຊູນນີ່ ແມ່ນມີ​ບົດບາດ​ສຳຄັນ​ໃນຄວາມ
ສຳເລັດຕໍ່ສູ້ຕ້ານຢັນພວກນັກລົບອິສລາມ ຂອງສະຫະລັດ ຢູ່ໃນຂົງເຂດດັ່ງກ່າວ ໃນໄລຍະ
ປີ 2006 ແລະ 2007 ຜ່ານມາ ແລະ ຫຼາຍຄົນມອງເຫັນຄວາມຈຳເປັນ ​ໃນການໃຊ້ນັກລົບ
ໃນທ້ອງຖິ່ນ ເພື່ອທີ່ຈະສາມາດຢືນຂຶ້ນຕໍ່ສູ້ກັບການຂົ່ມຂູ່ຂອງພວກລັດອິສລາມ.

ທ່ານ Abadi ໄດ້ປະຕິຍານວ່າ ເປົ້າໝາຍຕໍ່ໄປ ກໍ​ແມ່ນເມືອງ Mosul ​ເມືອງໃຫຍ່ອັນດັບ
ສອງຂອງອີຣັກ ບ່ອນທີ່ຊາວຊູນນີ່ ​ເປັນ​ຄົນ​ກຸ່ມໃຫຍ່ນັ້ນ. ກຸ່ມລັດອິສລາມ ໄດ້ເຂົ້າຄວບຄຸມ
​ເມືອງນີ້ ນັບຕັ້ງແຕ່ເດືອນມິຖຸນາ ປີ 2014 ເປັນຕົ້ນມາ ໃນເວລາກຸ່ມດັ່ງກ່າວ ໄດ້ເຄື່ອນໄຫວ
ບຸກເຂົ້າຢຶດເອົາພື້ນທີ່ອັນກວ້າງໃຫຍ່ ຢູ່ທາງພາກເໜືອ ແລະພາກຕາເວັນຕົກຂອງ ອີຣັກ
ແລະ ທາງພາກຕາເວັນອອກຂອງຊີເຣຍ ຢ່າງສາຍຟ້າແລບ.

ຢູ່ທາງພາກເໜືອ ແລະ ພາກຕາເວັນອອກຂອງເມືອງ Mosul ກຳລັງຊາວເຄີດກໍ​ປະສົບ​
ຄວາມ​ສຳ​ເລັດ​ໃນ​ການ​ຂັບ​ໄລ່ພວກລັດອິສລາມອອກໄປ ແຕ່ພວກເຂົາເຈົ້າມີຄວາມເປັນ
ຫ່ວງ ໃນການປະຕິບັດການຢູ່ນອກພື້ນທີ່ອັນດັ້ງເດີມຂອງພວກເຂົາເຈົ້າ.

XS
SM
MD
LG